ຂ່າວລາຍວັນ

ຊົມເຊີຍ 100 ປີ ພັກກອມມູນິດຈີນ

ຊົມເຊີຍ 100 ປີ ພັກກອມມູນິດຈີນ ໂຮມຊຸມນຸມສະເຫລີມສະຫລອງວັນສ້າງຕັ້ງພັກກອມມູນິດຈີນຄົບຮອບ 100 ປີທີ່ນະຄອນຫຼວງວຽງຈັນ.

ໃນວັນທີ 15 ກໍລະກົດ 2021, ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ຮ່ວມກັບຄະນະພົວພັນຕ່າງປະເທດສູນກາງພັກປປລາວໄດ້ຈັດພິທີໂຮມຊຸມນຸມໃຫຍ່ສະເຫລີມສະຫລອງວັນສ້າງຕັ້ງພັກກອມມູນິດຈີນທີ່ມີກຽດສະຫງ່າຄົບຮອບ 100 ປີຂື້ນ(1921-2021)ທີ່ນະຄອນຫລວງວຽງຈັນ, ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ,ປະທານປະເທດແຫ່ງສປປລາວ, ພ້ອມດ້ວຍການນໍາຂັ້ນສູງພັກ-ລັດ, ອົງການຈັດຕັ້ງມະຫາຊົນ ແລະຜູ້ຕາງໜ້າຈາກບັນດາອົງການຂອງພັກ-ລັດ, ພ້ອມດ້ວຍພະນັກງານສະຖານທູດຈີນປະຈຳລາວ, ນັກທຸລະກິດ ແລະສະມາຄົມຊາວຈີນຕ່າງດ້າວເຂົ້າຮ່ວມ.

ໃນພິທີທີ່ມີຄວາມໝາຍສຳຄັນນີ້, ສະຫາຍ ຈຽງ ຈ້າຍຕົງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ໄດ້ມີຄໍາເຫັນວ່າ: ໜຶ່ງຮ້ອຍປີທີ່ຜ່ານມາ, ພັກກອມມູນິດຈີນຍາມໃດກໍໄດ້ຍຶດໝັ້ນວັດຖຸປະສົງພື້ນຖານເພື່ອຮັບໃຊ້ປະຊາຊົນ, ໄດ້ເສີມສ້າງຊີວິດການເປັນຢູ່ທີ່ດີງາມຂອງປະຊາຊົນຈີນ.

ພັກກອມມູນິດຈີນສ້າງ​ຄວາມ​ຜາ​ສຸກ​ເພື່ອປະຊາຊົນ​ຈີນ ​ແລະ​ພ້ອມທັງ​ຟື້ນ​ຟູ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​​ເພື່ອ​ປະຊາ​ຊາດ​ຈີນ,ຍັງຕັ້ງໜ້າສ້າງຜົນປະໂຫຍດໃຫ້ປະຊາຊົນທົ່ວໂລກ, ຍາມໃດພວກ​ເຮົາ​ກໍ​​ຊູ​ຄັນ​ທຸງ​ສັນ​ຕິ​ພາບ ການ​ພັດ​ທະ​ນາ ການ​ຮ່ວມ​ມື​ ແລະ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ, ປະ​ຕິ​ບັດ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ສັນ​ຕິ​ພາບ ​ເອ​ກະ​ລາດ​ແລະ​ເປັນ​ເຈົ້າ​ຕົນ​ເອງ, ຍຶດ​ໝັ້ນການ​ເດີນ​ໄປຕາມ​ເສັ້ນ​ທາງ​​ການພັດ​ທະ​ນາ​ໂດຍ​ສັນ​​ຕິ, ຊຸກ​ຍູ້​ການສ້າງສາຍ​ພົວ​ພັນ​ສາ​ກົນ​ແບບ​ໃໝ່,ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ,ຊຸກ​ຍູ້​​ການ​ສ້າງ“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຮ່ວມ​ກັນ​ໃຫ້​ມີ​ຄຸນ​ນະ​ພາບ​ສູງ,ສະ​ໜອງ​ໂອ​ກາດ​ໃໝ່​ໃຫ້​​ແກ່ໂລກ​ດ້ວຍ​ການ​ພັດ​ທະ​ນາ​ໃໝ່​ຂອງ​ຈີນ.

