ຊົມເຊີຍ ໝໍເກັ່ງຫລາຍເດີ ແມ່ ຕິ ດ ເ ຊື້ ອ ຜ່າ ຕັ ດ ເກີ ດ ລູ ກ ໄດ້ຢ່າງປອດໄພ
ໃນວັນທີ 4/8/2021 ສູນປີ່ນປົວກໍລະນີຕິດເຊື້ອ ໂຮງໝໍເມືອງໂພນທອງ ໄດ້ສຳເລັດການຜ່າຕັດເກີດລູກ( Cesarean section )

ຄົນເຈັບ COVID positive ຍ້ອນທ່າສະເໜີຜິດປົກກະຕິ. ເດັກເກີດເພດຊາຍ 3300 ກຣາມ ປອດໄພທັງແມ່ ແລະ ເດັກ. ທີມທ່ານຫມໍຜ່າຕັດນໍາໂດຍ ດຣ ຄຳຮູ້ ຄຳຜາສຸກ,

ດຣ ສອນພະຈັນ ຊ່ຽວຊານ ປະສູດ-ພະຍາດຍິງ ; ດຣ ກູເຫວດ ວົງເພີງເເພງ ແພດຊ່ຽວຊານພາຍນອກ ; ດຣ ຄຳຜົງ ແພດຊ່ຽວຊານວາງຢາສະຫຼົບ ; ພປຕ ພູສີນ ສີປະກາຍຄຳ ; ພບ ສຸກສະຫວັນ ສີລິວັນ ; ພບ ວາດສະໜາ ປັດຊາວົງ ; ພບ ອານຸລັກ ໄຊຍະສິດ.

ຂໍຊົມເຊີຍຜົນສຳເລັດ. ໃນການປະຕິບັດໜ້າທີ່ທຸກໆທ່ານ.
ສຳລັບແມ່ຍິງຖືພາທັງໝົດຢູ່ສູນໂພນທອງມີ 25 ກໍລະນີ
ແມ່ຍິງຖືພາທີ່ຕິດເຊື້ອມີ 20 ກໍລະນີໃດ້ເກີດທໍາມະຊາດແລ້ວ 4 ກໍລະນີ
ໃດ້ຜ່າຕັດເກີດລູກ 1 ກໍລະນີ

ແມ່ຍິງຖືພາເປັນແຮງງານກັກໂຕທີ່ບໍ່ທັນຕິດເຊື້ອ ທີ່ແມ່ນກຸ່ມສ່ຽງ . ມີ 5 ກໍລະນີ
ໄດ້ເກີດລູກທຳມະຊາດ 1 ກໍລະນີ ໄດ້ຜ່າຕັດເກີດລູກ 1 ກໍລະນີ
ເດັກຫລັງເກີດທຸກຄົນແມ່ນໃດ້ໃຫ້ຢູ່ນໍາແມ່ ແລະ ແນະນໍາໃຫ້ກິນນົມແມ່. ເດັກເກິດມາຈະໄດ້ເກັບໂຕຢ່າງພາຍໃນ 24 ຊມ ແລະ ມື້ທີ 14 ໃນໄລຍະຕິດຕາມຜ່ານມາຍັງບໍ່ພົບວ່າມີເດັກຕິດເຊື້ອຈາກແມ່.
ໂດຍ : ດຣ ຄຳພະສຸກ ບົວເຄນ