ແຊຕໍ່ ສືບຕໍ່ລ໋ອກດາວຈົນເຖິງວັນທີ 03-08- 2021,
ສືບຕໍ່ລ໋ອກດາວຈົນເຖິງວັນທີ 03-08- 2021, ພ້ອມທັງ ສືບຕໍ່ປະຕິບັດມາດ ຕະການວາງອອກ ເເລະ ຜ່ອນຜັນບາງມາດຕະການ ຢູ່ນະຄອນຫຼວງວຽງຈັນ ເເລະ ເເຂວງທີ່ຍັງມີ ການລະບາດ ເຊີ່ງມີລາຍລະອຽດດັ່ງນີ້

🔥 🔥 ທ່ານ ນ. ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ,ກ່ຽວກັບ ມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດ ຂອງພະຍາດ COVID-19 ໃນໄລຍະວັນທີ 20 ມິຖຸນາ-04 ກໍລະກົດ 2021(ວັນສຸກ, ວັນທີ 19 ມິຖຸນາ 2021, ທີ່ ຫສນຍ) ພໍ່ແມ່ ພີ່ນ້ອງຊາວລາວ ໃນທົ່ວປະເທດ ທີ່ນັບຖື ແລະ ຮັກແພງ.

ບັນດາສື່ມວນຊົນລາວທັງຫຼາຍ. ຂ້າພະເຈົ້າ ໃນນາມຕາງໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ປະຕິບັດໜ້າທີ່ໂຄສົກລັດຖະບານ ຂໍອະນຸຍາດຖະແຫຼງມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ສຳລັບໄລຍະວັນທີ 20 ກໍລະກົດ ຫາ ວັນທີ 03ສີ່ງຫາ 2021.
ມື້ນີ້ວັນທີ 20ກໍລະກົດ 2021 ເປັນມື້ສຸດທ້າຍຂອງການສືບຕໍ່ຈັດຕັ້ງປະຕິບັດມາດຕະການຕ່າງໆ ທີ່ໄດ້ກຳນົດໃນ ຄຳສ່ັງເລກທີ 15/ນຍ, ລົງວັນທີ 21 ເມສາ 2021, ແຈ້ງການ ສະບັບເລກ 595/ຫສນຍ, ລົງວັນທີ 04 ມິຖຸນາ 2021 ແລະ ມາດຕະການຕ່າງໆ ທີ່ບັນດາຂະແໜງການ ທັງສູນກາງ ແລະ ທ້ອງຖິ່ນ ໄດ້ວາງອອກ, ເຫັນວ່າ ລັດຖະບານ ກໍຄື ອົງການປົກຄອງທ້ອງຖິ່ນ

ໄດ້ສືບຕໍ່ຊີ້ນຳການຄວບຄຸມ ແລະ ສະກັດກັ້ນ ການແຜ່ລະບາດ ພ້ອມທັງ ໄດ້ຮັບການຮ່ວມມືຈາກທຸກພາກສ່ວນໃນສັງຄົມ ແລະ ເພື່ອນມິດຕ່າງປະເທດ ເປັນຢ່າງດີ ເຮັດໃຫ້ການລະບາດພາຍໃນມີທ່າອ່ຽງຫຼຸດລົງ, ການຕິດເຊື້ອຢູ່ບັນດາແຂວງ ສ່ວນຫຼາຍແມ່ນມາຈາກການນຳເຂົ້າ, ຢູ່ນະຄອນຫຼວງວຽງຈັນ ເຖິງວ່າ ມີການລະບາດໃນຊຸມຊົນ ແຕ່ສາມາດຄວບຄຸມໄດ້ໃນລະດັບທີ່ແນ່ນອນ.
ເຖິງຢ່າງໃດກໍຕາມ, ຍັງມີສິ່ງທ້າທາຍຫຼາຍດ້ານ ເຊັ່ນ: ການປະຕິບັດມາດຕະການ ທີ່ຄະນະສະເພາະກິດວາງອອກ ບໍ່ເຄັ່ງຄັດ, ການຕິດເຊື້ອຢູ່ປະເທດອ້ອມຂ້າງຍັງສູງຢູ່ ສົມທົບກັບມີລາຍງານການພົບເຫັນສາຍພັນໃໝ່ຂອງພະຍາດ COVID-19 ທີ່ສາມາດແຜ່ເຊື້ອໄວ ແລະ ມີຄວາມຮຸນແຮງກວ່າເກົ່າ, ສະນັ້ນ ເພື່ອຫຼຸດຜ່ອນຜົນກະທົບດ້ານເສດຖະກິດ-ສັງຄົມ ແລະ ບັນລຸຄາດໝາຍໃນການເຮັດໃຫ້ມີຜູ້ຕິດເຊື້ອພະຍາດ COVID-19 ໜ້ອຍທີ່ສຸດ,

