ຂ່າວລາຍວັນ
ແຮງງານຊາວລາວ 03 ຄົນ ຖຶກຈັບ
02/08/2021 ເຈົ້າໜ້າທີ່ໄທໄດ້ກຸມຕົວແຮງງານຊາວລາວ 03 ຄົນ ຂະນະກຽມລັກລອບຂ້າມປະເທດເພື່ອສິກັບແຂວງຈຳປາສັກ

ຢູ່ບໍລິເວນດ້ານຫຼັງດ່ານຊ່ອງເມັກປະເທດໄທ ເຊິ່ງທັງ 03 ໃຫ້ການວ່າລັກລອບມາເຮັດວຽກແບບຜິດກົດໝາຍຢູ່ໄທຫຼາຍປີ ເມື່ອເຈີສະຖານະການໂລກລະບາດ ນາຍຈ້າງປິດກິດຈະການ ເຮັດໃຫ້ທັງ 03 ຕົກວຽກ
ຈຶງພາກັນເດີນທາງກັບປະເທດແຕ່ບໍ່ມີຟາດສະປອດ ຈຶ່ງໃຊ້ວິທີລັກລອບຂ້າມ ເຈົ້າໜ້າທີ່ໄດ້ນຳຕົວຜູ້ກ່ຽວທັງໝົດໄປກວດຫາເຊື້ອ ພ້ອມດຳເນີນຄະດີຕາມກົດໝາຍຕໍ່ໄປ
ທີ່ມາ
