ຂ່າວລາຍວັນ

ບານລູນຍັກ ມີຄວາມສູງຕຶກ 7 ຊັ້ນ ຍາວປະມານ 20 ແມັດ ຂຶ້ນເທິງທ້ອງຟ້າ

ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ໄດ້ເຮັດການປ່ອຍ ບານລູນຍັກ ຮູບໜ້າຄົນ ມີຄວາມສູງປະມານຕຶກ 7 ຊັ້ນ ຍາວປະມານ 20 ແມັດ ຂຶ້ນເທິງທ້ອງຟ້າ

ເຂດສວນສາທາລະນະ ໂຍໂຍງິ ໃນວັນທີ 16.07.2021 ເວລາ 06:00 ໂມງເຊົ້າ ໂດຍ ເປັນສິນລະປະຮ່ວມສະໄຫມ ທີ່ໄດ້ຮັບສະຫນັບສະຫນູນ ຈາກລັດຖະບານ ແລະ ຫຼາຍອົງກອນ ເພື່ອຕ້ອນຮັບການເປີດງານ ມະຫະກໍາ ກິລາໂອລິມປິກ ແລະ ພາລາລິມປິກ ຢູ່ນະຄອນຫຼວງໂຕກຽວ.

ບານລູນຮູບຫນ້າຄົນ ເປັນສິນລະປະຮ່ວມສະໄຫມ ໄດ້ຮັບແຮງບັນດານໃຈ ຈາກທີມສິນລະປິນ ທ່ານ ຮາຣຸກາ ໂຄຈິນ ໂດຍທ່ານ ໄດ້ຄັດເລືອກໃບໜ້າ 1 ໃບຫນ້າ ຈາກອາສາສະໝັກ 1.000 ຄົນ ທີ່ສົ່ງເຂົ້າມາ ໂດຍບໍ່ຈໍາກັດ ເພດ ໄວ ສັນຊາດ ນໍາມາອອກແບບ ແລະສ້າງເປັນບານລູນຂຶ້ນ.

ທ່ານໂຄຈິນ ກ່າວວ່າ ມັນວິເສດຫຼາຍ ທີ່ໃນທີ່ສຸດ ສາມາດນໍາເອົາສິນລະປະ ສາມາດນໍາມາວາງສະແດງໄດ້ ເທິງທ້ອງຟ້າ ໃຫ້ຫຼາຍຄົນໄດ້ເຫັນ ໃນໄລຍະການແຜ່ລະບາດຂອງເຊື້ອໂຄວິດ.

ທີ່ມາ NHK Japan 🇯🇵

Related Articles

Leave a Reply

Your email address will not be published. Required fields are marked *

Back to top button

You cannot copy content of this page

Don`t copy text!
error: Alert: Content is protected !!