ລັດຖະບານ ປະຊຸມຮ່ວມກັບ ສະພາ ພ້ອມກັນສຸມໃສ່ປຶກສາຫາລື ແກ້ໄຂຫລາຍບັນຫາທີ່ສໍາຄັນຄື..

ໂດຍປະຕິບັດຕາມແຜນດໍາເນີນງານຮ່ວມກັນ ລະຫວ່າງ ຄະນະລັດຖະບານ ກັບຄະນະປະຈຳສະພາແຫ່ງຊາດ ແລະ ເພື່ອປະຕິບັດກົນໄກການປະສານງານ ແລະ ການປຶກສາຫາລືຮ່ວມ ລະຫວ່າງ ລັດຖະບານ ແລະ ສະພາແຫ່ງຊາດ ທີ່ດຳເນີນມາເປັນປົກກະຕິ.
,
ໃນວັນທີ 11 ຕຸລາ 2022 ທີ່ຫໍປະຊຸມແຫ່ງຊາດ ໄດ້ຈັດກອງປະຊຸມຮ່ວມ ລະຫວ່າງ ຄະນະລັດຖະບານ ກັບຄະນະປະຈໍາສະພາແຫ່ງຊາດຂຶ້ນ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແລະ ທ່ານ ໄຊສົມພອນ ພົມວິຫານ ປະທານຄະນະປະຈໍາສະພາແຫ່ງຊາດ,
,

ມີບັນດາທ່ານຮອງນາຍົກລັດຖະມົນຕີ, ຮອງປະທານຄະນະປະຈໍາສະພາແຫ່ງຊາດ, ສະມາຊິກລັດຖະບານ, ປະທານ, ຮອງປະທານກຳມາທິການສະພາແຫ່ງຊາດ ແລະ ຜູ້ຕາງໜ້າຈາກບັນດາ ກະຊວງ ເຂົ້າຮ່ວມຢ່າງພ້ອມພຽງ.
,
ຈຸດປະສົງຂອງກອງປະຊຸມ ແມ່ນປຶກສາຫາລື ແລະ ແລກປ່ຽນຄຳເຫັນ ເພື່ອກ້າວໄປເຖິງສ້າງຄວາມເປັນເອກະພາບກັນ ຕໍ່ບັນດາເນື້ອໃນ ແລະ ໃນຂອບເຂດຄວາມຮັບຜິດຊອບຂອງລັດຖະບານ ທີ່ຈະນໍາເຂົ້າພິຈາລະນາ ໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX

