ກະຊວງການເງິນ ປະກາດຮັບລັດຖະກອນ 36 ຕໍາແໜ່ງ
ປະກາດຮັບສະຫມັກລັດຖະກອນໃຫມ່ ກະຊວງການເງິນຂໍຖືເປັນກຽດແຈ້ງມາຍັງທ່ານທີ່ມີຄວາມສົນໃຈຢາກສະຫມັກສອບເສັງເຂົ້າເປັນລັດຖະກອນໃຫມ່ ຢູ່ກະຊວງການເງິນ ແລະ ຂະແຫນງການເງິນຂັ້ນທ້ອງຖິ່ນ ປີ 2021 ຊາບວ່າ: ປັດຈຸບັນກະຊວງການເງິນ ຈະໄດ້ຈັດຕັ້ງການ ສອບເສັງບັນຈຸລັດຖະກອນໃຫມ່ ເພື່ອຄັດເລືອກເອົາຜູ້ທີ່ມີຄວາມຮູ້ ແລະ ຄວາມສາມາດ ປະກອບເຂົ້າໃສ່ຕໍາແຫນ່ງງານທີ່ຍັງ ຫວ່າງ ຕາມຄວາມເຫມາະສົມ ລາຍລະອຽດມີຄືດັ່ງນີ້:

I. ບັນຈຸຢູ່ກະຊວງການເງິນ ມີ 11 ຕໍາແຫນ່ງງານ ທີ່ຕ້ອງການ ດັ່ງນີ້:

ເງື່ອນໄຂຂອງຜູ້ທີ່ຈະເຂົ້າຮ່ວມສະຫມັກສອບເສັງບັນຈຸເຂົ້າເປັນລັດຖະກອນໃຫມ່ຢູ່ກະຊວງການເງິນ ມີ
ດັ່ງນີ້:
1. ຕ້ອງຮຽນຈົບລະດັບວິຊາສະເພາະຊັ້ນສູງ ຂຶ້ນໄປ ຢູ່ພາຍໃນ ແລະ ຕ່າງປະເທດ ຕາມແຕ່ລະສາຂາວິຊາທີ່ໄດ້ກໍານົດ;
2. ສໍາລັບຜູ້ທີ່ສະຫມັກສອບເສັງສາຂາວິຊາພາສາອັງກິດ ແມ່ນໃຫ້ປະກອບໃບຢັ້ງຢືນຈົບ/ໃບຢັ້ງຢືນການທົດສອບພາສາອັງກິດຕ່າງໆ ເຊັ່ນ: IELTS, TOEFL, TOEIT ມາພ້ອມ, ສ່ວນຜູ້ທີ່ຮຽນຈົບຈາກຕ່າງປະເທດໃນສາຂາວິຊາບໍລິຫານທຸລະກິດ ແລະ ທະນາຄານ ແມ່ນໃຫ້ສອບເສັງເຂົ້າໃນສາຂາວິຊາພາສາອັງກິດໄດ້;

