ຂ່າວລາຍວັນ

ດວງ 5 ວັນເກີດໃນທ້າຍປີນີ້ ດວງດີມີໂຊກວາສະໜາເດັ່ນ

ດວງ 6 ວັນເກີດໃນທ້າຍປີນີ້ ດວງດີມີໂຊກວາສະໜາເດັ່ນ

+ ສຳລັບທ່ານທີ່ເກີດວັນທິດ : ການທຳນາຍໄດ້ກ່າວ່າໃນປີ 2021 ຄົນເກີດວັນນີ້ ວາດສະໜາດີ ຈິງຍ້ອມມີດວງສະຕາທີ່ດີ ມີບຸນວາດສະໜາດີ, ສ່ວນໃຫຍ່ແລ້ວຈະມັກມີຍົດສັກ ຕໍ່າແໜງ ມີສັບສິນ.ມີບໍລິວານຫລາຍ ເປັນຄົນເຮັດກັບຄົນບໍ່ຂື້ນ ແຕ່ເຮັດດີແລ້ວແນວໃດກໍໄດ້ບຸນ ເພາະຄົນເກີດວັນທິດດວງສະຕາດິ ຕົກນໍ້າບໍ່ໄຫລ້ຕົກໄຟບໍ່ໄໝ້ ມີຄົນເກື້ອກູນຊ່ວຍເຫລື້ອສະເໝີ ອຸປະນິດໄສ ເປັນຄົນໃຈກ້ວາງ ມີໄມຕີຈິດກັບໝູ່ຄູ່ສະເໝີ ໃຈນັກເລງ ມີໄດ້ມີເສຍ ມີເງິນຫລາຍໃຊ້ຫລາຍ.

ມີໜ້ອຍໃຊ້ໜ້ອຍ ຍາມຕົກຕໍ່າກໍຫວັນໄຫວ ມີຄວາມທະເຍິທະຍານ ມີຄວາມເປັນຜູ້ນຳ ເຊື້ອໝັ້ນຕົນເອງສູງ ຮັກອິດສະຫລະ ມີອຸດົມການ ມີຄຸນນະທຳປະຈໍາໃຈ ປັນຍາດີ ອ່ອນໄຫວໃຈຮ້ອນ ຮັກສາກຽດສັກສີ ຮັກກຽດຫລາຍ ດວງສະຕາຜູ້ເກີດກາງຄືນເປັນຄົນສຸພາບດີ ກ້າຫານ ເຊື້ອໝັ້ນ ໝັ້ນໃຈທີ່ຕົນເອງຕັດສິນໃຈ ມີຄຸນນະທຳ ແຕ່ບາງຄົນໃຊ່ເງິນເກັ່ງມີເທົ່າໃດກໍ່ໃຊ້ໝົດເທົ່ານັ້ນ , ໃຈເດັດດຽວ ຄົນເກີດວັນອາທິດຕ້ອງເປັນຄົນຜິວດຳແດງ ຈິງຈະເໝາະສົມ, ແຕ່ຖ້າຜິວຂາວ ຫລື ຂາວເຫລືອງ ໜ້າຜາກຕ້ອງກ້ວາງ ຈຶ່ງຈະຖືເປັນມົງຄົນດີ ນັ້ນເອງ. ອ່ານແລ້ວ ກົດແຊຣ໌ ທ່ານກໍໄດ້ບຸນນຳເພາະທ່ານໄດ້ແບ່ງປັນໃຫ້ຄົນເກີດປີດຽວກັນໄດ້ອ່ານນຳ ຂໍໃຫ້ທຸກຄົນທີ່ເກີດວັນນີ້ ຈົ່ງໄດ້ດັ່ງຄຳທຳນາຍມາແຕ່ຂ້າງເທີງນັ້ນທຸກປະການເຖີ້ນສາທຸ

