ຂ່າວລາຍວັນ
ເກີດເຫດ! ຄົນນອນເ ສ ຍ ຊີ ວິ ດ ບໍ່ຮູ້ສາເຫດ ຢູ່ເມືອງ ໂພນໂຮງ ແຂວງວຽງຈັນ.
ເກີດເຫດ! ຄົນນອນເ ສ ຍ ຊີ ວິ ດ ບໍ່ຮູ້ສາເຫດ ຢູ່ເມືອງ ໂພນໂຮງ ແຂວງວຽງຈັນ.

ໃນວັນທີ06.07.2021ເວລາ10:00 ຫນ່ວຍກູ້ຊີບອົງການກາແດງແຂວງໄດ້ຮັບແຈ້ງເຫດ ຜ່ານເບີ 023 1625 ວ່າມີຄົນນອນເສຍຊີວິດ 1 ຄົນ ໂດຍບໍ່ຮູ້ສາເຫດ ຢູ່ທີ່ບ້ານ ໂພນຄຳໃຕ້ ເມືອງ ໂພນໂຮງແຂວງວຽງຈັນ.

ເມື່ອທີມງານໄປເຖິງສະຖານທີ່ໄດ້ພົບເຫັນຜູ້ ເ ສ ຍ ຊີ ວິ ດ ເປັນເພດຊາຍ ເປັນຄົນເຫຼ່ລ້ອນ ບໍ່ມີຂໍ້ມູນໃດໆຕິດໂຕເລີຍ

ສະນັ້ນທີມງານຈຶ່ງໄດ້ສົມທົບກັບ ເຈົ້າໜ້າທີ່ປກສແຂວງ, ສາທາແຂວງ, ເມືອງ ແລະ ບ້ານໄດ້ຫຸ້ມຫໍ່ສົບ ແລ້ວນຳສົ່ງສົບໄປປ່າຊ້າບ້ານໂພນຄຳໃຕ້ ເພື່ອທຳພິທີທາງດ້ານສາດສະໜາ( ເ ຜົ າ ສົ ບ ) ໃຫ້ສຳເລັດ.
