ຂ່າວລາຍວັນ

ອອກມາຊີ້ແຈງຂໍ້ເທັດຈິງແລ້ວ ເລື່ອງ ຖືກ ຍື ດ ໂທລະ ສັ ບແລະ ເກັບເງີນຄົນລະ 1,000 – 2,000 ບາດ

#ຕມ.ຈັງຫວັດມຸກດາຫານ ອອກມາຊີ້ແຈງຂໍ້ເທັດຈິງແລ້ວ ເລື່ອງດຣາມ່າໃນສື່ສັງຄົມອອນລາຍ (ລາວ)

#ຈາກການທີ່ ຕມ.ຈວ.ມຸກດາຫານລະບຸວ່າ: ຕາມທີ່ມີການແຊຣ໌ຂໍ້ຄວາມໃນສື່ສັງຄົມອອນລາຍໂດຍລະບຸວ່າ ຄົນຕ່າງດ້າວສັນຊາດລາວທີ່ເດີນທາງກັບປະເທດ ຜ່ານຊ່ອງທາງ ຕມ.ຈັງຫວັດມຸກດາຫານ ຖືກຍືດໂທລະສັບມືຖື ແລະ ມີການເກັບເງີນຄົນລະ 1,000 – 2,000 ບາດນັ້ນ.

*ງານສົ່ງກັບຄົນຕ່າງດ້າວ ຕມ.ຈັງຫວັດມຸກດາຫານ ຂໍຊີ້ແຈງຂໍ້ເທັດຈິງດັ່ງນີ້:

1. ກໍລະນີການຍືດໂທລະສັບມືຖື ສືບເນື່ອງຈາກສະຖານະການທີ່ ທີ່ຄົນຕ່າງດ້ວສັນຊາດລາວເຂົ້າມາຕິດຕໍ່ເພື່ອເດີນທາງກັບດັ່ງກ່າວມີຄົນຕ່າງດ້າວສັນຊາດລາວມາລວມກັນເປັນຈຳນວນຫລາຍ (ວັນລະ 200 ຫາ 300 ຄົນ)
ເຊີ່ງຈະຕ້ອງຢູ່ລວມກັນໃນລະຫວ່າທີ່ເຂົ້າສູ່ກະບວນການຄັດແຍກເພື່ອການຜັກດັນສົ່ງກັບ.

ແມ່ນວ່າຈະມີການຈັດທີ່ນັ່ງເວັ້ນໄລຍະຫ່າງ ແລະ ສວມຫນ້າກາກແລ້ວກໍ່ຕາມ ແຕ່ພົບວ່າຄົນຕ່າງດ້າວທີ່ມາຕິດຕໍ່ມີພຶດຕິກຳການເວົ້າລົມໂທລະສັບມືຖືຈຳນວນຫລາຍ ເຊີ່ງອາດຈະເຮັດໃຫ້ລະອອງຈາກນ້ຳລາຍ ທີ່ຫລຸດລອດອອກຈາກຫນ້າກາກ ແຜ່ກະຈາຍໄປໃນອາກາດໄດ້

ໂດຍຈາກສະຖິຕິຄົນຕ່າງດ້າວສັນຊາດລາວທີ່ເດີນທາງກັບໂດຍຜ່ານ ດ່ານກວດຄົນເຂົ້າເມືອງຈັງຫວັດມຸກດາຫານ ກວດພົບຜູ້ຕິດເຊື້ອໄວຣັສໂຄວິດ-19 ຈຳນວນຫລາຍ

