ຂ່າວລາຍວັນ

ດ່ວນທີ່ສຸດ! ເມືອງສອງຄອນໄດ້ມີຜູ້ຕິດ ເ ຊື້ ອເພີ່ມ 4 ຄົນ, ຊຸມຊົນ 1 ຄົນ ວັນທີ່ 28 ກໍລະກົດ

ວັນທີ​ 28​ ກໍລະກົດ​ 2021​ ນີ້​ ເຈົ້າເມືອງໆສອງຄອນ ແຂວງສະຫວັນນະເຂດ ໄດ້ອອກ​ໜັງສື​ລາຍງານ​ເລກທີ​ 450/ຈມ.ສຄ ເລື່ອງພົບຜູ້ຕິດເຊື້ອໃໝ່ ທີ່ເປັນແຮງງານນຳເຂົ້າ ແຕ່ວ່າພົບເຊື້ອເປັນບວກຫຼັງກັກໂຕແລ້ວ ແລະໄດ້ກັບບ້ານ ເຊິ່ງມີລາຍງານດັ່ງລຸ່ມນີ້:

1. ທ້າວ ຄຳພັດ ອາຍຸ 18 ປີ, ບ້ານໜອງຍໍ, ເມືອງສອງຄອນ, ໄດ້ຮັບອະນຸຍາດອອກຈາກສູນ ໃນວັນທີ 17 ກໍລະກົດ 2021 ແລະ ໄດ້ກວດພົບເຊື້ອໃນວັນທີ 27 ກໍລະກົດ 2021

2. ທ້າວ ສຸກັນ ອາຍຸ 44 ປີ, ບ້ານນາຄຳນົນ, ເມືອງສອງຄອນ, ໄດ້ຮັບອະນຸຍາດອອກຈາກສູນ ໃນວັນທີ 18 ກໍລະກົດ 2021 ແລະ ໄດ້ກວດພົບເຊື້ອໃນວັນທີ 27 ກໍລະກົດ 2021

3. ທ້າວ ນັດທະພົນ ອາຍຸ 13 ປີ, ບ້ານນາຄຳມົນ ເມືອງສອງຄອນ ເປັນລູກຊາຍ ທ້າວສຸກັນ ໄດ້ຮັບອະນຸຍາດອອກຈາກສູນ ໃນວັນທີ 18 ກໍລະກົດ 2021 ແລະ ໄດ້ກວດພົບເຊື້ອໃນວັນທີ 27 ກໍລະກົດ 2021

4. ທ້າວ ໃໝ ອາຍຸ 18 ປີ, ບ້ານຫຼັກເມືອງ ເມືອງສອງຄອນ (ໄດ້ສໍາພັດກັບ ທ້າວ ຄຳພັດ ທີ່ເປັນແຮງງານນຳເຂົ້າ) ແລະ ໄດ້ກວດພົບເຊື້ອໃນວັນທີ 27 ກໍລະກົດ 2021

ທັງສີ່ຄົນແມ່ນໄດ້ສົ່ງໄປປິ່ນປົວຢູ່ໂຮງໝໍແຂວງແລ້ວ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button