ທູດໄທ ປະຈຳລາວ ຊ່ວຍເຫລືອ ່ສູນຈໍາກັດບໍລິເວນແຮງງານລາວມູນຄ່າ 5 ແສນບາດ.
🇹🇭 🇱🇦 ສະຖານເອກອັກຄະຣາຊະທູດໄທ ປະຈຳລາວ ຊ່ວຍເຫລືອ ່ສູນຈໍາກັດບໍລິເວນແຮງງານລາວມູນຄ່າ 5 ແສນບາດ.

ວັນທີ 29 ກໍລະກົດ 2021 ທີ່ກະຊວງສາທາລະນະສຸກ ທ່ານ ເຈດສະດາ ກະຕະເວທິນ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ມອບອຸປະກອນການແພດ ແລະເຄື່ອງອຸປະໂພກ, ບໍລິໂພກ ໃຫ້ແກ່ ກະຊວງສາທາລະນະສຸກ , ກ່າວຮັບໂດຍ ດຣ. ສະຫນອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ເຄື່ອງທີ່ນໍາມາຊ່ວຍເຫລືອຄັ້ງນີ້ປະກອບມີ :

ເຄື່ອງນອນ 500 ຊຸດ, ຜ້າອັດປາກ-ດັງ, ນ້ຳຢາລ້າງມື, ຖັງເກັບນ້ຳ, ຖົງຂີ້ເຫຍື້ອ ແລະ ແຟັບຊັກເຄື່ອງ ມູນຄ່າ 500,000 ບາດ ຫຼື ປະມານ 165 ລ້ານກີບ ເພື່ອຊ່ວຍເຫລືອແຮງງານລາວທີ່ເດີນທາງກັບຈາກຕ່າງປະເທດ ແລະ ຢູ່ລະຫວ່າງການຈໍາກັດບໍລິເວນ ເພື່ອຫຼຸດຜ່ອນຄວາມສ່ຽງໃນການແຜ່ເຊື້ອພະຍາດໂຄວິດ 19 ເປັນການສະແດງເຖິງຄວາມຫ່ວງໃຍ ແລະ ສົ່ງກຳລັງໃຈຈາກປະຊາຊົນຊາວໄທສູ່ປະຊາຊົນລາວ.
ສະເພາະປີ 2021 ການຊ່ວຍເຫຼືອຈາກປະເທດໄທ ທັງຈາກພາກລັດຖະບານ, ພາກເອກະຊົນ ແລະ ພາກປະຊາຊົນ ເພື່ອຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ 19 ໃນ ສປປ ລາວ ມີມູນຄ່າລວມທັງຫມົດຫລາຍກວ່າ 18 ລ້ານບາດ ຫຼື ປະມານ 6,100 ລ້ານກີບ.
ຂ່າວ. Lao National Radio