1, ວັນທີ28/7/2564 ຕິດເຊື້ອ 127 ຄົນ

2, ວັນທີ27/7/2564 ຕິດເຊື້ອ 85 ຄົນ

3, ວັນທີ26/7/2564 ຕິດເຊື້ອ 119 ຄົນ

4, ວັນທີ25/7/2564 ຕິດເຊື້ອ 83 ຄົນ

5, ວັນທີ24/7/2564 ຕິດເຊື້ອ 198 ຄົນ

ອີກທັງຂັ້ນຕອນການຄັດແຍກໃຊ້ເວລາບໍ່ດົນຈຶ່ງມີຄວາມຈຳເປັນຕ້ອງຫລຸດພຶດຕິກຳ ການໃຊ້ໂທລະສັບ ຂະນະເຂົ້າສູ່ການຄັດແຍກ ໂດຍການໃຫ້ຄົນຕ່າງດ້າວນຳໂທລະສັບມືຖືຂອງຕົນໃສ່ໄວ້ໃນລັງແກັດ(ກ່ອງ) ທີ່ເຈົ້າຫນ້າທີ່ຈັດກຽມໄວ້ຈາກເຈົ້າຫນ້າທີ່ຈະທຳການສິດພົ່ນນ້ຳຢາຂ້າເຊື້ອແລ້ວວາງໄວ້ ໃນທີ່ ທີ່ຄົນຕ່າງດ້າວແນມເຫັນໄດ້ຊັດເຈນ ແລະ ເມື່ອຄັດແຍກແລ້ວຄົນຕ່າງດ້າວກໍ່ສາມາດມາຮັບໂທລະາບຂອງຕົນເອງຄືນໄດ້.

ທີ່ຜ່ານມາເຈົ້າຫນ້າທີ່ ຕມ.ຈວ.ມຸກດາຫານ ບໍ່ເຄີຍຍຶດໂທລະສັບໄວ້ ແລະ ບໍ່ເຄີຍມີເຫດການໂທລະສັບມືຖທຂອງຄົນຕ່າງດ້າວສູນຫາຍໃນກະບວນການນີ້.

2. ກໍລະນີ ຕຳຫລວດກວດຄົນເຂົ້າເມືອງ ຈັງຫວັດມຸກດາຫານ ມີການຮຽກເກັບເງີນຄົນຕ່າງດ້າວ ຄົນລະ 1,000 ຫາ 2,000ບາດ ຕມ.ຈວ.ມຸກດາຫານ ຂໍຢືນຢັນວ່າບໍ່ມີການຮຽກເກັບເງີນ ນອກເຫນືອໄປຈາກຄ່າທຳນຽມ ແລະ ຄ່າປັບໄຫມຕາມກົດຫມາຍແຕ່ຢ່າງໃດ

ໂດຍໃນກະບວນການຄັດວຽກ ຕມ.ຈວ.ມຸກດາຫານ ໄດ້ດຳເນີນການ ໃນສະຖານໂລ່ງແຈ້ງ ແນມເຫັນຊັດເຈນ ແລະ ດຳເນີນການດ້ວຍຄວາມໂປ່ງໃສ.

ຄົນຕ່າງດ້າວສາມາດຊັກຖາມໃນຂັ້ນຕອນການປະຕິບັດໄດ້ຫາກມີຂໍ້ສົງໃສ

#ເຊີ່ງຕມ.ຈວ.ມຸກດາຫານ ເຄີຍໄດ້ຮັບຂໍ້ມູນວ່າ ມີຄົນແອບອ້າງຕົວເປັນເຈົ້າຫນ້າທີ່ຮຽກຮັບຜົນປະໂຫຍດຈາກຄົນຕ່າງດ້າວ ເຊີ່ງຂະນະນີ້ຢູ່ໃນລະຫວ່າງການສືບສວນຕິດຕາມຕົວຜູ້ທີ່ແອບອ້າງດັ່ງກ່າວມາດຳເນີນຄະເຕາມກົດຫມາຍຕໍ່ໄປ.
ຕມ.ຈວ.ມຸກດາຫານ ຍິນດີທີ່ຈະໃຫ້ຄວາມຊ່ວຍເຫລືອຄົນຕ່າງດ້າວສັນຊາດລາວ ໃນການເດີນທາງກັບປະເທດຕາມລະບຽບ ແລະ ກົດຫມາຍ ພາຍໃຕ້ມາດຕະການຄວບຄຸມໂລກ

ຫາກມີຂໍ້ສົງໃສໃນການປະຕິບັດ ບໍ່ໄດ້ຮັບຄວາມສະດວກ ຫລື ບໍ່ໄດ້ຮັບ ຄວາມເປັນທຳ ໂປດແຈ້ງ ຕຳຫລວດກວດຄົນເຂົ້າເມືອງມຸກດາຫານ
ເລກທີ 333 ຫມູ່ 7 ບ້ານຄຳຜັກຫນອກ ຕຳບົນບາງຊາຍໃຫຍ່ ອຳເພີ ມຸກດາຫານ (ລະຫັດໄປສະນີ 49000) ໂທ/ແຟກ 042 674 072 ຫລື ໂທເບີມືຖື 092 867 5066

#ทางเพจ: ขออนุญาติแปลเป็นภาษาลาว เพื่อจะให้พี่น้อง ส.ปปลาว เข้าใจได้ง่าย

Related Articles

Leave a Reply

Your email address will not be published. Required fields are marked *

Back to top button