ຂ່າວລາຍວັນ

ຕໍາຫຼວດລາດຕະເວນທາງນໍ້າປະຈໍາສູນປະສານງານລາວ-ຈີນ ໄດ້ຮັບໃບຍ້ອງຍໍສັນລະເສີນ

ຕໍາຫຼວດລາດຕະເວນທາງນໍ້າປະຈໍາສູນປະສານງານລາວ-ຈີນ ໄດ້ຮັບໃບຍ້ອງຍໍສັນລະເສີນ

ໃນວັນທີ 15 ກໍລະກົດ 2021ນີ້, ທີ່ສູນປະສານງານລາວ-ຈີນບ້ານມອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຈັດພິທີມອບໃບຍ້ອງຍໍສັນລະເສີນໃຫ້ແກ່ເຈົ້າໜ້າທີ່ຝ່າຍຈີນ ແລະ ພາກສ່ວນວິຊາການ ຜູ້ທີ່ມີຜົນງານດີເດັ່ນ ປະຕິບັດໜ້າທີ່ຢູ່ສູນປະສານງານບ້ານມອມ. ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພັນໂທ ຄຳສອນ ໄຊຍະວົງ ຄະນະປະຈຳພັກກອງບັນຊາການ ຫົວໜ້າຫ້ອງການເມືອງກອງບັນຊາການທະຫານແຂວງບໍ່ແກ້ວ ແລະ ສະຫາຍ ພັນໂທ ຈາງສິ່ງສົ່ງ ຫົວໜ້າສູນປະສານງານບ້ານມອມ ຝ່າຍຈີນ ມີຄະນະພັກ – ຄະນະບັນຊາ 5 ຫ້ອງ ຕະຫຼອດຮອດ ພະນັກງານ ແລະ ວິຊາການ ຝ່າຍຈີນເຂົ້າຮ່ວມຢ່າງພ້ອມພຽງ.

ສະຫາຍພັນໂທ ບຸນທອງ ອິນແກ້ວ ຫົວໜ້າພະແນກນະໂຍບາຍກອງບັນຊາການທະຫານແຂວງ ບໍ່ແກ້ວ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກອງບັນຊາການທະຫານແຂວງ ສະບັບເລກທີ 1438/ກທຂ-ບກ ລົງວັນທີ 07 ກໍລະກົດ 2021 ວ່າດ້ວຍການຍ້ອງຍໍສັນລະເສີນ ເຈົ້າໜ້າທີ່ຝ່າຍຈີນ ແລະ ພາກສ່ວນວິຊາການ ຜູ້ທີ່ມີຜົນງານດີເດັ່ນ ປະຕິບັດໜ້າທີ່ຢູ່ສູນປະສານງານບ້ານມອມ ອີງຕາມຂໍ້ກຳນົດຂອງກົມນະໂຍບາຍກົມໃຫຍ່ກ່ນເມືອງກອງທັບ ປະຊາຊົນລາວ ວ່າດ້ວຍການຍ້ອງຍໍສັນລະເສີນ ເຈົ້າໜ້າທີ່ຝ່າຍຈີນ ດັ່ງນັ້ນທາງກອງບັນຊາການທະຫານແຂວງ ຕົງລົງມອບໃບຍ້ອງຍໍ ຈໍານວນ 24 ສະຫາຍ ເປັນກຽດຂຶ້ນມອບຂອງ ສະຫາຍ ພັນໂທ ຄຳສອນ ໄຊຍະວົງ ຄະນະປະຈຳພັກກອງບັນຊາການ ຫົວໜ້າຫ້ອງການເມືອງກອງບັນຊາການທະຫານແຂວງບໍ່ແກ້ວຢ່າງສົມກຽດ.

ສະຫາຍ ພ້ອມທັງສະແດງຄວາມຂອບໃຈເປັນຢ່າງສູງມາຍັງກອງບັນຊາການຕໍາຫຼວດລາດຕະເວນທາງນ້ຳ ແຂວງ ຢວນນານ ສປຈີນ ເວົ້າລວມ ເວົ້າສະເພາະ ກໍຄືອ້າຍນ້ອງຕຳຫຼວດລາດຕະເວນທາງນໍ້າ ທີ່ປະຈຳຢູ່ສູນປະສານງານບ້ານມອມໃນຄັ້ງນີ້ ຍາມໃດກໍ່ໃຫ້ການຊ່ວຍເຫຼືອແກ່ກອງບັນຊາການຂອງພວກເຮົາຕະຫຼອດມາ ແລະ ອວຍພອນໃຫ້ເຈົ້າໜ້າທີ່ຝ່າຍຈີນ ເດີນທາງກັບປະເທດຂອງຕົນຢ່າງສະຫວັດດີພາບອີກດ້ວຍ.

ໂດຍ: ວໍລະສິດ ພິດສະຫາຍ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button

You cannot copy content of this page

Don`t copy text!
error: Alert: Content is protected !!