ຂ່າວລາຍວັນ

ຜູ້ ສ້ າງ ວັ ກ ຊີ ນ ແອສຕ້າເຊເນກາ ທີ່ຊ່ວຍຊີ ວິ ດ ຄົນ ນັ ບລ້ າ ນ ທົ່ວ ໂລກ

ນີ້ຄືໂສມຫນ້າຜູ້ສ້າງວັກຊີນ ແອສຕ້າເຊເນກາ ທີ່ຊ່ວຍຊີວິດຄົນນັບລ້ານທົ່ວໂລກ (ພ້ອມທັງປະເທດລາວ 🇱🇦)

ຮູບຕຸກກະຕາບາບີ້ເວີຊັ່ນລ່າສຸດໃນຮູບຫັ້ນ ແມ່ນຈຳລອງມາຈາກ ດຣ.ຊາຣາ ກິວເບີດ ເຊິ່ງເພິ່ນຫາກໍໄດ້ຮັບພະລາຊະທານຍົດ ມາຈາກສົມເດັດຣາຊິນີອາລິສະເບັດທີ 2 ແຫ່ງສະຫະລາຊະອານາຈັກ.ໂຕກາຕູນນີ້ຂາຍດີປານເທນ້ຳເທທ່າ ເດັກນ້ອຍຜູ້ຍິງທົ່ວໂລກພາກັນຊື້ມາໄວ້!!! .

ເຈົ້າຮູ້ບໍ່ວ່າ? ຜູ້ນີ້ລະ!!! ທີ່ເປັນນັກວິທະຍາສາດສາຂາຊີວະເຄມີ ຜູ້ສ້າງວັກຊີນແອສຕ້າເຊເນກ້າ ທີ່ຊ່ວຍຊີວິດຜູ້ຄົນທົ່ວໂລກ ແລະເຮັດໃຫ້ບໍລິສັດແອສຕ້າ ເຊິ່ງເປັນບໍລິສັດຢານ້ອຍໆ ກາຍເປັນບໍລິສັດທີ່ປະສົບຄວາມສຳເລັດ.
ຄິດເປັນມູນຄ່າເຖິງ 1.2 ພັນລ້ານໂດລາ ສູງທີີ່ສຸດໃນອັງກິດ.ເຮົາເຫັນວ່າ ປະເທດທີ່ປະສົບຄວາມສຳເລັດໃນການພັດທະນາປະເທດຊາດ ໃຫ້ພົນລະເມືອງມີຄຸນນະພາບຊີວິດດີ ເສດຖະກິດກ້າວໜ້າ… ນັກວິທະຍາສາດແມ່ນອາຊີບສຳຄັນທີ່ສຸດ ມີອິດທິພົນທີ່ສຸດ, ສ້າງການປ່ຽນແປງຫຼາຍທີ່ສຸດ.ຫຼາຍປະເທດມີນັກວິທະຍາສາດ ເປັນຜູ້ນຳປະເທດເຊັ່ນ: ດຣ.ແອງເຈລາ ມາເຄິລ ນາຍົກລັດຖະມົນຕີເຢຍລະມັນ ກໍຈົບດ້ານຟີຊິກ-ເຄມີ, ທ່ານລີຊຽນລຸງ ນາຍົກລັດຖະມົນຕີສິງກະໂປ ກໍຈົບວິທະຍາສາດ ສາຂາຄະນິດສາດ ແລະມາກາເຣັດ ເທັດເຊີ ອະດີດນາຍົກລັດຖະມົນຕີອັງກິດ ກໍຈົບວິທະຍາສາດເຄມີ.

ດັ່ງນັ້ນ, ເດັກນ້ອຍໃນປະເທດພັດທະນາ ຈຶ່ງໄຝ່ຝັນຢາກເປັນນັກວິທະຍາສາດ ມີມຸມມອງວ່າ ນັກວິທະຍາສາດ ເປັນຄືເຊເລັບ, ເປັນດາລາ, ຫຼື ຣ໋ອກສະຕາ….ສຳລັບພວກເຂົາ.ໃນປະເທດລາວເຮົາ ຄົນທີ່ສົນໃຈຮຽນວິທະຍາສາດອາດຈະມີນ້ອຍ ແລະສ່ວນຫຼາຍແລ້ວແມ່ນເລືອກຮຽນໝໍ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button

You cannot copy content of this page

Don`t copy text!
error: Alert: Content is protected !!