ມາຮູ້ !! ເຕັກນິກການປູກ “ສາລີ” ໃຫ້ໄດ້ຮັບຜົນຜະລິດສູງ ມານໃຫຍ່ໄດ້ນ້ຳໜັກດີ
ມາຮູ້ !! ເຕັກນິກການປູກ “ສາລີ” ໃຫ້ໄດ້ຮັບຜົນຜະລິດສູງ ມານໃຫຍ່ໄດ້ນ້ຳໜັກດີ

+ ການປູກສາລີ
-ຕົ້ນລະດູຝົນປູກໄດ້ຕັ້ງແຕ່ປາຍເດືອນມີນາ-ຕົ້ນເດືອນມິຖຸນາຕາມສະພາບຝົນແຕ່ລະພື້ນທີ່

-ປາຍລະດູຝົນປູກໄດ້ຕັ້ງແຕ່ກາງເດືອນກໍລະກົດ-ກາງເດືອນສິງຫາ-ລະດູແລ້ງປູກໄດ້ຕັ້ງແຕ່ເດືອນພະຈິກ-ເດືອນກຸມພາ
+ ການກຽມດິນສຳລັບປູກສາລີ .

ວັດຖຸປະສົງຂອງການກຽມດິນ ເພື່ອໃຫ້ຜິວດິນອ່ອນຕົວ ແລະ ຫໍ້ຫຸ້ມແກ່ນສາລີໃຫ້ຊຸ່ມຢູ່ສະເໜີ ແລະ ໃຫ້ດິນມີ.
ອາກາດຖ່າຍເທສະດວກ ແລະ ທຳລາຍເຫງົ້າວັດສະພືດໃຫ້ແຫ້ງຕາຍ ແລະ ຝັງກົບຊາກວັດສະພືດເດີມໃຫ້ຈົມດິນການໄຖ່ຢ່າງໜ້ອຍ 2 ຄັ້ງ ໃຫ້ດິນແຕກລະອຽດ
1.ໄຖດະການໄຖດ້ວຍຜານ 3 ຫຼື ຜານ 4 ຄວນໄຖໃຫ້ເລິກປະມານ 30 ຊມ ເພາະການໄຖເລິກຈະເຮັດໃຫ້ດິນເກັບນໍ້າໄດ້ຫຼາຍ ແລະ ຕາກດິນໄວ້ປະມານ 10-15 ມື້ ເພື່ອທຳລາຍວັດສະພືດຫຼືສັດຕູພືດໃນດິນບາງຊະນິດ
2.ໄຖແປຄວນໄຖດ້ວຍຜານ 7 ໂດຍໄຖຂວາງຮອຍເກົ່າຂອງໄຖດະເພື່ອຍ່ອຍດິນກ້ອນໃຫ້ໃຫ້ແຕກ ເຮັດໃຫ້ດິນມີຄວາມຮ່ວນມຸ່ນຫຼາຍຂຶ້ນ ເພື່ອໃຫ້ແກ່ນພັນອອກຢ່າງສະໜໍ່າສະເໝີ

+ ການປູກ ແລະ ໄລຍະປູກເຮັດໄດ້ 2 ວິທີ ດັ່ງນີ້
1.ໃຊ້ເຄື່ອງປູກເລືອກຮູຈານຍອດໃຫ້ເໝາະກັບຂະໜາດຂອງແກ່ນພັນ ຊື່ງຈະລະບຸໄວ້ນຳຖົງ ໂດຍທົ່ວໄປຈະໃຊ້ລະໄຍ ຫ່າງລະຫວ່າງແຖວ 75 ຊມ ໄລຍະຫ່າງຫວ່າງຂຸມປະມານ 20-25 ຊມ ໂດຍປະລິມານແກ່ນທີ່ໃຊ້ຈະປະມານ 3.5 ກກ/ໄລ່ ແລະ ຈະມີຈຳນວນຕົ້ນສາລີ/ໄລ່ປະມານ 8,533-10,600 ຕົ້ນຕໍ່ໄລ່ ຄວນຍອດແກ່ນສາລີໃຫ້ເລິກ 2.5-3 ນີ້ວ
2.ໃຊ້ຄົນປູກໃນຫຼາຍພື້ນທີ່ໂດຍສະເພາະທາງພາກເໜືອ ຈະໃຊ້ເຊືອກໃນການກຳນົດໄລຍະຫ່າງລະຫວ່າງຮ່ອງປະມານ 70 ຊມ ແລ້ວໃຊ້ສຽມຂຸດຍອດແກ່ນ 1-2 ແກ່ນແລ້ວປົກໂດຍຈຳນວນແກ່ນທີ່ຍອດ ແລະ ລະຍະຫ່າງລະຫວ່າງຂຸມຂຶ້ນຢູ່ກັບສາຍພັນວ່າສາຍພັນນັ້ນເໝາະກັບການປູກຖີ່ໄດ້ດີປານໃດ

