ຂ່າວລາຍວັນ
ຂໍ້ຄິດດີໆຄຳເວົ້າຂອງແມ່ຕູ້ຂາຍຜັກ ຝາກໄວ້ໃຫ້ຄິດເດີ
ມື້ນີ້ແອັດມີບົດຄວາມມາຝາກເປັນຄຳເວົ້າຂອງແມ່ຕູ້ເຖົ້າໆຄົນໜຶ່ງທີ່ກຳລັງນັ່ງຂາຍຜັກ

ຄົນຊື້: ຜັກນີ້ມັດທໍ່ໃດແມ່ຕູ້?
ແມ່ຕູ້: 5ພັນກີບຫຼານ ຊື້ຊ່ວຍແມ່ຕູ້ແດ່
ຄົນຊື້: 3ມັດ 10ພັນ ໄດ້ບໍແມ່ຕູ້

ແມ່ຕູ້: ບໍ່ໄດ້ດອກຫຼານ ເພາະແມ່ຕູ້ຕ້ອງປູກເອງແລະມາຍ່າງເລາະຂາຍ ຕົ້ນທຶນທີ່ລົງທຶນໄປຂອງແມ່ຕູ້ກໍ່ຫຼາຍຢູ່…ແມ່ຕູ້ຍັງເວົ້າອີກວ່າ: ກາເຟຈອກທີ່ຫຼານຈັບນັ້ນຈອກທໍ່ໃດ?
ຄົນຊື້: 18,000ກີບ
ແມ່ຕູ້: ແລ້ວຫຼານໄດ້ຕໍ່ລາຄາບໍ
ຄົນຊື້: ໂອ້…ນີ້ມັນເປັນກາເຟມີຍີ່ຫໍ່ ບໍ່ມີໃຜຕໍ່ດອກແມ່ຕູ້
ແມ່ຕູ້: ກັບຄົນລວຍໆຄົນບໍ່ມັກຕໍ່ຈັກກີບ ແຕ່ກັບຄົນຈົນຄົນມັກຕໍ່ລາຄາແທ້ເດ
ຄົນຊື້:……….
ຝາກໄວ້ໃຫ້ຄິດ: ຢາກຖາມວ່າ ເປັນຫຍັງເຮົາຈຶ່ງຕໍ່ລາຄາກັບແມ່ຄ້າຈົນໆ ທີ່ຕ້ອງຢືນຂາຍເຄື່ອງກາງແດດ ແຕ່ກົງກັນຂ້າມກັນບໍ່ເຄີຍຕໍ່ລາຄາພໍ່ຄ້າແມ່ຄ້າທີ່ລ່ຳລວຍຕາມຫ້າງຮ້ານເລີຍ.