ຂ່າວລາຍວັນ

ທູດ ສ ເກົາຫລີ ມອບເຄື່ອງຊ່ວຍ​ເຫລືອຕ້ານໂຄ ວິ ດ ແກ່​ ສປປ​ ລາວ

ທູດ ສ ເກົາຫລີ ມອບເຄື່ອງຊ່ວຍ​ເຫລືອຕ້ານໂຄ ວິ ດແກ່ ສປປ​ ລາວ

ທ່ານ ມູຮົງ ອິມ (Moohong Im) ເອກອັກຄະລັດຖະທູດທູດ ສ ເກົາຫລີ ປະຈຳ ສປປ ລາວ ໄດ້ມອບນ້ຳຢາເຄມີ ແລະ ອຸປະກອນການແພດ ສຳລັບການກວດວິເຄາະພະຍາດໂຄວິດ-19 ລວມມູນຄ່າຫລາຍກວ່າ 100.000 ໂດລາສະຫະລັດ ໃຫ້ລັດຖະບານລາວ ເພື່ອນຳໃຊ້ເຂົ້າໃນການກວດວິເຄາະພະຍາດໂຄວິດ-19 ຢູ່ ສປປ ລາວ​ ຕ່າງໜ້າຮັບໂດຍ ທ່ານ ດຣ. ບຸນແຝງ ພູມມາໄລສິດ​ລັດຖະມົນຕີກະຊວງສາທາລະນະສຸກ​ ເຊິ່ງພິທີມອບ-ຮັບເຄື່ອງຊ່ວຍເຫລືອດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 5 ກໍລະກົດ 2021 ຜ່ານມາ.

ໂອກາດນີ້, ທ່ານ ມູຮົງ ອິມ ກໍໄດ້ສະແດງຄວາມຊົມເຊີຍ ລັດຖະບານລາວ ທີ່ເຫັນວ່າ ອັດຕາສັກວັກຊີນຢູ່ໃນ ສປປ ລາວ ນັບມື້ນັບເພີ່ມຂຶ້ນ ແລະ ຄຽງຄູ່ກັນນັ້ນ ການຕິດເຊື້ອໃນຊຸມຊົນ ກໍໄດ້ຫລຸດລົງຢ່າງຕໍ່ເນື່ອງ ແລະ ກຳລັງກ້າວໄປສູ່ສະພາບປົກກະຕິແລ້ວ ເຊິ່ງທັງໝົດນີ້ ກໍຍ້ອນການຊື້ນຳ-ນຳພາຂອງການນຳ ບວກກັບບັນດາແພດໝໍ ແລະ ທຸກພາກສ່ວນ ທີ່ເອົາໃຈໃສ່ໃນການປິ່ນປົວ ແລະ ປະຕິບັດມາດຕະການປ້ອງກັນຢ່າງເຄັ່ງຄັດ. ພ້ອມນັ້ນ ກໍຫວັງວ່າ: ບັນດາອຸປະກອນທີ່ນຳມາຊ່ວຍເຫລືອໃນຄັ້ງນີ້ ຈະຖືກນຳໃຊ້ເຂົ້າໃນການກວດຫາເຊື້ອກໍລະນີສົງໄສ ຕິດເຊື້ອພະຍາດໂຄວິດ-19 ໃຫ້ເກີດຜົນປະໂຫຍດສູງສຸດ.

ໂອກາດດຽວກັນ, ທ່ານ ດຣ. ບຸນແຝງ ພູມມາໄລສິດ ໂດຍຕາງໜ້າໃຫ້ລັດຖະບານລາວ ສະແດງຄວາມຂອບໃຈມາຍັງ ເອກອັກຄະລັດຖະທູດ ສ ເກົາຫລີ ປະຈຳ ສປປ ລາວ ສຳລັບການຊ່ວຍເຫລືອອັນລ້ຳຄ່າໃນຄັ້ງນີ້, ພ້ອມທັງຕີລາຄາສູງ ຕໍ່ການຊ່ວຍເຫລືອຈາກລັດຖະບານ ສ ເກົາຫລີ ໃນໄລຍະທີ່ຜ່ານມາ ກໍຄືຄັ້ງນີ້ ເຊິ່ງຖືວ່າເປັນການຊ່ວຍເຫລືອ ທີ່ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການທີ່ຈຳເປັນ, ທັນເວລາ ແລະ ມີຄຸນຄ່າທີ່ສູງ ເພື່ອນຳໃຊ້ເຂົ້າໃນການປ້ອງກັນ ແລະ ຄວບຄຸມ ພະຍາດໂຄວິດ-19 ຢູ່ ສປປ ລາວ.

ຂ່າວ: ສິງຄຳ, ພາບ: ຂັນໄຊ,​ ຂປລ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button

You cannot copy content of this page

Don`t copy text!
error: Alert: Content is protected !!