ຂ່າວລາຍວັນ

ຍອດຜູ້ເສຍຊີວິດຈາກນໍ້າຖ້ວມຢູ່ຈີນ ເພີ່ມຂຶ້ນເກືອບ 60 ຄົນ

ຍອດຜູ້ເສຍຊີວິດຈາກນໍ້າຖ້ວມຢູ່ຈີນ ເພີ່ມຂຶ້ນເກືອບ 60 ຄົນ

ຂປລ.ອ້າງຕາມແຫລ່ງຂ່າວ ຊີອາໄອ ຂອງຈີນ, ກົມບໍລິຫານ ເຫດສຸກເສີນ ມົນທົນເຫີຫນານ ຂອງຈີນ ລາຍງານວ່າ: ວັນທີ 23 ກໍລະກົດ, ເກີດຝົນຕົກໜັກ ຢ່າງຕໍ່ເນື່ອງ

ໃນຫລາຍວັນ ຜ່ານມາ ທີ່ມົນທົນເຫີຫນານ ສປຈີນສົ່ງຜົນໃຫ້ຍອດຜູ້ເສຍຊີວິດ ເພີ່ມຂຶ້ນ ຢ່າງໜ້ອຍ 56 ຄົນ ແລະ ສູນຫາຍ 5 ຄົນ. ພ້ອມທັງສ້າງຄວາມ ເສຍຫາຍ ທາງເສດຖະກິດ ໂດຍກົງກວ່າ 13.900 ລ້ານຢວນ, ໜ່ວຍກູ້ໄພ ພວມເລັ່ງດຳເນີນການ ໃຫ້ຄວາມຊ່ວຍເຫລືອ ຕໍ່ໄປ.

ໂດຍອຸບມົງ ຖະໜົນ ຈິງກວາງ ໃນເມືອງເຈິງໂຈວ ຖືກນໍ້າຖ້ວມ ຈາກຝົນຕົກໜັກ ໃນຄັ້ງນີ້ ໄດ້ຮັບຄວາມ ເສຍຫາຍ ຢ່າງຫລວງຫລາຍ , ລົດໃຫຍ່ ກວ່າ 100 ຄັນ ຕິດຄ້າງ ຢູ່ທາງອອກ ຂອງອຸບມົງ.

ຊຶ່ງຂະນະນີ້ ໜ່ວຍກູ້ໄພ ຊ່ວຍເຫລືອ ເລັ່ງສູບນໍ້າ ອອກຈາກ ອຸບມົງ ແຕ່ພາຍໃນ ຍັງມີນໍ້າຖ້ວມຂັງ ຢູ່ໃນປະລິມານ ຫລວງຫລາຍ, ສ່ວນຈຳນວນຜູ້ເສຍຊີວິດ ຍັງບໍ່ສາດ ຢືນຢັນໄດ້.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button

You cannot copy content of this page

Don`t copy text!
error: Alert: Content is protected !!