ກ່ຽວກັບການພົວພັນຈີນ-ລາວ, ທ່ານທູດໄດ້ກ່າວວ່າ: “ຈີນ ແລະລາວກໍແມ່ນປະເທດສັງຄົມນິຍົມທີ່ນຳພາໂດຍພັກກອມມູນິດ. ພວກເຮົາມີຄວາມປິຕິຍີນດີເປັນຢ່າງຍິ່ງທີ່ໄດ້ເຫັນວ່າ 66ປີທີຜ່ານມານີ້ ພັກລາວໄດ້ບຸກບືນສູ້ຊົນໂດຍຜ່ານຜ່າຄວາມຫຍຸ້ງຍາກລຳບາກ, ຊຸກຍູ້ພາລະກິດສ້າງສາປະເທດຊາດໄດ້ຮັບຜົນສຳເລັດອັນໃຫຍ່ຫຼວງ, ໂດຍສະເພາະແມ່ນນັບແຕ່ກອງປະຊຸມໃຫຍ່ຂອງພັກປະຊາຊົນປະຕິວັດລາວຄັ້ງທີ Ⅺ ເປັນຕົ້ນມາ, ພາຍໃຕ້ການຊີ້ນໍາ-ນໍາພາຂອງສູນກາງພັກໂດຍມີສະຫາຍເລຂາທິການໃຫຍ່ທອງລຸນສີສຸລິດເປັນຜູ້ນຳພາຢ່າງເຂັ້ມແຂງ, ໄດ້ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ5ປີຄັ້ງທີ Ⅸ ຢ່າງຮອບດ້ານແລະກ້າວເຂົ້າສູ່ໄລຍະໃໝ່ໃນການກໍ່ສ້າງສັງຄົມນິຍົມແບບ

ອຸດສາຫະກຳ. ຢືນຢູ່ຈຸດເລີ່ມຕົ້ນຂອງປະຫວັດສາດໃໝ່, ພວກເຮົາຍິນດີກັບອ້າຍນ້ອງພັກລາວລົງເລິກອີກບາດກ້າວໜຶ່ງໃນການແລກປ່ຽນດ້ານການປົກຄອງພັກບໍລິຫານລັດ, ຮ່ວມກັນຍຶດໝັ້ນເສັ້ນທາງສັງຄົມນິຍົມໃຫ້ດີ, ປົກປ້ອງລະບອບສັງຄົມນິຍົມໃຫ້ໝັ້ນຄົງກວ່າເກົ່າ, ພັດທະນາພາລະກິດສັງຄົມນິຍົມໃຫ້ດີ, ສ້າງຄູ່ຮ່ວມຊາຕາກຳຈີນ-ລາວ, ລາວ-ຈີນໃຫ້ເປັນຮູບປະທຳ ແລະ ໃຫ້ອຸດົມສົມບຸນຢ່າງບໍ່ຢຸດຢັ້ງ, ເພື່ອປະກອບສ່ວນເຂົ້າໃນການຊຸກຍູ້ກໍ່ສ້າງປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດຢ່າງຕັ້ງໜ້າ.

ໃນໂອກາດດັ່ງກ່າວ, ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໄດ້ຕາງໜ້າໃຫ້ສູນກາງພັກ ປປ ລາວ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ຕໍ່ບັນດາຜົນສຳເລັດອັນໃຫຍ່ຫລວງ ແລະ ຮອບດ້ານ ທີ່ພັກ, ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ຍາດມາໄດ້ໃນໄລຍະໜຶ່ງສະຕະວັດຜ່ານມາ.

