ຂ່າວລາຍວັນ
ເຫດລົດໃຫຍ່ເສຍຫລັກປີ້ນ(ເສຍຊີວິດ 1 ຄົນ).
#ເຫດລົດໃຫຍ່ເສຍຫລັກປີ້ນ(ເສຍຊີວິດ 1 ຄົນ).
…
ໃນວັນທີ 12/02/2023 ເວລາ 22:30 ໂມງ ມີລົດໃຫຍ່ເສຍຫລັກປີ້ນ.ຈຸດເກີດເຫດແມ່ນເສັ້ນທາງບ້ານຫົວຊຽງ ເມືອງໄຊທານີ ນະຄອນຫລວງວຽງຈັນ.
…
ຈຶ່ງໄດ້ອອກກວດສອບພົບເຫັນຜູ້ເສຍຊີວິດ 1 ຄົນ.ຂໍ້ມູນຜູ້ເສຍຊີວິດແມ່ນ ເພດຊາຍ ອາຍຸ 27 ປີ ອາຊີບປະຊາຊົນ ບ້ານໂຄກສີວິໄລ ເມືອງໄຊທານີ ນະຄອນຫຼວງວຽງຈັນ.ອາການເບື້ອງຕົ້ນແມ່ນຄໍຫັກ,ກະທົບຫົວ,ມີບາດເປີດຢູ່ແຂນເບື້ອງຊ້າຍ(ເສຍຊີວິດຄາທີ່).

ຜູ້ເສຍຊີວິດແມ່ນຕິດພາຍໃນລົດບໍ່ສາມາດເອົາອອກມາຈາກລົດໄດ້,ສະນັ້ນທາງໜ່ວຍກູ້ໄພຈຶ່ງໄດ້ນຳເອົາອຸປະກອນຕັດ-ຖ່າງເຂົ້າຊ່ວຍເຫລືອເພື່ອນຳອອກຈາກລົດແລ້ວນຳສົ່ງໃຫ້ຍາດຕິພີ່ນ້ອງເຮັດພິທີທາງສາສະຫນາ.

ຂໍສະແດງຄວາມເສຍໃຈກັບຄອບຄົວ ແລະ ຍາດຕິພີ່ນ້ອງດ້ວຍກັບການສູນເສຍຄົນໃນຄອບຄົວໃນເຫດການຄັ້ງນີ້.
Cr: ໜ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ 1623