3. ສ່ວນສາຂາວິຊາສື່ມວນຊົນ (ບໍ່ຈໍາກັດສາຂາວິຊາຮຽນ), ແຕ່ຕ້ອງມີປະສົບການໃນການເປັນນັກຂ່າວ ແລະ ພິທີກອນອ່ານຂ່າວມາກ່ອນ, ມີທັດສະນະໃນການເວົ້າ, ຟັງ, ຂຽນພາສາລາວໄດ້ເປັນຢ່າງດີ ແລະ ມີຄວາມຮູ້ທາງດ້ານພາສາຕ່າງປະເທດໃດຫນຶ່ງ.
4. ເປັນພົນລະເມືອງລາວຖືສັນຊາດລາວ, ເພດ: ຊາຍ ຫຼື ຍິງ ມີອາຍຸ 18 ຂຶ້ນໄປ ແຕ່ບໍ່ເກີນ 35 ປີ;
5. ບໍ່ເຄີຍຖືກສານປະຊາຊົນຕັດສິນລົງໂທດ, ຕັດອິດສະຫຼະພາບ, ບໍ່ເຄີຍຖືກວິໄນໄລ່ອອກຈາກອົງການຈັດຕັ້ງພັກ-ລັດ, ເອກະຊົນ ແລະ ລັດວິສາຫະກິດ ຫຼື ອົງການຈັດຕັ້ງສາກົນ;
6. ມີສຸຂະພາບແຂງແຮງ, ມີມະນຸດສໍາພັນດີ, ມີຄວາມອົດທົນ ແລະ ສັດຊື່ບໍລິສຸດ
II. ບັນຈຸຢູ່ຂະແຫນງການເງິນຂັ້ນທ້ອງຖິ່ນ ມີ 25 ຕໍາແຫນ່ງງານ ທີ່ຕ້ອງການ ດັ່ງນີ້:
1. ສາຂາວິຊາການເງິນ-ການບັນຊີ ຈໍານວນ 25 ຄົນ,
ໃນນັ້ນແຂວງຜົ້ງສາລີ 02 ຄົນ, ອຸດົມໄຊ 02 ຄົນ, ບໍ່ແກ້ວ 01 ຄົນ, ຫຼວງນ້ໍາທາ 62 ຄົນ, ຫຼວງພະບາງ 02 ຄົນ, ໄຊຍະບູລີ 02 ຄົນ, ຊຽງຂວາງ 02 ຄົນ, ຫົວພັນ 02 ຄົນ, ແຂວງວຽງຈັນ 01 ຄົນ, ໄຊສົມບູນ 02 ຄົນ, ບໍລິຄໍາໄຊ 01 ຄົນ, ຄໍາມ່ວນ 01 ຄົນ, ສາລະວັນ 02 ຄົນ, ເຊກອງ 01 ຄົນ ແລະ ອັດຕະປື 02 ຄົນ.

ເງື່ອນໄຂຂອງຜູ້ທີ່ຈະເຂົ້າຮ່ວມສະຫມັກສອບເສັງບັນຈຸເຂົ້າເປັນລັດຖະກອນໃຫມ່ຢູ່ຂະແຫນງການເງິນຂັ້ນທ້ອງຖິ່ນ ມີດັ່ງນີ້:
1. ຕ້ອງຮຽນຈົບລະດັບວິຊາສະເພາະຊັ້ນສູງ ຂຶ້ນໄປ ຢູ່ພາຍໃນ ແລະ ຕ່າງປະເທດ ໃນສາຂາວິຊາການເງິນການບັນຊີ, ເສດຖະສາດ, ບໍລິຫານທຸລະກິດ ແລະ ທະນາຄານ, ສ່ວນຜູ້ທີ່ຮຽນຈົບໃນສາຂາວິຊາອື່ນ ແມ່ນບໍ່ຮັບຄໍາຮ້ອງເຂົ້າສອບເສັງ;
2. ຄົນແຂວງໃດ ແມ່ນໃຫ້ສະຫມັກສອບເສັງເຂົ້າແຂວງນັ້ນເລີຍ (ບໍ່ຮັບຄົນແຂວງອື່ນເຂົ້າສອບເສັງ);
3. ເປັນພົນລະເມືອງລາວຖືສັນຊາດລາວ, ເພດ: ຊາຍ ຫຼື ຍິງ ມີອາຍຸ 18 ຂຶ້ນໄປ ແຕ່ບໍ່ເກີນ 35 ປີ;
4. ບໍ່ເຄີຍຖືກສານປະຊາຊົນຕັດສິນລົງໂທດ, ຕັດອິດສະຫຼະພາບ, ບໍ່ເຄີຍຖືກວິໄນໄລ່ອອກຈາກອົງການຈັດຕັ້ງພັກ-ລັດ, ເອກະຊົນ ແລະ ລັດວິສາຫະກິດ ຫຼື ອົງການຈັດຕັ້ງສາກົນ;
5. ມີສຸຂະພາບແຂງແຮງ, ມີມະນຸດສໍາພັນດີ, ມີຄວາມອົດທົນ ແລະ ສັດຊື່ບໍລິສຸດ.
ລາບລະອຽດເພີ່ມອ່ານໃບປະກາດສະຫມັກງານດ້ານລຸ່ມນີ້