ຕໍ່ຜົນສຳເລັດຂອງການພົວພັນລາວ-ຈີນ, ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປປລາວກ່າວຕື່ມວ່າ: ພາຍໃຕ້ການນໍາພາແລະຊີ້ນໍາຢ່າງໃກ້ຊິດຈາກການນໍາຂັ້ນສູງສຸດຂອງສອງພັກ, ສອງລັດລາວ-ຈີນ, ບັນດາໂຄງການຮ່ວມມືສໍາຄັນຂະໜາດໃຫຍ່ຂອງສອງຝ່າຍໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ, ເຊິ່ງບາງໂຄງການກໍໄດ້ບັນລຸຕາມຄາດໝາຍແລ້ວແລະຫຼາຍໂຄງການກໍພວມສືບຕໍ່ດໍາເນີນການກໍ່ສ້າງຢ່າງເປັນຂະບວນຟົດຟື້ນ,ໂດຍສະເພາະແມ່ນໂຄງການທາງລົດໄຟລາວ-ຈີນ, ແລວເສດຖະກິດລາວ-ຈີນ, ໂຄງການທາງດ່ວນເຊື່ອມຈອດວຽງຈັນ-ຄຸນມິງ, ໂຄງການເຂດພັດທະນະກວມລວມໄຊເຊດຖາ, ໂຄງການກໍ່ສ້າງຕຶກໂຮງໝໍມະໂຫສົດຫຼັງໃໝ່,

ການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອ 8 ໂຄງການໃຫຍ່ ທີ່ສະຫາຍສີຈິ້ນຜິງປະກາດໃນປີ 2017 ແລະໂຄງການອື່ນໆພວມໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ, ເຊິ່ງພາຍຫຼັງສໍາເລັດໂຄງການດັ່ງກ່າວຈະນໍາເອົາກາລະໂອກາດອັນມະຫາສານມາສູ່ປະຊາຊົນສອງຊາດ, ບໍ່ພຽງແຕ່ຈະຊຸກຍູ້ການຮ່ວມມືດ້ານເສດຖະກິດ-ການຄ້າ, ແຕ່ຍັງຈະຊຸກຍູ້ການເຊື່ອມຈອດພື້ນຖານໂຄງລ່າງຂອງກັນ,ຈະຫັນປ່ຽນສປປລາວຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລມາເປັນປະເທດເຊື່ອມຈອດທາງບົກກັບສປຈີນກໍ່ຄືພາກພື້ນເພື່ອນຳເອົາຜົນປະໂຫຍດມາສູ່ປະຊາຊົນສອງຊາດຫຼາຍຂຶ້ນ.ຂ້າພະເຈົ້າຂໍຖືໂອກາດນີ້, ຕາງໜ້າພັກ, ລັດຖະບານແລະປະຊາຊົນລາວບັນດາເຜົ່າຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງຕໍ່ພັກກອມມູນິດຈີນ, ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອອັນລໍ້າຄ່າໃຫ້ແກ່ພັກປະຊາຊົນປະຕິວັດລາວແລະປະຊາຊົນລາວບັນດາເຜົ່າໃນພາລະກິດຕໍ່ສູ້ກູ້ຊາດໃນເມື່ອກ່ອນກໍຄືພາລະກິດປົກປັກຮັກສາແລະສ້າງສາພັດທະນາປະເທດຊາດໃນປັດຈຸບັນ,

ໂດຍສະເພາະໃນໄລຍະທີ່ພວກຂ້າພະເຈົ້າຮັບມືກັບພະຍາດໂຄວິດ-19, ຝ່າຍຈີນກໍ່ໄດ້ສົ່ງຄະນະທີມແພດ, ສະໜອງຢາວັກຊິນແລະອຸປະກອນການແພດ ຢາປິ່ນປົວພະຍາດ ຈໍານວນຫຼວງຫຼາຍໃຫ້ແກ່ພວກຂ້າພະເຈົ້າຢ່າງທັນການແລະມີປະສິດທິຜົນສູງ, ອັນໄດ້ສ່ອງແສງໃຫ້ເຫັນເຖິງຄວາມມີຊີວິດຊີວາແຫ່ງການເປັນຄູ່ຮ່ວມຊະຕາກຳສັງຄົມນິຍົມລາວ-ຈີນຢ່າງແທ້ຈິງ.

ທີ່ມາ: CRI-FM93

Related Articles

Leave a Reply

Your email address will not be published. Required fields are marked *

Back to top button

You cannot copy content of this page

Don`t copy text!
error: Alert: Content is protected !!