+ ເຄັດລັບ ທີ່ບໍ່ລັບ
-ການທົດສອບຄວາມຊຸ່ມຂອງດິນວ່າພຽງພໍຫຼືບໍ່ໃຫ້ໜ້າດິນທີ່ລະດັບຄວາມເລິກທີ່ໃຊ້ຢອດແກ່ນຈຶ່ງມາປັ້ນຫາກປັ້ນເປັນກ້ອນໄດ້ສະແດງວ່າຄວາມຊຸ່ມພໍເໝາະ
-ຄວນເຮັດການທົດສອບເຄື່ອງຢອດຮູຈານຢອດກັບແກ່ນພັນກ່ອນປູກແທ້ວ່າໄດ້ຕາມໄລຍະທີ່ຕ້ອງການຫຼືບໍ່ ຖ້າຫາກຖີ່ຫຼືຫ່າງເກີນໄປຈະໄດ້ປ່ຽນຈານທີ່ມີຈຳນວນຮູຕາມຄວາມຕ້ອງການ
-ຄວາມເລິກໃນການຢອດແກ່ນຂຶ້ນຢູ່ກັບຄວາມຊຸ່ມປະເພດຂອງດິນລວມເຖິງປະສົບການຂອງຜູ້ປູກ ເຊີ່ງໂດຍທົ່ວໄປຢອດເລິກບໍ່ເກີນ 4-5 ຊມ

+ ການໃສ່ປຸ໋ຍແບ່ງເປັນ 2 ເທື່ອ ເພື່ອໃຫ້ມີທາດອາຫານພຽງພໍກັບການສ້າງຜົນຜະລິດໄດ້ເຕັມທີ່ດັ່ງນີ້
1.ປຸ໋ຍຮອງພື້ນຄວນໃສ່ຮອງກົ້ນຂຸມຫຼືໂຮຍເປັນແຖວແລ້ວປົກພ້ອມປູກເປັນປຸ໋ຍສູດ 16-20-0 ຫຼື 15-15-15 ໃນປະລິມານ 20 ກິໂລກຼາມຕໍ່ໄລ່
2.ປຸ໋ຍຍູເຮຍ ເມື່ອສາລີມີອາຍຸ 25-30 ມື້ ຄວນໃສ່ປຸ໋ຍອີກເທື່ອໜຶ່ງ ໂດຍໃຊ້ປຸ໋ຍຍູເຮຍ 46-0-0 ໃນປະລິມານ 20-25 ກິໂລກຼາມຕໍ່ໄລ່
+ ຂໍ້ແນະນຳ ຄວນໃສ່ປຸ໋ຍພ້ອມກັບການຈຳກັດສັດຕູພືດເມື່ອສາລີອາຍຸໄດ້ 20-35 ມື້ ຫຼືສູງທໍ່ຫົວເຂົ່າໂດຍໃຊ້ແບບໂຮຍຂ້າງແຖວໃຫ້ຫ່າງຈາກກົປະມານ 1 ຄືບແລ້ວເອົາດິນປົກ
+ ຜົນຈາກການວິເຄາະພົບວ່າຜົນຜະລິດສາລີທຸກໆ 100 ກິໂລກຼາມຈະສູນເສຍແຮ່ທາດອາຫານໄປກັບແກ່ນຄື ໄນໂຕຣເຈນ 1.59 ກກ ຟົດສະຟາດ 0.38 ກກ ໂພແທສຊ່ຽມ 0.51 ກກ

+ ຄວາມຕ້ອງການນໍ້າຂອງສາລີ
ສາລີມີຄວາມຕ້ອງການນໍ້າຕະຫຼອດລະດູປູກປະມານ 350-600 ມມ
1.ການໃຊ້ນໍ້າຄັ້ງທຳອິດເມື່ອປູກຫຼັງຈາກໄຖພວນດິນສຳເລັດໃຫ້ນໍ້າປະມານ 30-40 ມລ ເພື່ອໃຫ້ດິນມີຄວາມຊຸ່ມເພື່ອໃຫ້ແກ່ນງອກ
2.ການໃຊ້ນໍ້າໃນຊ່ວງໄລຍະການຈະເລີນເຕີບໂຕຂອງສາລີໃຫ້ໃຫ້ອາທິດລະປະມານ 40-50 ມລ ບໍ່ຄວນໃຫ້ນໍ້າຖ່ວມຂັງເປັນເວລາດົນ ເພາະຈະເຮັດໃຫ້ສາລີເຫຼືອງ ແລະ ອາດຕາຍໄດ້ຖ້າໃຫ້ນໍ້າຫຼາຍເກີນໄປຄວນຮິບລະບາຍອອກຈາກແປງທັນທີ
+ ສາລີເປັນພືດທີ່ຕ້ອງການນໍ້າຕະຫຼອດອາຍຸການຈະເລີນເຕີບໂຕແຕ່ຄວາມຕ້ອງການຈະສູງສຸດໃນຊ່ວງອອກດອກ ແລະ ໃນຊ່ວງໄລຍະຕົ້ນຂອງການສ້າງແກ່ນຖ້າຫາກຂາດນໍ້າ
-ໃນຊ່ວງການຈະເລີນທັງລຳຕົ້ນ ແລະ ໃບຜົນຜະລິດຈະຫຼຸດລົງ 25 %
-ໃນຊ່ວງໄລຍະອອກດອກໂຕຜູ້ອອກໝອຍເລີ່ມສ້າງແກ່ນຜົນຜະລິດຈະຫຼຸດລົງ 50%
-ໃນຊ່ວງໄລຍະຫຼັງຂອງການສ້າງແກ່ນສຳເລັດຜົນຜະລິດຈະຫຼຸດລົງ 21%