+ ສຳລັບທ່ານທີ່ເກີດວັນອັງຄານ : ການທຳນາຍໄດ້ກ່າວ່າໃນປີ 2021 ຄົນເກີດວັນນີ້ ມີຈິດໃຈກ້າແກ້ງບໍ່ຢ້ານເກງໃຜ ເປັນນັກຕໍ່ສູ້ ໃຈນັກຮົບ ໂມໂຫງ່າຍໃຈຮ້ອນ ອາລົມວູບວາບບໍ່ຍ້ອມໃຜ.ມັກມີເລື່ອງຄັດແຍງ ໃຝ່ຮຽນຮູ້ນອກຕໍາລາຮຽນ ມານະບາກບັ່ນ ມັກສຽງ ອົດທົນດີ ດື້ດ້ານ ມັກເຊື້ອແຕ່ຄວາມຄິດຕົນເອງເປັນໃຫຍ່ ດຸດັນຕັດສິນໃຈໄວ ເປັນຄົນດຸດັນ ເປັນຄົນຕົງໆ ຈະລິດມາຍາບໍ່ເປັນ ບໍ່ມີເລ່ລ່ຽມ ບໍ່ມັກຢູ່ລາໆ ຂະຫຍັນບາກບັ່ນ ແຕ່ມັກວຽກສະບາຍ ຄົນເກີດວັນອັງຄານຈະມັກເອົາຄວາມຄິດຕົ້ນເອງເປັນໃຫຍ່ ແລະ ເຊື້ອໝັ້ນໂຕເອງ

ແຕ່ມັກຈະເຮັດໃຫ້ເກີດຂໍເສຍໄດ້ຫລື ເກີດຄວາມຜິດພາດໄດ້ງ່າຍ ຄົນເກີດວັນອັງຄານເຖິງຈະເຊື້ອ ຟັງຄວາມຄົນອື່ນບອກສອນຄົນອື່ນກໍຕາມ ແຕ່ພໍກັບໄປກໍມັກເອົາຄວາມຄິດຕົນເອງຄື່ເກົ່າ ດັ່ງນັ້ນ ມັກຈະແກ້ການເອົາຄວາມຄິດຂອງຕົນເອງເປັນໃຫຍ່ກ່ວາຜູ້ອື່ນນັ້ນເອງ. ອ່ານແລ້ວ ກົດແຊຣ໌ ທ່ານກໍໄດ້ບຸນນຳເພາະທ່ານໄດ້ແບ່ງປັນໃຫ້ຄົນເກີດປີດຽວກັນໄດ້ອ່ານນຳ ຂໍໃຫ້ທຸກຄົນທີ່ເກີດວັນນີ້ ຈົ່ງໄດ້ດັ່ງຄຳທຳນາຍມາແຕ່ຂ້າງເທີງນັ້ນທຸກປະການເຖີ້ນສາທຸ.

+ ສຳລັບທ່ານທີ່ເກີດວັນພຸດ : ການທຳນາຍໄດ້ກ່າວ່າໃນປີ 2021 ຄົນເກີດວັນນີ້ ສຳລັບຄົນເກີດວັນພຸດ ມີດວງສະຕາສົດໄສ ຈະເລີນກ້າວໜ້າເພາະມີປັນຍາ ບໍ່ຄອຍຕົກຕະກຳລຳບາກເພາະເອົາໂຕລອດຢູ່ສະເໝີ, ອຸປະນິໄສຂອງຄົນເກີດມື້ນີ້ ເປັນຄົນມີມະນຸດສຳພັນດີ ມັກການຕິດຕໍ່ ເຈລະຈາ ມີສິລະປະໃນການເວົ້າເຮັດໃຫ້ຄົນອື່ນຍ້ອມຮັບ ເໝາະອາຊີບຄ້າຂາຍ ຫລື ເຮັດທຸລະກິດ ຫລາຍກວາຮັບລາສະການ ມີປັນຍາດີ ມີຄວາມສະຫລາດຄວາມຈໍາບໍ່ຄອຍດີ ມັກລືມເປັນຄົນປັບໂຕເກັ່ງ ຮັກທຳມະຊາດ ບໍ່ອວດເກັ່ງເປັນຄົນຮູ້ຈັກກະລະເທສະ ປະນີປະນອມດີ ມັກສຶກສາຫາຄວາມຮູ້ ອ່ານໃຈຄົນເກັ່ງ ມີຝີມື້ປະດິດສ້າງ,

