ຂ່າວລາຍວັນ

ຮັບຜູ້ທີ່ປິ່ນປົວດີຈາກພະຍາດ ໂຄ ວິ ດ ຈຳນວນ 67 ກໍລະນີ

ວັນທີ 30 ກໍລະກົດ 2021 ເວລາ 15:00 ໂມງ ໄດ້ມີພິທີມອບ – ຮັບຜູ້ທີ່ປິ່ນປົວດີຈາກພະຍາດ ໂຄວິດ-19 ຈຳນວນ 67 ກໍລະນີ ທີ່ໄດ້ຮັບການປິ່ນປົວດີ ຈາກໂຮງໝໍສະໜາມ ຫຼັກ 9 ເຂດເສດຖະກິດພິເສດສະຫວັນ-ເຊໂນ.

ໂດຍການເຂົ້າຮ່ວມຂອງ ທິມແພດປິ່ນປົວ, ຄອບຄົວ ຂອງຄົນເຈັບກໍ່ໄດ້ເຂົ້າຮ່ວມໃນການມອບ-ຮັບຄັ້ງນີ້.

ທິມແພດປິ່ນປົວ ໄດ້ກ່າວຕໍ່ໍ່ ຜູ້ທີ່ປີ່ນປົວດີເເລ້ວ, ຄອບຄົວວ່າ: ພາຍຫຼັງທີ່ກັບເມືອບ້ານແລ້ວ ຕ້ອງໄດ້ມີການສືບຕໍ່ ແຍກປ່ຽວກັກບໍລິເວນໂຕເອງຢູ່ເຮືອນຕື່ມອີກ 14 ວັນ, ໃຫ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ໃຫ້ຮັກສາໄລຍະຫ່າງທາງສັງຄົມ, ໃສ່ຜ້າອັດປາກ, ແລະ ໝັ່ນລ້າງມືໃສ່ສະບູຫຼື ເຈັວຂ້າເຊື້ອ ເປັນປະຈໍາ ຕະຫຼອດເຖິງ ການຕິດຕາມອຸນຫະພູມ ແລະ ອາການເຈັບເປັນຂອງຕົນເອງໃນແຕ່ລະວັນ,

ຖ້າມີອາການເຈັບເປັນໃດນຶ່ງ ແມ່ນໃຫ້ໂທປຶກສາແພດເພື່ອຂໍຄໍາແນະນໍາໃນການປະຕິບັດຕົນ,ທ່ານຍັງໄດ້ເນັ້ນໜັກໃຫ້ທາງຄອບຄົວ ແລະ ອໍານາດການປົກຄອງບ້ານໄດ້ຊີ້ແຈງຕໍ່ປະຊາຊົນພາຍໃນບ້ານໃຫ້ມີຄວາມເຂົ້າໃຈ ແລະ ໂດຍສະເພາະບໍ່ໃຫ້ມີການລັງກຽດຕໍ່ຜູ້ຕິດເຊື້ອພະຍາດໂຄວິດ-19, ຜູ້ທີ່ໄດ້ຮັບການປິ່ນປົວດີແລ້ວ ແລະ ຄອບຄົວຂອງເຂົາເຈົ້າ,

ໃຫ້ທຸກຄົນໃນສັງຄົມພ້ອມກັນເປັນກຳລັງໃຈ ແລະ ໃຫ້ການສະໜັບສະໜູນ ແລະ ການແນະນຳທີ່ດີຜູ້ທີ່ຕິດເຊື້ອ ກໍຄືຜູ້ທີ່ປິ່ນປົວດີ ແລ້ວເພື່ອໃຫ້ມີກຳລັງໃຈສືບຕໍ່ການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ແລະ ການດໍາລົງຊີວິດປົກກະຕິແບບໃໝ່ ( New normal ) ທີ່ປອດໄພໃນຄອບຄົວ ແລະ ໃນສັງຄົມ.
ເຊີ່ງປະຈຸບັນແມ່ນມີ ຜູ້ຕິດເຊື້ອສະສົມ 2,011 ຄົນ, ຍັງຄັ້ງສູນປິ່ນປົວ 1.540 ຄົນ, ຍິງ 738 ຄົນ, ປິ່ນປົວດີແລ້ວ 471 ຄົນ, ຍິງ 240 ຄົນ ແລະ ເສັຍຊີວິດ 2 ຄົນ, ຍິງ 1 ຄົນ.

ລາຍຊື່ຜູ້ທີ່ປິ່ນປົວຫາຍດີແລ້ວ ແລະ ອອກຈາກສູນປິ່ນປົວໃນວັນທີ 30 ກໍລະກົດ 2021 ມີ 67 ຄົນ ( ລາຍລະອຽດລາຍຊື່ຄົນເຈັບອອກໂຮງໝໍ ຢູ່ຮູບສຸດທ້າຍ )

Related Articles

Leave a Reply

Your email address will not be published. Required fields are marked *

Back to top button

You cannot copy content of this page

Don`t copy text!
error: Alert: Content is protected !!