ພາກລັດເລັ່ງຊອກຫາຊ່ອງທາງ ເພື່ອໃຫ້ແຮງງານລາວ ໄດ້ມີວຽກເຮັດງານທຳຫຼາຍຂຶ້ນ
28/7/2021 ພາກລັດເລັ່ງຊອກຫາຊ່ອງທາງ ເພື່ອໃຫ້ແຮງງານລາວທີ່ກັບມາຈາກຕ່າງປະເທດ ໄດ້ມີວຽກເຮັດງານທຳຫຼາຍຂຶ້ນ
ເພື່ອເປັນການຮອງຮັບໃຫ້ແກ່ບັນດາແຮງງານລາວທີ່ກັບມາຈາກຕ່າງປະເທດ ໃຫ້ມີວຽກເຮັດງານທຳຢູ່ພາຍໃນປະເທດລາວເຮົາ ເຊິ່ງທາງພັກ ແລະ ລັດຖະບານກໍ່ໄດ້ຊອກຫາຫຼາຍຊ່ອງທາງເພື່ອໃຫ້ເຂົາເຈົ້າເລົ່ານັ້ນໄດ້ມີລາຍຮັບທີ່ສາມາດກຸ້ມຕົນເອງ ຈາກການໃຫ້ສຳພາດຂອງທ່ານ ນາງ ພາວັນ ບົວຫຼວງລາດ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການແຂວງສະຫວັນນະເຂດ ໄດ້ໃຫ້ຮູ້ວ່າ: ຈາກຜົນການສຳຫຼວດ,ເກັບກຳ ຕົວເລກຜູ້ໄປອອກແຮງງານຢູ່ປະເທດໄທ ໃນປີ 2019 ຈາກຄອບຄົວໃນແຕ່ລະບ້ານທົ່ວແຂວງສະຫວັນນະເຂດ ມີທັງໝົດຈຳນວນ 35.726 ຄົນ,ຍິງ 20.544 ຄົນ ໃນນັ້ນ 21.972 ຄົນແມ່ນໄປຖືກຕ້ອງຕາມກົດໝາຍ ສ່ວນອີກ 13.754 ຄົນ ແມ່ນໄປບໍ່ຖືກຕ້ອງຕາມກົດໝາຍ.
ສຳລັບການເຂົ້າມາຂອງແຮງງານຍ້ອນການແຜ່ລະບາດຂອງພະຍາດໂຄວິດ 19 ເລີ່ມແຕ່ເດືອນ ມີນາ ປີ 2020 ມາຮອດປັດຈຸບັນ ຊຶ່ງໄດ້ແບ່ງເປັນສອງໄລຍະຄື: ໄລຍະທີ 1 ມີແຮງງານເຂົ້າມາ 27.659 ຄົນ,ຍິງ 13.445 ຄົນ,ໄລຍະທີ 2 ມີ 23.445 ຄົນ,ຍິງ 10.984 ຄົນ ໃນນີ້ທາງພາກລັດກໍ່ໄດ້ພະຍາຍາມຍື່ນມືຮັບເອົາຄົນລາວ ໃນໄວທຳງານ ຫຼື ໄວສະລາ ແລະ ເດັກນ້ອຍເປັນບູລິມະສິດກ່ອນສິ່ງອື່ນ ພ້ອມທັງເອົາໃຈໃສ່ປິ່ນປົວເຂົາເຈົ້າດ້ວຍວິທີການນຳ ເຂົ້າສູນຈຳກັດບໍລິເວນ 14 ວັນ ຫຼື ເອົາໃຈໃສ່ປິ່ນປົວໃນກໍລະນີມີຜູ້ຕິດເຊື້ອພະຍາດໂຄວິດ 19 ພ້ອມນີ້ກໍ່ໄດ້ເອົາໃຈໃສ່ໂຄສະນາເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບແຮງງານ,ການຈ້າງງານ,ການຊອກວຽກເຮັດງານທຳ,ສຶກສາອົບຮົມແນວທາງຂອງພັກ ເພື່ອໃຫ້ເຂົາເຈົ້າຮູ້ໄດ້ເຖິງຄວາມເປັນຫ່ວງເປັນໃຍຂອງພັກ ແລະ ລັດຖະບານ ຕໍ່ບັນດາແຮງງານ,ຕໍ່ກັບພີ່ນ້ອງຮ່ວມຊາດຄື: ພັກເຊົາ,ກັກກັນ,ປິ່ນປົວໂດຍບໍ່ເສຍຄ່າ,ອຳນວຍຄວາມສະດວກໃນການປະສານງານກັບທ້ອງຖິ່ນ,ສ້າງເງື່ອນໄຂໃຫ້ໄດ້ຮັບວັກຊີນ,ປະຊາສຳພັນໃຫ້ແຮງງານທີ່ມີຈຸດປະສົງສະໝັກວຽກ,ພົວພັນປະສານງານ ແລະ ລົງທະບຽນຢູ່ຈຸດບໍລິການຈັດຫາງານ ຊຶ່ງມີຢູ່ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ,ຊຸກຍູ້ໃຫ້ບໍລິສັດຈັດຫາງານ ໂດຍມີ 2 ບໍລິສັດທີ່ເຄື່ອນໄຫວພາຍໃນແຂວງສະຫວັນນະເຂດ ຊຶ່ງຄາດວ່າຖ້າຫາກແຮງງານຂອງພວກເຮົາໄດ້ຮັບວັກຊີນຢ່າງທົ່ວເຖິງ ກໍ່ເປັນເງື່ອນໄຂໜຶ່ງໃນການເຂົ້າເຖິງຕະຫຼາດແຮງງານ ແລະ ຍັງຈະໄດ້ມີການປຶກສາຫາລືກັບພາກສ່ວນທີ່ກ່ຽວຂ້ອງເພື່ອຊ່ວຍແຮງງານດັ່ງກ່າວ ເຊັ່ນ:
ສະພາການຄ້າອຸດສາຫະກຳ,ຈັດຕະຫຼາດນັດແຮງງານ,ຂະຫຍາຍເຄືອຂ່າຍບໍລິການຈັດຫາງານໃຫ້ຮອດເມືອງ ແລະ ບ້ານ,ເປີດການຝຶກອົບຮົມທາງດ້ານສີມືແຮງງານ ແລະ ອື່ນໆ ປັດຈຸບັນໄດ້ມີ 3 ບໍລິສັດແລ້ວທີ່ຍື່ນສະເໜີຫາພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ທີ່ມີຄວາມຕ້ອງການທາງດ້ານແຮງງານເປັນຕົ້ນແມ່ນ: ບໍລິສັດສາມມິດ ຈັດຫາງານ ມີຄວາມຕ້ອງການພະນັກງານຊ່າງຊີມັງ-ຊ່າງເຫຼັກ ຈໍານວນຫຼາຍຄົນໃນໂຄງການກໍ່ສ້າງຂົວຂ້າມແມ່ນ້ຳຂອງແຫ່ງທີ 5 ປາກຊັນ – ບຶງການ ມີຄ່າແຮງງານເລີ່ມຕົ້ນ 85.000 ກີບ ຫາ 100.000 ກີບຕໍ່ມື້,ມີເງິນລ່ວງເວລາ 13.000 ກີບ/ຊົ່ວໂມງ, ເຮັດວຽກ 8 ຊົ່ວໂມງ/ມື້,ມີນໍ້າປະປາ,ໄຟຟ້າໃຫ້ໃຊ້ຟຣີ,ບໍລິສັດທຣີໂອລາວ ເອັສປອດຈຳກັດ ຕ້ອງການພະນັກງານ 350 ຄົນ ຕຳແໜ່ງງານຫຍິບຜ້າ,ຫົວໜ້າລາຍການຜະລິດ,ຊ່າງສ້ອມແປງຈັກ ປະຕິບັດນະໂຍບາຍຕາມກົດໝາຍແຮງງານ ແລະ ກົດໝາຍປະກັນສັງຄົມ
