ດວງ 5 ນັກສັດປີເກີດ ມີເກນເຫຼືອກິນເຫຼືອໃຊ້ ບຸນເກົ່າໜຸນນຳ ເຮັດໃຫ້ລ້ຳລວຍ
ດວງ 5 ນັກສັດປີເກີດ ມີເກນເຫຼືອກິນເຫຼືອໃຊ້ ບຸນເກົ່າໜຸນນຳ ເຮັດໃຫ້ລ້ຳລວຍ

+ ຄົນທີ່ເກີດປີກຸນ : ຄົນເກີດນັກສັດນີ້ ເປັນຄົນໃຈບຸນສຸນທານ ຂີ້ສົງສານ ມັກຊ່ອຍເຫຼືອຄົນອື່ນສະເໝີ ມັກຈະຖືກເອົາປຽບເພາະຄວາມໃຈບຸນ ລຳບາກຍ້ອນການຊ່ອຍເຫຼືອຄົນອື່ນ, ຜ່ານເດືອນນີ້ໄປມີເກນໝົດເຄາະກຳ ບຸນບາລະມີໜຸນນຳ ດວງໂຊກລາບໂດດເດັ່ນ ມີໂອກາດໄດ້ຈັບເງິນກ້ອນ 7-8 ຫຼັກຂື້ນໄປ ຊີວິດສະບາຍຫຼາຍຂື້ນ.

+ ຄົນທີ່ເກີດປີລະກາ : ຄົນເກີດນັກສັດນີ້ ບໍ່ມັກຢູ່ນິ່ງເສີຍ ມັກຫາຄວາມຮູ້ຢູ່ສະເໝີ ມີອຸປະສັກ ມີຄູ່ແຂ່ງໃນຮອບດ້ານ ເຮັດຫຍັງມັກຈະພົບອຸປະສັກທີ່ຜ່ານມາ ຜ່ານເດືອນຊ່ວງນີ້ໄປ ມີເກນໝົດເຄາະກຳ ບຸນບາລະມີໜຸນນຳ ມີ ຜູ້ໃຫຍ່ໃຫ້ການຊ່ອຍເຫຼືອ ແຕ່ຕ້ອງບອກວ່າຈະເຮັດຫຍັງ ກໍຢ່າໂດດເດັ່ນຫຼາຍ ເພາະຈະມີຄົນອິດສາ ດວງໂຊກລາບໂດດເດັ່ນ ມີໂອກາດໄດ້ຈັບເງິນກ້ອນ ຫຼັກຂື້ນໄປ ຊີວິດສະບາຍຫຼາຍຂື້ນ ມີເກນໄດ້ໂຊກແບບຟຸກໆ.

+ ຄົນທີ່ເກີດປີຊວດ : ຄົນທີ່ເກິດນັກສັດນິ້ ເປັນຄົນປັບຕົວເກັ່ງ ແລະ ມັກໄຝ່ຮູ້ສີ່ງຕ່າງໆ ໃຊ້ຊີວິດແບບປົກກະຕິຄືຄົນທົ່ວໄປ ແຕ່ມັກມີຄົນເຂົ້າມາເຮັດໃຫ້ເດືອນຮ້ອນຕະຫຼອດ ເຮັດຫຍັງບໍ່ຄອຍໄດ້ປະສົບຜົນສຳເລັດທີ່ຜ່ານມາ, ຜ່ານເດືອນນີ້ໄປມີເກນໝົດເຄາະກຳ ໃຜຄິດຮ້າຍ ຈະແພ້ໄພ ພົບຄວາມສຳເລັດທີ່ດີ ມີເງິນມີທອງ ເຮັດທຸລະກິດລາບລື່ນ ບຸນບາລະມີໜຸນນຳ ດວງໂຊກລາບໂດດເດັ່ນ ມີໂອກາດໄດ້ຈັບເງິນກ້ອນ ຊີວິດສະບາຍຫຼາຍຂື້ນ ຄອບຄົວພົບແຕ່ຄວາມສຸກ.
+ ຄົນທີ່ເກີດປີເຖາະ : ຄົນທີ່ເກີດນັກສັດນີ້ໂດຍລວມໆນິໄສດີ ເປັນມິດກັບຄົນຮອບຂ້າງ ບໍ່ຄິດປ້ອງຮ້າຍໃຜ ເປັນຄົນຕົກນ້ຳບໍ່ໄຫຼ ຕົກໄຟບໍ່ໄໝ້ ແລະ ຜ່ານເດືອນນີ້ໄປມີເກນໝົດເຄາະກຳ ບຸນບາລະມີໜຸນນຳ ມີຜູ້ໃຫຍ່ເຂົ້າມາຊ່ວຍເຫຼືອ ທັງການງານ ການເງິນ ດວງໂຊກລາບໂດດເດັ່ນ ໄດ້ໂຊກແບບຟຸກໆ ມີໂອກາດໄດ້ຈັບເງິນກ້ອນ 7-8 ຫຼັກຂື້ນໄປ ຊີວິດສະບາຍຫຼາຍຂື້ນ ຢ່າງເພີ່ງພໍໃຈ.

+ ຄົນທີ່ເກີດປີຈໍ : ເປັນຄົນນິໄສພື້ນຖານຊື່ສັດຮັກໝູ່ຄູ່ ບໍ່ເອົາລັກເອົາປຽບໃຜ ແຕ່ມັກຈະຖືກເອົາປຽບຢູ່ສະເໝີ, ຜ່ານເດືອນນີ້ໄປມີເກນໝົດເຄາະກຳ ບຸນບາລະມີໜຸນນຳ ດວງໂຊກລາບໂດດເດັ່ນ ມີໂອກາດໄດ້ຈັບເງິນກ້ອນ 7-8 ຫຼັກຂື້ນໄປ ການງານດີມີຄວາມສຳເລັດ ທຳມາຄ້າຂາຍຂື້ນ ມີຜູ້ໃຫຍ່ໃຈດີໃຫ້ການຊ່ອຍເຫຼືອ ເຮັດຫຍັງກໍຈະເລີນກ້າວໜ້າ ຊີວິດສະບາຍຫຼາຍຂື້ນ ຢ່າງທີ່ຫວັງໄວ້.
