ຮ່ວມສົ່ງກຳລັງໃຈໃຫ້ກັບແພດໝໍ
ຮ່ວມສົ່ງກຳລັງໃຈໃຫ້ກັບແພດໝໍ ແລະ ເຈົ້າຫນ້າທີ່ທຸກພາກສ່ວນ ທີ່ກຳລັງສຸມໃສ່ການຕອບໂຕ້ພະຍາດໂຄວິດ

ປັດຈຸບັນ, ແຮງງານລາວ ທີ່ໄປເຮັດວຽກຢູ່ຕ່າງປະເທດ ໂດຍສະເພາະປະເທດໄທ ກຳລັງເດີນທາງກັບຄືນ ສປປ ລາວ ເປັນຈຳນວນຫຼາຍ

ເຊີ່ງ, ແຕ່ລະແຂວງ ໂດຍສະເພາະ ແຂວງທີ່ມີຊາຍແດນຕິດກັບປະເທດໄທ ກຳລັງກະກຽມໂຮງໝໍສະໜາມ ແລະ ສູນກັກບໍລິເວນ ເພື່ອຕ້ອນຮັບຜູ້ທີ່ເດີນທາງກັບມາ
ທັງນີ້, ພາກລັດ ຍັງຂໍຮຽກຮ້ອງໃຫ້ບັນດາແຮງງານທັງຫຼາຍ ຖ້າມີຈຸດປະສົງຢາກກັບຄືນມາປະເທດ ກໍ່ໃຫ້ກັບມາໂດຍຖືກຕາມລະບຽບກົດໝາຍ ທີ່ທາງຄະນະສະເພາະກິດໄດ້ມີແຈ້ງການອອກມາ ເພື່ອຈະໄດ້ມີການກັ່ນກອງ, ເກັບຕົວຢ່າງ ແລະ ນຳສົ່ງເຂົ້າສູນຈຳກັດບໍລິເວນ,

ແລະຍັງຮຽກຮ້ອງມາຍັງ ອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ ກວດຂັນລາດຕະເວນ ຜູ້ທີ່ລັກເຂົ້າມາ ບໍ່ຖືກຕາມລະບຽບການ ຕາມຊ່ອງທາງທຳມະຊາດ ຫຼື ຖ້າຫາກທ່ານພົບເຫັນ ໃຫ້ລາຍງານຕໍ່ເຈົ້າໜ້າທີ່ກ່ຽວຂ້ອງທັນທີ ເພື່ອນຳສົ່ງພວກກ່ຽວເຂົ້າສູນຈຳກັດບໍລິເວນ ແລະ ເກັບຕົວຢ່າງກວດຫາເຊື້ອໂຄວິດ-19 ເພື່ອສະກັດກັ້ນບໍ່ໃຫ້ແຜ່ເຊື້ອ ໄປສູ່ຄອບຄົວ, ໝູ່ເພື່ອນ, ຄົນອ້ອມຂ້າງ ແລະ ສູ່ຊຸມຊົນ
ແລ້ວເຮົາຈະກັບມາໃຊ້ຊີວິດປົກກະຕິໂດຍໄວທີ່ສຸດ ສູ້ໆ 🇱🇦