ຂ່າວລາຍວັນ

ມື້ນີ້ມິຜູ້ຕິດໂຄວິ ດ ຢູ່ໃນຊຸມຊົນ 3 ຄົນ

ປະຍາວັດການເຄື່ອນໄຫວ ຜູ້ຕິດເຊື້ ອພ ະຍາ ດກໍລະນີທີ 5 ເເລະ ກໍລະນີທີ 6 . ກໍ່ລະນີທີ 5: ເພດຊາຍ ອາຍຸ 34 ປີ , ກໍລະນີທີ 6: ເພດຍີງອາຍຸ 28 ປີ . ທັງສອງແມ່ນຜົວເມຍກັນ ບ້ານປູ່ປະຈຸບັນ: ນາແລ້ງຫຼວງ ເມືອງ ໄຊຍະບູລີ ແຂວງ ໄຊຍະບູລີ. ພວກກ່ຽວເດິນທາງມາຈາກຈັງຫັວດ ລະບອງ ປະເທດໄທ ມາຮອດ ສປປ ລາວ ໃນວັນທີ 12 ກໍລະກົດ 2021 ໄດ້ເຂົ້າກັກຕົວຢູ່ສູນຫຼັກ 27 ນະຄອນຫຼວງວຽງຈັນ ໄດ້ເກັບຕົວຢ່າງ 02 ຄັ້ງ,

ແຕ່ລະຕັ້ງເປັນ ຜົນລົບ ແລະ ໄດ້ກັກຕົວ ຄົບ 14 ວັນ. ຮອດວັນທີ 25 /7/2021 ໄດ້ອອກຈາກສູນກັກຕົວ ລາຍລະອຽດດັ່ງນີ້: ວັນທີ 25 ກໍລະກົດ 2020ເດີນທາງອອກຈາກ ນະຄອນຫຼວງວຽງຈັນ ໂດຍລົດຮັບເຫມົາ(ລົດຕູ້) ຊຶ່ງເປັນລົດ ຂອງປະຊາຊົນເມືອງພຽງ 2 ຜູ້ເດີນທາງມານໍາກັນ 12 ຄົນ ເຊິ່ງມີ:

ເມືອງແກ່ນທ້າວ 2 ຄົນ(ບ້ານ ຫ້ວຍເລິກ), ເມືອງປາກລາຍ 1 ຄົນ( ບ້ານຫ້ວຍ ມົດສົ້ມ), ເມືອງພຽງ 7 ຄົນ(ບ້ານນາບວມ 4 ຄົນ,ບ້ານດົງຫຼວງ 1 ຄົນ, ບ້ານກາງ 2 ຄົນ), ເມືອງໄຊຍະບູລີ 2 ຄົນ,ຜ່ານ ຂົວຂ້າມນ້ໍາຂອງປາກລາຍ ມີເຈົ້າຫນ້າທີ່ ກວດກາປະຈໍາດ່ານຈໍານວນ 8 ຄົນ, ພວກກ່ຽວເດິນທາງມາຮອດບ້ານນາແລ້ງ ຫຼວງ ໃນເວລາ 24:00 ໂມງ.

ວັນທີ 26 ກໍລະກົດ 2021 ຕອນເຊົ້າຜູ້ກ່ຽວເຂົ້າແຈ້ງເອກກະສານ ຢູ່ຫ້ອງການກຸ່ມບ້ານນາຍາວ ມີຜູ້ສໍາພັດ 02 ຄົນ,ຈາກນັ້ນໄດ້ໄປຕາບຢາງລົດຢູ່ບ້ານນາໄຮ

ມີຜູ້ສໍາຜັດ 01 ຄົນ, ໄດ້ ໄປທະນາຄານພົງສະຫັວນ ປ່ອງທີ 3 ມີຜູ້ສໍາພັດ 01 ຄົນ, ຫຼັງຈາກນັ້ນໄດ້ໄປຊື້ ປາ, ຕີນໄກ່ ຢູ່ໃກ້ກັນໃນຕະຫຼາດ ບ້ານສີມຸງຄຸນ ເມືອງໄຊຍະບູລີ ມີຜູ້ສໍາພັດ 02 ຄົນ ແລະ ໄດ້ກັບບ້າ. ຕອນຄໍ່ໄດ້ໄປກິນເຂົ້າຮ່ວມກັບຫມູ່ເພື່ອນ ແລະ ພີ່ນ້ອງ ມີຜູ້ຮ່ວມພາເຂົ້າທັງຫມົດ 21 ຄົນ.

ຮອດກາງຄືນຂອງວັນດຽວກັນ ຜູ້ເປັນຜົວມີໄຂ້, ໄອ, ເຈັບຫົວ, ອິດເມື່ອຍ, ປວດຕາມຕົນ, ຜົນການກວດກາວັດແທກອຸນຫະພູມຍັງປົກກະຕິ.

– ກາງຄືນຂອງວັນທີ 26 ກໍລະກົດ 2011 ຜູ້ເປັນເມຍ ມີອາການ ຄໍແຫ້ງ, ຜົນການກວດກາ

ວັດແທກອຸນຫະພຸມຍັງປົກກະຕິ.

– ວັນທີ 27 ກໍລະກົດ 2011 ໄດ້ເກັບຕົວຢ່າງໄປວິເຄາະ ຜົນກວດ ເບື້ອງຕົ້ນເປັນ ບວກທັງ 2

ກໍລະນີ

– ປະຈຸບັນໄດ້ເອົາເຂົ້າປິ່ນປົວຢູ່ໂຮງຫມໍແຂວງ, ອາການປົກກະຕິດີ.

ສັງລວມຜູ້ສໍາພັດໃກ້ສິດທັງຫມົດ ມີຈໍານວນ 47 ຄົນ.ໄດ້ເກັບຕົວຢ່າງ ແລະ ນໍາໄປຈໍາກັດ ບໍລິເວນທັງຫມົດແລ້ວ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button

You cannot copy content of this page

Don`t copy text!
error: Alert: Content is protected !!