ທີ່ຈະຈັດຂຶ້ນໃນຕໍ່ໜ້າ; ເປັນເອ ກະພາບທາງດ້ານທັດສະນະ ຕໍ່ບັນຫາສຳຄັນຈຳນວນໜຶ່ງ ແລະ ພ້ອມກັນຕີ ລາຄາ, ຖອດຖອນບົດຮຽນ ກ່ຽວກັບກົນໄກການປະສານງານ ລະຫວ່າງ ລັດ ຖະບານ ກັບສະພາແຫ່ງຊາດຕື່ມ.
,
ສໍາລັບເນື້ອໃນທີ່ນຳມາປຶກສາຫາລື ໃນກອງປະຊຸມເທື່ອນີ້ ບັນດາຜູ້ເຂົ້າຮ່ວມກອງປະຊຸມ ຈະໄດ້ພ້ອມກັນສຸມໃສ່ປຶກ ສາຫາລື, ຄົ້ນຄວ້າ ແລະ ເປັນເອກະພາບ ຕໍ່ບັນຫາທີ່ສໍາຄັນ ຄື:
1. ຜ່ານບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໄລຍະ 09 ເດືອນ, ຄາດຄະເນ 03 ເດືອນທ້າຍປີ 2022 ແລະ ທິດທາງແຜນການປີ 2023.
,
2. ລາຍງານໂດຍລວມ ກ່ຽວກັບຄວາມຄືບໜ້າການແກ້ໄຂໜີ້ສິນ ໂຄງການລົງທຶນຂອງລັດບ້ວງປົກກະຕິ ແລະ ການອວ່າຍໜີ້ 3 ແຈ, ໂດຍສະເພາະ ບັນດາໂຄງການທີ່ຄະນະປະຈໍາສະພາແຫ່ງຊາດ ໄດ້ມີມະຕິ ແລະ ສະເໜີໃຫ້ລັດຖະບານ ຈັດຕັ້ງປະຕິບັດ;
3. ລາຍງານກ່ຽວກັບນະໂຍບາຍ ແລະ ມາດຕະການສະໜອງເງິນຕາ ເພື່ອຮັບປະກັນການນໍາເຂົ້າ ນໍ້າມັນເຊື້ອໄຟ ສໍາລັບໄລຍະກາງ ແລະ ໄລຍະຍາວ; ມາດຕະການແກ້ໄຂເງິນເຟີ້ ສໍາລັບໄລຍະກາງ ແລະ ໄລຍະຍາວ;
,
4. ລາຍງານການຄຸ້ມຄອງລາຄາສິນຄ້າ ແລະ ການນຳເຂົ້ານໍ້າມັນເຊື້ອໄຟ ໃນເງື່ອນໄຂສະພາບເສດຖະກິດ ມີຄວາມຫຍຸ້ງຍາກ;
5. ລາຍງານການຈັດຕັ້ງປະຕິບັດໂຄງການທົດລອງຂຸດຄົ້ນແຮ່ທາດ, ການອະນຸຍາດສຳປະທານ ແລະ ການແບ່ງຂັ້ນຄຸ້ມຄອງ;
,
6. ລາຍງານສະພາບການຈັດຕັ້ງປະຕິບັດບັນດາໂຄງການລົງທຶນ ຂອງຫວຽດ ນາມ-ລາວ ຢູ່ ສປປ ລາວ.
7. ລາຍງານກ່ຽວກັບການພັດທະນາທ່າບົກ ຕາມທີ່ກຳນົດໄວ້ໃນຍຸດທະສາດໂລຊິດສະຕິກ ຂົນສົ່ງສິນຄ້າ ຢູ່ ສປປ ລາວ;
8. ແຜນການສ້າງກົດໝາຍ ແລະ ປັບປຸງກົດໝາຍ ແຕ່ປີ 2023-2025;
9. ປຶກສາຫາລືບັນດາຫົວຂໍ້ ທີ່ຕິດພັນກັບຄວາມຮັບຜິດຊອບຂອງລັດຖະບານ ທີ່ຈະນຳເຂົ້າພິຈາລະນາກອງປະຊຸມ ສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX;
,
10. ປຶກສາຫາລື ແລະ ຖອດຖອນບົດຮຽນວິທີການລາຍງານຂອງລັດຖະບານ, ການຕັ້ງຄຳຊັກຖາມ ຂອງສະມາຊິກສະພາແຫ່ງຊາດ ແລະ ການຕອບຄໍາຊັກຖາມ ຂອງສະມາຊິກລັດຖະບານ ຕໍ່ກອງປະຊຸມສະພາແຫ່ງຊາດ.
,
ເນື່ອງຈາກຫົວຂໍ້ທີ່ນຳມາປຶກສາຫາລືເທື່ອນີ້ ມີຫຼາຍ, ແຕ່ກອງປະຊຸມ ຈະດໍາເນີນພຽງແຕ່ 1 ວັນ. ສະນັ້ນ ເພື່ອເຮັດໃຫ້ກອງປະຊຸມ ສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ກໍານົດໄວ້, ໃນໂອກາດກ່າວເປີດກອງປະຊຸມ ທ່ານປະທານກອງປະຊຸມ ໄດ້ຮຽກຮ້ອງມາຍັງບັນດາທ່ານ ລັດຖະມົນຕີ,
,
ຜູ້ຕາງໜ້າຈາກກະຊວງ ທີ່ຮັບຜິດຊອບແຕ່ລະຫົວຂໍ້ນັ້ນ ລາຍງານຢ່າງກະທັດຮັດ ແລະ ສຸມໃສ່ສະເໜີບັນ ຫາທີ່ຂໍທິດຊີ້ນຳ ຫຼື ຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ ເທົ່ານັ້ນ
,
ລວມທັງ ການປະກອບຄໍາເຫັນຂອງບັນດາທ່ານຜູ້ເຂົ້າຮ່ວມກອງປະຊຸມ ກໍ່ໃຫ້ເຂົ້າບັນຫາທີ່ຍົກຂຶ້ນ ຢ່າງກົງໄປກົງມາ, ມີຈຸດສຸມ ແລະ ສະເໜີທິດທາງທີ່ຈະແຈ້ງ ເພື່ອໃຫ້ບັນດາກະຊວງກ່ຽວຂ້ອງ ກໍ່ຄືລັດຖະບານ ໄດ້ນຳໄປປັບປຸງບົດລາຍງານຕ່າງໆ ທີ່ຈະເຂົ້າຜ່ານກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃຫ້ສົມບູນ ແລະ ຮັດກຸມ ຍິ່ງຂຶ້ນ.
ພາບ ແລະ ຂ່າວ ໂດຍ: ກົມປະຊາສໍາພັນ, ຫສນຍ
Via Lao National Radio