ມີເງິນໃຫ້ 1.400.000 ກີບ ຫາ 5.000.000 ກີບ ພ້ອມມີຫໍພັກຍິງໃຫ້ຢູ່. ບໍລິສັດຕຣີມາສ ຈໍາກັດ ດໍາເນີນທຸລະກິດ ກ່ຽວກັບຫຍິບເສື້ອຜ້າສົ່ງອອກ ຕ້ອງການພະນັກງານຫຍິບຜ້າຈຳນວນຫຼາຍ ມີນະໂຍບາຍຄ່າແຮງງານຕາມກົດໝາຍ,ເງິນລ່ວງເວລາ,ເງິນຜົນຜະລິດ,ມີຄ່າອາຫານ ແລະ ມີເງິນໂບນັດໃຫ້ນຳອີກ.ໂດຍຈະຈ່າຍເງິນໃຫ້ໃນທຸກໆວັນທີ 10 ແລະ ວັນທີ 25 ຂອງແຕ່ລະເດືອນ. ສ່ວນວ່າເຂດເສດຖະກິດພິເສດສະຫວັນນະເຂດ ບໍລິສັດເຣັນໂຣເວິກ ກໍ່ມີທ່າອ່ຽງຈະຮັບແຮງງານເພີ່ມຕື່ມໃນຫຼາຍຕຳແໜ່ງງານ,ບໍລິສັດປ້ອງກັນເວນຍາມ ( ປກສ ) ຕ້ອງການພະນັກງານ 40 ຄົນ,
ຂົງເຂດກະສິກຳຕ້ອງການແຮງງານປັກດຳ,ກ່ຽວເຂົ້າ,ປູກ ແລະ ຕັດອ້ອຍ,ປູກ ແລະ ເກັບກຸ້ມັນຕົ້ນຈຳນວນ 4.000 ຄົນ ເປັນແຮງງານຕາມລະດູການ ແລະ ກໍ່ມີໂຄງການລົງທຶນຂອງບໍລິສັດ ເອອາບີຊີ ໃນຂົງເຂດກະສິກຳປຸງແຕ່ງຊຶ່ງສະເໜີໂຄງການຢູ່ເມືອງຈຳພອນ ແລະ ເມືອງສອງຄອນ ໃນເນື້ອທີ່ 100.000 ກວ່າເຮັກຕາ ຄາດຄະເນຄວາມຕ້ອງການແຮງງານ 50.000 ຄົນ ສັງລວມແລ້ວຖ້າສະພາບການລະບາດຂອງພະຍາດໂຄວິດ 19 ເບົາບາງລົງໂຄງການຕ່າງໆ ກໍ່ໄດ້ມີການລິເລີ່ມ ແລະ ຈັດຕັ້ງປະຕິບັດໃນໄວໆນີ້ ຄາດວ່າບັນດາແຮງງານທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ 19 ທີ່ກັບມາຈາກປະເທດໄທ ກໍ່ຈະໄດ້ຮັບການຈ້າງງານ ແລະ ມີວຽກເຮັດງານທຳຫຼາຍຂຶ້ນ.
ສຳລັບຜູ້ໃດທີ່ມີຄວາມສົນໃຈຢາກເຮັດວຽກນຳບໍລິສັດທີ່ກ່າວມານັ້ນແມ່ນສາມາດລົງທະບຽນໄດ້ທີ່ ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ແລະ ສູນບໍລິການຈັດຫາງານ ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ຫຼື ສາມາດໂທສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່ໝາຍເລກໂທລະສັບ 041 212 023 ໃນໂມງ ແລະ ວັນລັດຖະການ.
#ຂໍ້ມູນຈາກ: ອັກສອນສິນ ພົມມະຈັນ