ແຊຕໍ່ໆ ສັ່ງໂຈະ ການຈຳໜ່າຍຫວຍພັດທະນາ ທີ່ບໍ່ໄດ້ຮັບອະນຸຍາດ!
ກະຊວງການເງິນສັ່ງໂຈະ ການຈຳໜ່າຍຫວຍພັດທະນາ ທີ່ບໍ່ໄດ້ຮັບອະນຸຍາດ!

– ອີງຕາມເອກະສານສະບັບເລກທີ 0612/ຫພນ ລົງວັນທີ 16 ກໍລະກົດ 2021
ເລື່ອງ: ໃຫ້ຢຸດເຊົາຊ່ອງທາງການຈຳໜ່າຍຫວຍພັດທະນາ ທີ່ບໍ່ໄດ້ຮັບອະນຸຍາດ ຈາກກະຊວງການເງິນ.

ເນື້ອໃນສຳຄັນມີດັ່ງນີ້:
ບໍລິສັດ ລັດວິສາຫະກິດ ຫວຍພັດທະນາລາວ ແຈ້ງມາຍັງທ່ານໃຫ້ຊາບວ່າ: ຜ່ານການຕິດຕາມກວດກາ ການເຄື່ອນໄຫວຂອງຕົວແທນ ໄດ້ພົບເຫັນການຈຳຫນ່າຍຫວຍ ຜ່ານແອັປພິເຄຊັ່ນ U-Money ແລະ BCEL-One ແລະ ຊ່ອງທາງອື່ນໆ ທີ່ຍັງບໍ່ໄດ້ຮັບອະນຸຍາດຈາກກະຊວງການເງິນ ກໍ່ຄືບໍລິສັດ ລັດວິສາຫະກິດ ຫວຍພັດທະນາລາວ ຕາມລະບຽບການ ແລະ ບໍ່ປະຕິບັດຕາມສັນຍາຮ່ວມກັນໃນປີ 2021 (ມາດຕາ 7) ອັນກໍ່ໃຫ້ເກີດຄວາມບໍ່ສະຫງົບ ໃນບັນດາຕົວແທນຈຳໜ່າຍດ້ວຍກັນ, ເກີດຫາງສຽງທາງສັງຄົມອອນລາຍ.

ສະນັ້ນ, ເພື່ອຫຼີກລ້ຽງບໍ່ໃຫ້ເກີດບັນຫາຂໍ້ຂັດແຍ່ງຫຼາຍຂື້ນຕື່ມອີກ ບໍລິສັດລັດວິສາຫະກິດ ຫວຍພັດທະນາລາວ ມີຄວາມຈຳເປັນແຈ້ງໃຫ້ຕົວແທນຈຳໜ່າຍ ຢຸດເຊົາການຂາຍຜ່ານທາງຊ່ອງທາງດັ່ງກ່າວ ທີ່ບໍ່ໄດ້ຮັບອະນຸຍາດຈາກກະຊວງການເງິນ ອອກຄັ້ງວັນທີ 19 ກໍລະກົດ 2021 ເປັນຕົ້ນໄປ.