ຂໍ້ເສຍເລັກນ້ອຍຄືເປັນຄົນເຈົ້າຊູ້, ຫລາຍໃຈ ເກັບເງິນບໍ່ຄອຍຢູ່ ມັກມີເລື່ອງໃຫ້ໃຊ້ຈ່າຍໝົດໄປ ຄວາມຄິດບໍ່ຢຸດໜິງ ປ່ຽນຕະຫລອດຕາມອາລົມ ເປັນຄົນເບື້ອງ່າຍ ອົດທົນບໍ່ໄດ້ດົນ, ຄົນເກີດວັນພຸດ ກາງເວັນອຸປະສັກຈະໜ້ອຍກ່ວາກາງຄືນ ແລະ ຕ້ອງປັບປຸງຄວາມເຈົ້າຊູ້ຂອງຕົ້ນເອງ ເພາະເຮັດໃຫ້ສົງຜົນຕໍ່ໃຫ້ເກີດບໍ່ສົມຫວັງໃນຄງາມຮັກ ສ່ວນເລື່ອງໂຊກສະຕາແມ່ນຢູ່ໃນເກນດີສົມຄວນ. ອ່ານແລ້ວ ກົດແຊຣ໌ ທ່ານກໍໄດ້ບຸນນຳເພາະທ່ານໄດ້ແບ່ງປັນໃຫ້ຄົນເກີດປີດຽວກັນໄດ້ອ່ານນຳ ຂໍໃຫ້ທຸກຄົນທີ່ເກີດວັນນີ້ ຈົ່ງໄດ້ດັ່ງຄຳທຳນາຍມາແຕ່ຂ້າງເທີງນັ້ນທຸກປະການເຖີ້ນສາທຸ.+ ສຳລັບທ່ານທີ່ເກີດວັນພະຫັດ : ການທຳນາຍໄດ້ກ່າວ່າໃນປີ 2021 ຄົນເກີດວັນນີ້ ເປັນຄົນມີບຸນ ມີດວງສະຕາດີ ມີກຽດມີຄົນນັບຖືຫລາຍ ແຕ່ມັກມີບັນຫາເລື່ອງຄູ່ຄອງ ຫລື ກໍອາພັບຄູ່ ,

ອຸປະນິໄສ ຂອງຄົນເກີດວັນພະຫັດ ເປັນຄົນມັກສຶກສາຮໍ່າຮຽນ ມັກທຳມະເປັນຄົນເຈົ້າລະບຽບ ເປັນຄົນເຂັ້ມງວດແຕ່ເປັນຄົນມີຈິດໃຈເອື້ອເຝື້ອຕໍ່ຄົນອ້ອມຂ້າງ ຮັກຄວາມສະຫງົບ ມັກຄວາມໝົ້ນຄົງ ຢືດຖືຄວາມຖືກຕ້ອງທ່ຽງທຳ ເດັດດຽວ ແຕ່ຢ້ານການປ່ຽນແປງ, ຄົນເກີດວັນພະຫັດເປັນຄົນເປີດເຜີຍ ບໍ່ມີຄວາມລັບລົມຄົມໃນ ເວົ້າແທ້ເຮັດຈິງ ແຕ່ເປັນຄົນຂີ້ໃຈນ້ອຍ ຢຶກຖືຂະນົບຖຳນຽມປະເພນີ ຄຽດແລ້ວໃຈຮ້າຍເຂັ້ມແຂງ ມັກລະແວງ ເຮັດອັນໃດກໍລອບຄອບດີ.ອ່ານແລ້ວ ກົດແຊຣ໌ ທ່ານກໍໄດ້ບຸນນຳເພາະທ່ານໄດ້ແບ່ງປັນໃຫ້ຄົນເກີດປີດຽວກັນໄດ້ອ່ານນຳ ຂໍໃຫ້ທຸກຄົນທີ່ເກີດວັນນີ້ ຈົ່ງໄດ້ດັ່ງຄຳທຳນາຍມາແຕ່ຂ້າງເທີງນັ້ນທຸກປະການເຖີ້ນສາທຸ.

