ຂ່າວລາຍວັນ
ທ່ານ ເອກະພາບ ພັນທະວົງ ຖືກແຕ່ງຕັ້ງເປັນຮອງເລຂາທິການໃຫຍ່ອາຊຽນ
ທ່ານ ເອກະພາບ ພັນທະວົງ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາອາຊຽນ ຖືກແຕ່ງຕັ້ງເປັນຮອງເລຂາທິການໃຫຍ່ອາຊຽນ

Lao National Radio ໄດ້ລາຍງານວ່າ: ໃນໂອກາດທີ່ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດເຂົ້າຮ່ວມກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 29 ໃນວັນທີ 2 ສິງຫາ 2021 ນີ້
ໂດຍໃນຕອນທ້າຍ, ກອງປະຊຸມໄດ້ພິຈາລະນາຮັບຮອງເອົາການສະເໜີຈາກເລຂາທິການໃຫຍ່ອາຊຽນ ໃນການແຕ່ງຕັ້ງ ທ່ານ ເອກະພາບ ພັນທະວົງ, ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອາຊຽນ ເປັນຮອງເລຂາທິການໃຫຍ່ອາຊຽນ ຮັບຜິດຊອບເສົາຄໍ້າປະຊາຄົມວັດທະນະທໍາ-ສັງຄົມອາຊຽນ, ຊຶ່ງຈະເລີ່ມປະຕິບັດໜ້າທີ່ນັບແຕ່ເດືອນ ຕຸລາ 2021 ຫາ ເດືອນ ກັນຍາ 2024
ຂໍ້ມູນເພີ່ມເຕີມ: https://bit.ly/37fDOLq