ສ.ເກົາຫລີ-ສປປ.ເກົາຫລີ ຮື້ຟືນຊ່ອງທາງການສື່ສານຄືນໃໝ່
ສ.ເກົາຫລີ-ສປປ.ເກົາຫລີ ຮື້ຟືນຊ່ອງທາງການສື່ສານຄືນໃໝ່

ຂປລ.ຕາມຂ່າວຈາກ ເຊອຸນ, ໂຄສົກ ປະຈຳທຳນຽບ ປະທານາ ທິບໍດີ ສ.ເກົາຫລີ ເປີດເຜີຍວ່າ: ສ.ເກົາຫລີ ແລະ ສປປ .ເກົາຫລີ ກັບມາຮື້ຟື້ນ ໂທລະສັບ ສາຍດ່ວນ ຕິດຕໍ່ກັນອີກຄັ້ງ ຫລັງຈາກ ຕັດຂາດ ການຕິດຕໍ່ກັນ ໄປກ່ອນໜ້ານີ້ ເຊິ່ງເປັນສ່ວນໜຶ່ງ ຂອງຄວາມພະຍາຍາມ ຂອງຜູ້ນຳ ທັງສອງປະເທດ ທີ່ຈະຟື້ນຟູ ຄວາມສຳພັນ ທີ່ເຄັ່ງຕືງ ລະຫວ່າງກັນ ພາຍຫລັງ


ທ່ານ ມູນແຈອິນ,ປະທານາທິບໍດີ ສ.ເກົາຫລີ ແລະ ທ່ານ ກິມ ເຈີງອຸນ,ຜູ້ນຳ ສູງສຸດຂອງ ສປປ.ເກົາຫລີ ໄດ້ແລກປ່ຽນຈົດໝາຍ ຕິດຕໍ່ກັນ ຫລາຍສະບັບ ຕັ້ງແຕ່ເມື່ອເດືອນເມສາ ທີ່ຜ່ານມາ ແລະ ໄດ້ຕົກລົງຮ່ວມກັນ ທີ່ຈະໃຫ້ກັບໄປ ເຊື່ອມຕໍ່ ໂທລະສັບ ໂດຍກົງ ເພື່ອຕິດຕໍ່ ກັນອີກຄັ້ງ



ໃນຂະນະທີ່ ສຳນັກຂ່າວ ກາງເກົາຫລີ ຫລື (KCNA)ຂອງທາງການ ສປປ.ເກົາຫລີ ກ່າວວ່າ: ຊ່ອງທາງ ການຕິດຕໍ່ ລະຫວ່າງ ສອງເກົາຫລີ ທຸກຊ່ອງທາງ ກັບມາດຳເນີນການ ອີກຄັ້ງ ໃນເວລາ10.00ໂມງ ໃນວັນທີ27ກໍລະກົດນີ້ ກາຍເປັນຂີດໝາຍສຳຄັນ ໃນການເພີ່ມທະວີ ການຮ່ວມມື ແບບທະວິພາຄີ ລະຫວ່າງ ສອງປະເທດ ໃນຕໍ່ໜ້າ.
ຮຽບຮຽງຂ່າວໂດຍ ສະໄຫວ ລາດປາກດີ