ຂ່າວລາຍວັນ
ດ່ວນ ເຫດຟ້າ ຜ່າ ຄົ ນເ ສ ຍ ຊີ ວິ ດ
ເຫດຟ້າຜ່າຄົນເສຍຊີວິດ ເມືອງໄຊທານີ ບ້ານນາຜາສຸກຫລັກ33 ໃນວັນທີ 19/7/2021 ເວລາ 19:00 ນາທີ

ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 5432 3636 ວ່າມີຄົນຖືກຟ້າຜ່າ ຈຸດເກີດເຫດທີ່ບ້ານນາຜາສຸກ ຫລັກ33 ເມືອງໄຊທານີ ນະຄອນຫລວງວຽງຈັນ

ຫນ່ວຍກູ້ໄພອາສາເພື່ອປະຊາຊົນຈຶ່ງໄດ້ອອກກວດສອບເຫດພົບຜູ້ປະສົບເຫດ 1ຄົນ ເພດຊາຍ ອາຍຸ 22 ປີ

ອາການເບື້ອງຕົນແມ່ນຫມົດສະຕິຈັບຊີບພະຈອນບໍ່ໄດ້ ໄດ້ທຳການ CPR ປ້ຳຫົວໃຈ ແຕ່ຜູ້ກ່ຽວບໍ່ຕອບສະຫນອງ

ດັ່ງນັ້ນຫນ່ວຍກູ້ໄປຈື່ງໄດ້ຫໍ່ມ້ຽນສົບແລ້ວນຳສົ່ງໃຫ້ພີ່ນ້ອງທຳພິທີທາງສາດສະຫນາ ໄດ້ຮ່ວມອານຸເຄາະຫີບ 1 ໜ່ວຍ ພ້ອມສົ່ງສະການ

ລົດສຸກເສີນຫມາຍເລກ 001 ນຳສົ່ງ