ລັດຖະບານຈະຄຸ້ມຄອງແລະເກັບລາຍຮັບຈາກທຸລະກິດອອນລາຍໃຫ້ດີຂຶ້ນກວ່າເກົ່າ

ລັດຖະບານຈະຄຸ້ມຄອງແລະເກັບລາຍຮັບຈາກທຸລະກິດອອນລາຍໃຫ້ດີຂຶ້ນກວ່າເກົ່າ
…
ການຄຸ້ມຄອງຕິດຕາມກວດກາ ແລະ ການຈັດເກັບລາຍຮັບຈາກທຸລະກິດອອນລາຍ ແມ່ນບັນຫາສໍາຄັນໜຶ່ງທີ່ສະມາຊິກສະພາແຫ່ງຊາດຊັກຖາມຕໍ່ລັດຖະບານວ່າຈະມີມາດຕະການຄຸ້ມຄອງຄືແນວໃດໃຫ້ມີປະສິດທິຜົນກວ່າເກົ່າ.
ຕໍ່ຄໍາຖາມນີ້, ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຊີ້ແຈງຢູ່ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນເຊົ້າວັນທີ 8 ທັນວານີ້ວ່າ:
ປັດຈຸບັນ ທຸລະກິດອອນລາຍ ຫລື ການຄ້າທາງອິເລັກໂຕຣນິກ ຢູ່ປະເທດເຮົາ ກໍຄືໃນໂລກ ພວມໄດ້ຮັບຄວາມນິຍົມ ແລະຂະຫຍາຍຕົວສູງ ເປັນຕົ້ນ: Amazon, Ebay, Alibaba ແລະ ອື່ນໆ ລ້ວນແຕ່ເປັນບໍລິສັດທີ່ມີມູນຄ່າການຄ້າສູງ ແລະ ຂະຫຍາຍທຸລະກິດເຂົ້າມາປະເທດລາວ
ເຊີ່ງເປັນໂອກາດຢ່າງຫລວງຫລາຍໃນການຊຸກຍູ້ສົ່ງເສີມເຮັດທຸລະກິດໃນດ້ານນີ້ຢູ່ລາວ ໂດຍສະເພາະການຫລຸດຕົ້ນທຶນການຂາຍ, ການເປີດຊ່ອງທາງເຂົ້າຫາຕະຫລາດ, ຊຸກຍູ້ສົ່ງເສີມການຜະລິດພາຍໃນ ແລະ ສ້າງວຽກເຮັດງານທໍາ, ໃນນີ້ ສໍາຄັນແມ່ນມີລົດໄຟລາວ-ຈີນ ເພື່ອເຊື່ອມຈອດລະຫວ່າງຜູ້ຊື້ກັບຜູ້ຂາຍ.
ຢ່າງໃດກໍຕາມ, ໃນການຄຸ້ມຄອງທຸລະກິດດ້ານນີ້ ແມ່ນພົວພັນກັບຫລາຍຂະແໜງການ ແລະ ເປັນວຽກໃໝ່ ຖ້າບັນດາກົນໄກການປະສານງານບໍ່ດີຈະເປັນອຸປະສັກຕໍ່ການຄຸ້ມຄອງ
ເພາະສິນຄ້າຈາກຕ່າງປະເທດສາມາດທະລຸເຂົ້າມາປະເທດລາວໄດ້ງ່າຍ ຍ້ອນລາຄາຖືກ, ມີຫລາກຫລາຍ ແລະ ບໍ່ໄດ້ເສຍພາສີອາກອນ, ແຕ່ການຂາຍເຄື່ອງບາງຄັ້ງບໍ່ກົງກັບການໂຄສະນາ, ສິນຄ້າບໍ່ໄດ້ຄຸນະພາບ ທັງມີຄວາມສ່ຽງຕໍ່ສຸຂະພາບ ແລະ ອື່ນໆ.
ຂະນະດຽວກັນ ໃນໄລຍະຜ່ານມາ, ຄວາມສາມາດຂອງກົງຈັກ ແລະ ພະນັກງານໃນການຄຸ້ມຄອງຕິດຕາມກວດກາ ແລະ ຈັດເກັບລາຍຮັບຈາກທຸລະກິດອອນລາຍແລະ ງົບປະມານເພື່ອລົງທຶນໃຫ້ວຽກງານດັ່ງກ່າວຢູ່ລາວຍັງມີຂໍ້ຈໍາກັດ,
ບົດບາດຂອງກະຊວງອຸດສາຫະກໍາ ແລະ ການຄ້າໃນດ້ານນີ້ ເຖີງວ່າຫລາຍວຽກງານໄດ້ຮັບການຈັດຕັ້ງປະຕິບັດແຕ່ຍັງມີຫລາຍວຽກງານທີ່ເປັນຂໍ້ຄົງຄ້າງຕ້ອງໄດ້ສືບຕໍ່ແກ້ໄຂ.
ທ່ານ ມະໄລທອງ ກົມມະສິດ ກ່າວຢໍ້າວ່າ: ເພື່ອເຮັດໃຫ້ການຄຸ້ມຄອງທຸລະກິດອອນລາຍມີປະສິດທິຜົນກວ່າເກົ່າ, ກະຊວງອຸດສາຫະກໍາ ແລະ ການຄ້າ ຈະສືບຕໍ່ຈັດຕັ້ງປະຕິບັດຫລາຍມາດຕະການສໍາຄັນ ເປັນຕົ້ນ:
ຈະສຸມໃສ່ສ້າງຍຸດທະສາດການຄ້າທາງອີເລັກໂຕຣນິກ, ແຜນພັດທະນາການຄ້າທາງອີເລັກໂຕຣນິກ ແລະ ນິຕິກໍາທີ່ກ່ຽວຂ້ອງ ເພື່ອຄຸ້ມຄອງ ແລະ ສົ່ງເສີມການຄ້າໃນດ້ານນີ້ໃຫ້ມີຄວາມຮັດກຸມ, ແຕ່ຂະນະດຽວກັນຕ້ອງສ້າງເງື່ອນໄຂໃຫ້ແກ່ການດໍາເນີນທຸລະກິດດ້ານນີ້ໄປດ້ວຍດີ,
ພ້ອມນີ້ ຈະສ້າງຈຸດປະສານງານ ແລະ ສ້າງຄວາມເຂັ້ມແຂງເພື່ອເຮັດວຽກເປັນເສນາທິການ, ປະສານສົມທົບ, ອໍານວຍຄວາມສະດວກ ແລະ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດດໍາລັດວ່າດ້ວຍການຄ້າທາງອິເລັກໂຕຣນິກ ແລະ ນິຕິກໍາທີ່ກ່ຽວຂ້ອງ.
ລວມເຖີງ ຈະສ້າງເງື່ອນໄຂໃຫ້ຜູ້ທີ່ເຮັດທຸລະກິດທາງອອນລາຍເຂົ້າມາລົງທະບຽນ ແລະ ແຈ້ງຂໍ້ມູນກ່ຽວກັບການດໍາເນີນທຸລະກິດຂອງຕົນ
ເຊີ່ງວຽກງານດັ່ງກ່າວໄດ້ກໍານົດຢູ່ໃນດໍາລັດວ່າດ້ວຍການຄ້າທາງອີເລັກໂຕຣນິກແລ້ວແຕ່ໃນການຈັດຕັ້ງປະຕິບັດຕົວຈິງໃນໄລຍະຜ່ານມາບໍ່ທັນໄດ້ດີເທົ່າທີ່ຄວນ ແລະ ອື່ນໆ.
Cr: FM 90