ຂ່າວດ່ວນພຣະອາຈານ ສຸກມີໄຊ
ຂ່າວດ່ວນ°ພຣະອາຈານ ສຸກມີໄຊ ສີສຸກຂະລາດ ພຣະສົງລາວທີ່ຕິດເຊື້ອ ທີ່ປະເທດອີນເດຍ ໄດ້ມໍລະນະພາບແລ້ວ ເວລາ 20:00 ໂມງ, ຂອງວັນທີ29/07/2021ສ່ວນພິທີຊາປະນະກິດສົບ
ແມ່ນທາງຄະນະສະເພາະກິດ ຂອງປະເທດອີນເດຍດຳເນີນການຕາມຂັ້ນຕອນວິຊາການຂອງຜູ້ເສຍຊີວິດຈາກເຊື້ອພະຍາດໂຄວິດ19ສຳລັບພິທີເກັບອັດຖິ ແລະ ພິທີເຮັດບຸນ ຖວາຍສັງຄະທານ ແຈກເຂົ້າຫາພຣະອາຈານ ສຸກມີໄຊ ສີສຸກຂະລາດ ແມ່ນຄະນະສົງວັດລາວພຸດທະຄະຍາອີນເຕີ ເມືອງຄະຍາ ລັດວິຫານ ປະເທດອີນເດຍ ເປັນຜູ້ຮັບຜິດຊອບແລະດຳເນີນງານ
ນັບແຕ່ມື້ອື່ນເປັນຕົ້ນໄປທ່ານຜູ້ໃຈບຸນສາມາດຮ່ວມບໍລິຈາກກີນທານນຳພຣະອາຈານ ສຸກມີໄຊ ສີສຸກຂະລາດ ຜ່ານຄະນະສົງວັດລາວພຸດຄະຍາອີນເຕີໄດ້,
ຈາກທ່ານຮ່ວມບໍລິຈາກແລ້ວ ໃຫ້ແຄັບຫນ້າຈໍ ແຈ້ງລົງຄອມເມັ້ນ ເພື່ອໃຫ້ທີມງານຢູ່ປະເທດອີນເດຍສາມາດກົດເງິນຕາມທີ່ທ່ານບໍລິຈາກ ໄປຊ່ວຍເຫລືອເຮັດບຸນສີນກີນທານນຳພຣະອາຈານໄດ້ທັນທີວັນທີ 29/07/2021ຫນ້າຂ່າວຊາວພຸດ໑