ຂ່າວດີ ຜູ້ ຕິ ດ ເ ຊື້ ອ ປິ່ ນປົວ ຫາຍ ດີ ສະສົມ 3,529 ຄົນ ດີເພິມໃໝ່ +41 ຄົນ
ຄະນະສະເພາະກິດແຈ້ງຂ່າວ “ວັນນີ້ 01 ສິງຫາ 2021, ມື້ຜ່ານມາໄດ້ກວດວິເຄາະທັງໝົດ 2,025 ຕົວຢ່າງ.”

(1). ຜົນການວິໄຈພົບຜູ້ຕິດເຊື້ອ COVID-19 ຈຳນວນ ( + 267 ) ກໍລະນີ, ” ( + 262 ) ກໍລະນີນຳເຂົ້າ ທີ່ພັກຢູ່ສູນກັກກັນຖືກຕ້ອງຕາມກົດໝາຍ ແລະ (+ 05 ) ກໍລະນີຊຸມຊົນທີ່ໄດ້ມີການສຳພັດກັບຜູ້ຕິດເຊື້ອຜ່ານມາ ແລະ ລວມສະຖິຕິຜູ້ຕິດເຊື້ອທັງໝົດ ( 6,566 ) ກໍລະນີ:

1. ນະຄອນຫຼວງວຽງຈັນ (+ 06 ) ກໍລະນີ “( + 06 ) ກໍລະນີນຳເຂົ້າ ທີ່ພັກຢູ່ສູນກັກກັນຖືກຕ້ອງຕາມກົດໝາຍ ແລະ ( + 00 ) ກໍລະນີຊຸມຊົນ, ຈາກຈຳນວນການວິເຄາະທັງໝົດ 472 ຕົວຢ່າງ,
2. ແຂວງບໍແກ້ວ ( + 01 ) ກໍລະນີນຳເຂົ້າ ທີ່ພັກຢູ່ສູນກັກກັນຖືກຕ້ອງຕາມກົດໝາຍ,
3. ແຂວງຫຼວງນໍ້າທາ (+ 05 ) ກໍລະນີຊຸມຊົນ ທີ່ເດີນທາງມາແຕ່ແຂວງບໍແກ້ວ,
4. ແຂວງບໍລິຄຳໄຊ ( + 04 ) ກໍລະນີນຳເຂົ້າ ທີ່ພັກຢູ່ສູນກັກກັນຖືກຕ້ອງຕາມກົດໝາຍ,
5. ແຂວງຄຳມ່ວນ (+ 06 ) ກໍລະນີນຳເຂົ້າ ທີ່ພັກຢູ່ສູນກັກກັນຖືກຕ້ອງຕາມກົດໝາຍ,
6. ແຂວງສະຫວັນນະເຂດ (+ 143 ) ກໍລະນີນຳເຂົ້າ ທີ່ພັກຢູ່ສູນກັກກັນຖືກຕ້ອງຕາມກົດໝາຍ, ຈາກຈຳນວນການວິເຄາະທັງໝົດ 470 ຕົວຢ່າງ,
7. ແຂວງສາລະວັນ ( + 54 ) ກໍລະນີນຳເຂົ້າ ທີ່ພັກຢູ່ສູນກັກກັນຖືກຕ້ອງຕາມກົດໝາຍ,
8. ແຂວງຈຳປາສັກ (+ 48 ) ກໍລະນີນຳເຂົ້າ ທີ່ພັກຢູ່ສູນກັກກັນຖືກຕ້ອງຕາມກົດໝາຍ, ຈາກຈຳນວນການວິເຄາະທັງໝົດ 318 ຕົວຢ່າງ;
(2). ປິ່ນປົວຫາຍດີວັນນີ້ ( – 41 ) ກໍລະນີ ແລະ ລວມສະຖິຕິຜູ້ທີ່ປິ່ນປົວຫາຍດີທັງໝົດ ແລະ ອອກຈາກໂຮງໝໍແລ້ວຈຳນວນ ( 3,529 ) ກໍລະນີ;
(3). ລວມຍອດຜູ້ທີ່ຍັງຮັບການປິ່ນປົວ ( 3,030 ) ກໍລະນີ;
(4). ເສຍຊີວິດ (+00 ) ກໍລະນີ (ໃໝ່) ແລະ ລວມສະຖິຕິຈຳນວນຜູ້ເສັຍຊີວິດ (07) ກໍລະນີ;
(5). ປັດຈຸບັນໃນທົ່ວປະເທດ, ມີສູນຈຳກັດບໍລິເວນທີ່ຍັງເປີດຢູ່ 60 ສູນ ແລະ 44 ໂຮງແຮມ ມີຜູ້ຈຳກັດບໍລິເວນ 9,828 ຄົນ;

(6). ການເຝົ້າລະວັງບ້ານເຂດແດງໃນນະຄອນຫຼວງວຽງຈັນ, ບ້ານໃໝ່ທີ່ກຳນົດເປັນເຂດແດງ ໃນນະຄອນຫຼວງວຽງຈັນ ແມ່ນບ້ານສຳພັນນາ ເມືອງສັງທອງ ນະຄອນຫຼວງວຽງຈັນ, ເຊີ່ງໄດ້ກຳນົດເປັນບ້ານເຂດແດງນັບແຕ່ວັນທີ່ 31 ກໍລະກົດ 2021 ຈົນຮອດວັນທີ່ 13 ສີງຫາ 2021 ຖ້າບໍ່ມີກໍລະນີໃໝ່ເກີດຂື້ນໃນບ້ານຈີ່ງຈະສີ້ນສຸດການເປັນບ້ານເຂດແດງ.