ຂ່າວລາຍວັນ

ວັກຊີນຂອງ ຫວຽ ດ ນາ ມ ມີປະ ສິ ດ ທິ ພາ ບສູງຫຼາຍ

ຕອນບ່າຍຂອງວັນທີ 29 ກໍລະກົດທີ່ຜ່ານມາ ຂະນະທີ່ປະທານປະເທດ ຫວຽດນາມ ຫງວຽນຊວັນ ຟຸກ ລົງເຮັດວຽກຢູ່ທີ່ນະຄອນ ໂຮຈິມິນ ນັ້ນ, ທ່ານໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກກັບບໍລິສັດຫຸ້ນສ່ວນ ເທັກໂນໂລຊີຊີວະວິທະຍາການຢາ Nanogen ເພື່ອຮັບຟັງການລາຍງານກ່ຽວກັບຄວາມຄືບໜ້າຂອງການທົດລອງວັກຊີນ Nano Covax.

ທ່ານ ໂຮ່ເຍິນ ຜູ້ອຳນວຍການໃຫ່ຍບໍລິສັດຫຸ້ນສ່ວນຊີວະວິທະຍາ ການຢາ Nanogen ລາຍງານວ່າ ເມື່ອໄດ້ຮັບການມອບໝາຍໃຫ້ເຮັດໜ້າທີ່ຜະລິດວັກຊີນປ້ອງກັນ ແລະ ຕ້ານ ພະຍາດລະບາດ ທາງບໍລິສັດໄດ້ປຸກລະດົມທຸກກຳລັງແຮງຈາກຫຼາຍລ້ານຄົນເຂົ້າໃນການຄົ້ນຄວ້າ ແລະ ຜະລິດວັກຊີນ Nano Covax.

ເມື່ອເດືອນທັນວາ 2020 ທາງບໍລິສັດໄດ້ສັກທົດລອງວັກຊີນ Nano Covax ເປັນເຂັມທຳອິດ ແລະ ມາເຖິງເວລານີ້ເປັນເວລາ 7 ເດືອນແລ້ວ, ທາງບໍລິສັດໄດ້ສຳເລັດການທົດລອງໄລຍະ 1, 2 ແລະ 3 ແລ້ວ. ຜ່ານການທົດລອງໄລຍະທີ 3A ເຫັນວ່າວັກຊີນບໍ່ເກີດອາການຂ້າງຄຽງໃດໆ ຊຶ່ງສາມາດຕອບສະໜອງພູມຄຸ້ມກັນ ແລະ ສະກັດກັ້ນສາຍພັນ ເດລຕາ ໄດ້ດີ

ຜ່ານການທົດລອງກັບ 14.000 ຄົນ ບໍ່ເຫັນໃຜເກີດອາການຂ້າງຄຽງໜັກ ແລະ ບໍ່ມີການເສຍຊິວິດ, ອັດຕາການເກີດຂ້າງຄຽງຢູ່ໃນລະດັບຕໍ່າທີ່ສຸດ

ແຫຼ່ງຂ່າວ: Tuoitre

Related Articles

Leave a Reply

Your email address will not be published. Required fields are marked *

Back to top button

You cannot copy content of this page

Don`t copy text!
error: Alert: Content is protected !!