+ ສຳລັບທ່ານທີ່ເກີດວັນສຸກ : ການທຳນາຍໄດ້ກ່າວ່າໃນປີ 2021 ຄົນເກີດວັນນີ້ ເປັນເທບແຫ່ງຄວາມຮັກ ມີດວງສະຕາດີ ຕົກນໍ້າບໍໄຫລຕົກໄຟບໍ່ໄໝ້ ຫລື ລຳບາກໄດ້ບໍ່ດົນ, ອຸປະນິໄສ ເປັນຄົນຮັກຄງາມສວຍງາມ ອາລົມສູນທະລີ ມີໄມຕີ ມີນຳໃຈກັບທຸກຄົນ, ມັກຮຽນເກັ່ວດານສິລະປະດ້ານໃດໜຶ່ງ ມີຄວາມອ່ອນໂຍນໂຕຕໍຜູ້ອື່ນ ເປັນຄົນເຈົ້າຊູ້ຝັກໄຝໂລກີ ມັກການບັນເລິງເທິງໃຈ ດຸໝັ້ນ ໃນການເຮັດວຽກ ຊືຕົງບໍ່ເຄີຍໂກງໃຜ , ຄົນເກີດວັນສຸກ ເປັນຄົນຮູ້ຈັກອົດອ້ອມ ແຕ່ລົດນີ້ຍົມສູງ ມັກຄວາມສຸຫງົບ ເຢືອກເຢັນສຸຂຸມ ຮູ້ຈັກບາບບຸນຄຸນໂທດ ຮູ້ຈັກປະເມີນຕົນບໍ່ໂລບ ມີຈິດໃຈເອື້ອອາລີ ແຕ່ມັກຈົ່ມ ເປັນຄົນຄິດຫລາຍ ລະວັງຄວາມຄິດບໍ່ເປັນເລື່ອງ ຜ່ອນຄາຍແດ່ກໍດີ ຄົນເກີດວັນສຸກ ຕ້ອງລະວັງຄວາມຄິດ, ຄວາມຮັກ ແລະ ການຢຶດຕິດ ເພາະສິ່ງເຫລົ້ານີ້ເປັນການທຳລາຍຄວາມສຸກ ມັກຈະເກັບເອົາເລື່ອງນ້ອຍໆມາຄິດ ,

ຖ້າຢຸດຄິດແລ້ວ ຈະເຮັດໃຫ້ມີຄວາມສຸກທັນທີ ຕ້ອງລະວັງການຢຶກຕິດກັບວັດຖຸ ຖ໊າຖາມວ່າລະວັງອັນໃດກໍ່ຄວນບອກວ່າຈົ່ງໃຊ້ທຸກຢ່າງທີ່ມີໃຫ້ພໍດີໝົດແລ້ວຈັງຄອຍຫາໃໝ່. ອ່ານແລ້ວ ກົດແຊຣ໌ ທ່ານກໍໄດ້ບຸນນຳເພາະທ່ານໄດ້ແບ່ງປັນໃຫ້ຄົນເກີດປີດຽວກັນໄດ້ອ່ານນຳ ຂໍໃຫ້ທຸກຄົນທີ່ເກີດວັນນີ້ ຈົ່ງໄດ້ດັ່ງຄຳທຳນາຍມາແຕ່ຂ້າງເທີງນັ້ນທຸກປະການເຖີ້ນສາທຸ.

