ດ່ວນແຊຕໍ່ ຜູ້ຕິດເຊື້ອ ປິ່ນປົວຫາຍດີ ແລ້ວ ກັບບ້ານແຕ່ພົບເຊື້ອອີກ
ການເເຄື່ອນໄຫວຜູ້ຕິດເຊື້ອໂຄວິດ-19 ເດີນທາງມາເມືອງນານ ແຂວງຫຼວງພະບາງ ຕາມການຖະແຫຼງຂອງ ທ່ານ ດຣ ບຸນຍະສິດ ຄົງສຳພັນ ຮອງຫົວໜ້າຂະແໜງຄວບຄຸມພະຍາດຕິດຕໍ່ ຕາງໜ້າຄະນະສະເພາະກິດຂັ້ນແຂວງ ລາຍງານສະພາບການລະບາດຂອງພະຍາດ ໂຄວິດ-19 ປະຈຳວັນທີ 29/7/2021

ການເຄື່ອນໄຫວ ຜູ້ຕິດເຊື້ອ ໂຄວິດ-19 ເດີນທາງມາເມືອງນານ ແຂວງຫຼວງພະບາງ ຂໍ້ມູນສ່ວນຕົວ: ເປັນເພດຍິງ ອາຍຸ 20 ປີ ອາຊີບກໍາມະກອນ, ບ້ານຫ້ວຍຫອຍເມືອງນານ, ແຂວງຫຼວງພະບາງ
ວັນທີ 30/6/2021- ເດີນທາງເຂົ້າມາລາວ ຜ່ານດ່ານສາກົນ ວຽງຈັນ-ຫນອງຄາຍ, ເຈົ້າຫນ້າທີ່ໄດ້ເກັບຕົວຢ່າງໄປກວດຜົນ
ອອກມາແມ່ນພົບເຊື້ອພະຍາດ ໂຄວິດ-19 ແລະໄດ້ນໍາສົ່ງຜູ້ກ່ຽວເຂົ້າໄປປິ່ນປົວຢູ່ໂຮງຫມໍ 103 ເປັນເວລາ 7 ວັນ
ວັນທີ 16/7/2021 ່ – ແພດວິເຄາະໂຮງຫມໍ 103 ໄດ້ເກັບຕົວຢ່າງໄປກວດຄືນ ຜົນການກວດອອກມາເປັນຜົນລົບ ບໍ່ພົບເຊື້ອ
່ໂຄວິດ-19 ຫຼັງຈາກນັ້ນຜູ້ກ່ຽວໄດ້ສືບຕໍ່ໄປຈໍາກັດບໍລິເວນຢູ່ສູນຫຼັກ 27 ເປັນເວລາ 3 ວັນ.
ວັນທີ 25/7/2021 – ເຈົ້າຫນ້າທີ່ແພດ ໄດ້ເກັບຕົວຢ່າງໄປກວດຊອກຫາເຊື້ອພະຍາດ ໂຄວິດ-19 ເຊິ່ງຜົນກວດອອກມາເປັນຜົນລົບ
ວັນທີ 26/7/2021 – ເວລາ 10 ໂມງ ຜູ້ກ່ຽວໄດ້ຖືກນໍາສົ່ງອອກວາກສູນຫຼັກ 27 ແລະໄດ້ເດີນທາງມາຫວງພະບາງໂດຍລົດຕ້ ມີຄົນ
ເດີນທາງມານໍາກັນ 10 ຄົນ, ຊ່ວງໄລຍະເດີນທາງໄດ້ແວ່ເຂົ້າຫ້ອງນໍ້າຢູ່ບ້ານ້ໍາມັນແຄມທາງ I ຄັ້ງ (ບໍ່ຈື່ຊື່ບ້າ) ແວ່ກິນເຂົ້າສວຍຢູ່ເມືອງກາສີ (ບໍ່ຈື່ຊື່ຮ້ານ) – ມາຮອດຫຼວງພະບາງ ໄດ້ລົງທີ່ສູນເມືອງນານ 2 ຄົນ ແລະອີກ 8 ຄົນ ແມ່ນໄດ້ມາລົງຢູ່ສນຫ້ວຍມາວ ນະຄອນ,ຫຼວງພະບາງ
.ວັນທີ 27/7/2021 – ທິມງານແພດໄດ້ເກັບຕົວຢ່າງໄປກວດຫາເຊື້ອ ທັງຫມົດ 10 ຄົນ, ຜົນອອກມາແມ່ນພົບເຊື້ອ / ຄົນ, ່ເປັນເພດ ຍິງ ອາຍຸ 20 ປີ, ບ້ານຫ້ວຍຫອຍ ເມືອງນານ ແຂວງຫຼວງພະບາງ.

– ໄດ້ນໍາເຂົ້າມາປິ່ນປົວຢູ່ໂຮງຫມໍແຂວງຫຼວງພະບາງ ເປັນທີ່ຮຽບຮ້ອຍແລ້ວ. ຈາກກໍລະນີທີ່ຜູ້ຕິດເຊື້ອປິ່ນປົວຫາຍດີ ແລ້ວກວດພົບເຊື້ອໃຫມ່ໃນຄັ້ງນີ້ ທ່ານ ດຣ ບຸນຍະສິດ ຄົງສໍາພັນ ຮອງຫົວຫນ້າ ຂະແຫນງຄວບຄຸມພະຍາດຕິດຕໍ່ ພະແນກ ສາທາລະນະສຸກແຂວງຫຼວງພະບາງ ໃຫ້ຮູ້ວ່າ: ກໍລະນີພົບເຊື້ອອາດເກີດຈາກ | 2 ກໍລະນີ ຄື: ເກີດມາຈາກຊາກສົບຂອງພະຍາດ ຫຼື ອາດຈະມີເຊື້ອພະຍາດ ໂຄວິດ-I9 ຫຼົງເຫຼືອຢູ່ໃນຕົວຜູ້ກ່ຽວ