ຂ່າວລາຍວັນ

ຊ່ວຍແຊ ໃຫ້ເຖິງພາກສ່ວນທີ່ີ່ກ່ຽວຂ້ອງ ເພື່ອຫາຄວາມຍຸດຕິທຳໃຫ້ນ້ອງຄົນນີ້ແດ່

ເດັກສາວອາຍຸພຽງ 14 ປີ​ ຖຶກບັງຄັບໃຫ້ແຕ່ງງານ ຍ້ອນບໍ່ມີເງິນໃຊ້ໜີ້ ຊ່ວຍແຊຣ໌ ຫາຄວາມຍຸຕິທໍາດ້ານສິດທິມະນຸດໃຫ້ນ້ອງແດ່

ເລື່ອງມີດັ່ງນີ້: ພໍ່ແມ່ຂອງນາງ (ບໍ່ຮູ້ຊື່ ຊົນເຜົ່າມົ້ງ) ຢູ່ບ້ານ 516 ເມືອງ ລ້ອງຊານ ແຂວງ ໄຊສົມບູນ ຕິດໜີ້ເງິນຂອງຊາຍຄົນໜຶ່ງ (ຊົນເຜົ່າລາວລຸ່ມ) ອາຍຸປະມານ 40ປີ ເປັນຈໍານວນເງິນ 15,000,000ກີບ, ຕອນນີ້ພໍ່ແມ່ຂອງນາງບໍ່ມີເງິນໃຊ້ໜີ້ຈໍານວນດັ່ງກ່າວ,

ຊາຍຄົນນັ້ນກໍ່ເລີຍນໍາເອົາຜູ້ເປັນພໍ່ໄປເຂົ້າຄຸກ ແລະ ຮຽກຮ້ອງໃຫ້ມອບລູກສາວ ອາຍຸ 14ປີ ແຕ່ງງານກັບຊາຍຄົນນັ້ນແລ້ວຈະບໍ່ເອົາເງິນຄືນ ແລະ ຈະຊ່ວຍໃຫ້ຜູ້ເປັນພໍ່ອອກຈາກຄຸກ, ແຕ່ຖ້າລູກສາວຂອງເຂົາບໍ່ຍອມເປັນເມຍແລ້ວໃຫ້ໃຊ້ໜີ້ຄືນເປັນເງິນຈໍານວນ 20,000,000ກີບ (ເພີ່ມອີກ 5,000,000ກີບ),

ສ່ວນຜູ້ເປັນພໍ່ທີ່ຖືກຈໍາຄຸກນັ້ນຈະບໍ່ກ່ຽວຂ້ອງເລີຍ, ຕອນນີ້ຜູ້ເປັນແມ່ໄດ້ໃຊ້ມາດຕະການບັງຄັບ ແລະ ຕີປູ້ເປັນລູກສາວຢ່າງຮຸນແຮງ. ດັ່ງນັ້ນ, ຂ້າພະເຈົ້າກໍ່ເລີຍຢາກຮຽກຮ້ອງໃຫ້ທາງພັກລັດ ຫລື ພາກສ່ວນທີ່ກ່ຽວຂ້ອງນັ້ນຊ່ວຍສືບສວນສອບສວນເພື່ອຄວາມຍຸຕິທຳໃຫ້ເດັກຍິງໄວ ອາຍຸ 14ປີ!

ຕອນນີ້ພວກເຂົາຢູ່ເມືອງບໍລິຄັນ (ເຂດບ້ານເມືອງເກົ່າ) ແຂວງບໍລິຄຳໄຊ!

ຊົມຄຣີບ 1

ຊົມຄລີບ 2

Related Articles

Leave a Reply

Your email address will not be published. Required fields are marked *

Back to top button