ໃຫ້ມີຜູ້ເສຍຊີວິດໜ້ອຍທີ່ສຸດ ແລະ ໃຫ້ສັງຄົມ ໄດ້ຫັນໄປສູ່ການດຳລົງຊີວິດປົກກະຕິ ພາຍໃຕ້ເງື່ອນໄຂວິຖີຊີວິດປົກກະຕິໃໝ່ (New Normal) ໄດ້ໄວ ແລະ ທົ່ວເຖິງ, ລັດຖະບານ ຈຳເປັນຕ້ອງໄດ້ສືບຕໍ່ປະຕິບັດບັນດາມາດຕະການທີ່ໄດ້ລະບຸໃນຄຳສັ່ງ ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021, ແຈ້ງການ ສະບັບເລກທີ 595/ຫສນຍ, ລົງວັນທີ 04 ມິຖຸນາ 2021 ແລະ ບັນດາຄໍາແນະນໍາຂອງຄະນະສະເພາະກິດຂັ້ນສູນກາງ ອອກໄປຕື່ມອີກ 15 ວັນ ໂດຍເລີ່ມແຕ່ເວລາ 00:00 ໂມງ ຂອງວັນທີ 20 ມິຖຸນາ ຫາ ເວລາ 24:00 ໂມງ ຂອງວັນທີ 04 ກໍລະກົດ 2021,

ພ້ອມທັງ ຜ່ອນຜັນບາງມາດຕະການ ດັ່ງນີ້: ສຳລັບມາດຕະການສືບຕໍ່ປະຕິບັດ ມີດັ່ງນີ້:
1. ສືບຕໍ່ເພີ່ມທະວີການຊອກຫາຜູ້ຕິດເຊື້ອມາປິ່ນປົວ ໂດຍມີການສົມທົບກັບອົງການປົກຄອງທ້ອງຖິ່ນຂັ້ນຕ່າງໆ ກັບຄວາມຮັບຜິດຊອບທາງການແພດດ້ວຍທຸກວິທີການ; ເພີ່ມການສັກວັກຊິນໃຫ້ເປົ້າໝາຍຕ່າງໆເທົ່າທີ່ຈະຫຼາຍໄດ້.
2. ສືບຕໍ່ປິດຮ້ານກິນ-ດື່ມ, ຄາຣາໂອເກະ, ສະຖານບັນເທີງ, ຮ້ານສະໜຸກເກີ, ຮ້ານນວດ, ຮ້ານສະປາ, ອິນເຕີເນັດຄາເຟ ແລະ ຮ້ານເກມທຸກປະເພດ ໃນທົ່ວປະເທດ.
3. ສືບຕໍ່ປິດສູນກິລາໃນຮົ່ມທຸກປະເພດ ແລະ ຫ້າມຫຼິ້ນກິລາທີ່ຮ່າງກາຍມີການສຳພັດກັນ ເຊັ່ນ: ບານເຕະ, ຕີມວຍ ແລະ ອື່ນໆ ຢູ່ນະຄອນຫຼວງວຽງຈັນ ຫຼື ແຂວງທີ່ມີການລະບາດໃນຊຸມຊົນ.
4. ສືບຕໍ່ປິດການຮຽນ-ການສອນ ຢູ່ສະຖານການສຶກສາ ທຸກຊັ້ນ ທຸກສາຍ ຢູ່ນະຄອນຫຼວງວຽງຈັນ, ຍົກເວັ້ນ ໂຮງຮຽນ ກິນນອນ.
5. ສືບຕໍ່ປິດບັນດາໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫົວໜ່ວຍຫັດຖະກຳ ຢູ່ ໃນເຂດ ຫຼື ບ້ານທີ່ຖືກກຳນົດເປັນເຂດແດງ, ຍົກເວັ້ນ ໂຮງງານທີ່ພະນັກງານ, ກໍາມະກອນ ໄດ້ສັກວັກຊີນ ຄົບ 02 ເຂັມແລ້ວ, ໂຮງງານທີ່ມີຫໍພັກຂອງແຮງງານ ຢູ່ໃນບໍລິເວນໂຮງງານຂອງຕົນ, ໂຮງງານຜະລິດສິນຄ້າບໍລິໂພກ, ຢາປົວພະຍາດ, ເຄື່ອງປ້ອງກັນການລະບາດ ແລະ ອຸປະກອນການແພດ ແຕ່ໃຫ້ມີການຄຸ້ມຄອງຕາມມາດຕະການປ້ອງກັນ ທີ່ຄະນະສະ