+ ສຳລັບທ່ານທີ່ເກີດວັນເສົາ : ການທຳນາຍໄດ້ກ່າວ່າໃນປີ 2021 ຄົນເກີດວັນນີ້ ມັກມີດວງສະຕາແຂງ ແມ່ນແຕ່ຊວງດວງບໍ່ດີຕ້ອງຕົກທຸກໄດ້ຍາກ ພົບອຸປະສັກໜັກໜ້າ ກໍ່ສາມາດລຸກຂື້ນສູ້ ແລະ ຜ່ານໄປໄດ້ໂດຍດີ ແມ່ນແຕ່ຄົນຈະຄິດທຳລາຍກໍຕ້ອງພາຍແພຢູ່ດີອຸປະນິໄສເປັນຄົນມີລັກສະນະເປັນຜູ້ນຳ ໜັກແໜ້ນໃຫ້ກຽດຖືສັກສີຂອງຕົນ ບໍ່ເຄີຍເອົາປຽບໃຜ ແລະ ເປັນຄົນຕົງໄປຕົງມາ ມີຄວາມຂະຫຍັນອົດທົນ ເປັນຄົນເສຍສະຫລະ ຈິດໃຈເດັດດຽວ ເຮັດວຽກເກັ່ງ ຖ້າຄຽດແລ້ວຈະຄຽດດົນ ບໍ່ຄອຍໄວໃຈໃຜງ່າຍໆ ມີຄວາມຮູ້ດີ ຮັກຄວາມໝັ້ນຄົງ ບໍ່ຊ່າງເວົ້າເກັ່ງ ເຮັດສິ່ງໃດມັກຄິດກ່ອນຕັດສິນໃຈ ຖືເຫດຜົນເປັນຫລັ້ກສຳຄັນ ເຈົ້າຊູ້ແຕ່ບໍ່ສະແດງອອກ ນິໄສເຂັ້ມງວດ ບໍ່ມັກຄຽດແຄນໃຫ້ໃຜ ໃຝ່ຮູ້ມີຄວາມຮັບຜິດຊອບ ສ່ວນໃຫຍ່ມັກຮັບວຽກທາງລາດສະການ ມີອາຊີບທີ່ໝັ້ນຄົງ ແລະ.

ມີລັກສະນະໂດດເດັ່ນ ເປັນຄົນດວງແຂງຫລາຍໃນຈໍານວນ 7 ວັນ ຂໍ້ເສຍຈະຢູ່ທີຄຳເວົ້າ ມັກເວົ້າກ່ອນຄິດ ເຮັດໃຫ້ຄົນລົມນໍາບໍ່ເຂົ້າໃຈ ໃນໂຕເອງເຮົາ ອາດບໍ່ພໍໃຈ ຢາງໃດກໍດີຄົນເກີດວັນເສົາ ເປັນຄົນທີມີນຳໃຈດີຄົນໜຶ່ງ ແລະ ໜ້າຄົບຫາບໍ່ໜ້ອຍເລີຍ. ອ່ານແລ້ວ ກົດແຊຣ໌ ທ່ານກໍໄດ້ບຸນນຳເພາະທ່ານໄດ້ແບ່ງປັນໃຫ້ຄົນເກີດປີດຽວກັນໄດ້ອ່ານນຳ ຂໍໃຫ້ທຸກຄົນທີ່ເກີດວັນນີ້ ຈົ່ງໄດ້ດັ່ງຄຳທຳນາຍມາແຕ່ຂ້າງເທີງນັ້ນທຸກປະການເຖີ້ນສາທຸ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button

You cannot copy content of this page

Don`t copy text!
error: Alert: Content is protected !!