ແຊ່ຕໍ່ ໃຫ້ຜູ້ບໍ່ຢູ່ໃນກຸ່ມບູລິມະສິດ ແຕ່ມາຍາດຂໍສັກວັກຊິນ Pfizer
ເຫດຜົນທີ່ ເມື່ອ ສັກວັກຊີນ COVID-19 ຄົບ 2 ເຂັມແລ້ວ ເຮົາ ບໍ່ຄວນສັກເຂັມທີ 3 ຂອງ Pfizer ໃນ “ຕອນນີ້” ຢຳ້ ໃນ “ຕອນນີ້”
ແລະ ເຫດຜົນທີ່ ທ່ານຄວນໃຫ້ໂອກາດ ກຸ່ມບູລິມະສິດໄດ້ຮັບວັກຊີນ Pfizer

1.ກຸ່ມບູລິມະສິດທີ່ຄວນໄດ້ສັກວັກຊີນ Pfizer ໃນຕອນນີ້ ຄື ຜູ້ສູງອາຍຸ, ຜູ້ມີພະຍາດປະຈຳຕົວໃນຕອນນີ້ (ບໍ່ແມ່ນພະຍາດທີ່ເປັນໃນ 10 ປີກ່ອນ ແຕ່ອາການຫາຍດີແລ້ວ), ພະນັກງານສາທາລະນະສຸກດ່ານຫນ້າ, ພວກເຂົາເຫລົ່ານີ້ ລ້ວນແລ້ວແຕ່ມີຄວາມສ່ຽງສູງ, ສ່ຽງສູງຢູ່ບ່ອນວ່າຖ້າພວກເຂົາຫາກບໍ່ມີພູມຄຸ້ມກັນ ພວກເຂົາມີ #ຄວາມສ່ຽງສູງທີ່ຈະຕິດເຊື້ອ ແລະ #ເສຍຊີວິດ ຈາກ COVID-19

2.ປະສິດທິພາບສູງສຸດທີ່ພວກເຮົາຈະໄດ້ຈາກວັກຊີນ ໂຄວິດ-19 ຈະເກີດຂຶ້ນກໍຕໍ່ເມື່ອປະຊາກອນໂດຍລວມໄດ້ຮັບວັກຊີນຢ່າງທົ່ວເຖິງໄປພ້ອມກັນ ບໍ່ແມ່ນໄດ້ຮັບແຕ່ກຸ່ມຄົນໃດຫນຶ່ງ

3. ເປີເຊັນປະຊາກອນລາວທີ່ໄດ້ຮັບວັກຊີນຄົບ 2 ເຂັມໃນຕອນນີ້ ຍັງບໍ່ເຖິງເປົ້າຫມາຍ 50% ເລີຍ, ເຮົາຄວນປ່ອຍໂອກາດໃຫ້ກຸ່ມບຸລິມະສິດທີ່ຍັງບໍ່ໄດ້ສັກ ໄດ້ມີໂອກາດຮັບວັກຊີນ ເພື່ອພວກເຮົາຈະໄດ້ບັນລຸພູມຄຸ້ມກັນຫມູ່ໄປນຳກັນໄດ້ຢ່າງໄວ
4. ຖ້າສັກວັກຊີນຄົບ 2 ເຂັມ ບໍ່ວ່າຈະເປັນຂອງ Platform ໃດກໍຕາມ ນັ້ນຫມາຍຄວາມວ່າໂອກາດທີ່ເຮົາຈະເສຍຊີວິດຈາກ ໂຄວິດ-19 ລົດລົງເຫລືອຫນ້ອຍທີ່ສຸດແລ້ວ

5. ເສີມຂໍ້ມູນການ Mix and match ວັກຊີນຕ່າງ Platform ເຊັ່ນ ສັກ AZ 1 ເຂັມ ຢ່າງຫນ້ອຍ 8 ອາທິດ ຕໍ່ດ້ວຍ Pfizer-BioNTech booster 1 ເຂັມ ມີການສຶກສາຮອງຮັບ ຈາກ Spain ໃນກຸ່ມຕົວຢ່າງ 600 ກວ່າຄົນ, ຜົນອອກມາ ປະສິດທິພາບກະຕຸ້ນພູມຄຸ້ມກັນໄດ້ດີຂຶ້ນຫາກທຽບກັບ AZ 2 ເຂັມ, ແຕ່ກໍແລກມາດ້ວຍຜົນຂ້າງຄຽງທີ່ຫລາຍກວ່າ ເຊັ່ນ ເປັນໄຂ້ ເຈັບປວດກ້າມຊີ້ນ ອ່ອນເພຍ ເປັນຕົ້ນ
ແຕ່ກໍເປັນພຽງການສຶກສາທີ່ເຮັດຈາກກຸ່ມຕົວຢ່າງຈຳນວນຫນ້ອຍ ແລະ ຈຸດປະສົງກໍເພື່ອຫາຄຳຕອບໄວ້ເພື່ອອະນາຄົດ
6.ສະນັ້ນຈຶ່ງຍັງບໍ່ມີຄວາມຈຳເປັນໃດໆ ສຳລັບບ້ານເຮົາ #ໃນຕອນນີ້ ທີ່ຜູ້ສັກຄົບ 2 ເຂັມແລ້ວ ຕ້ອງ Booster ເຂັມທີ 3 ທີ່ຕ່າງ Platform
7. ໃນຕອນນີ້ ໃນມື້ທີ່ພວກເຮົາ #ຍັງມີວັກຊີນຢ່າງຈຳກັດ ສ່ວນຕົວແລ້ວ ຄິດວ່າ ຄວນໃຫ້ໂອກາດຜູ້ທີ່ຍັງບໍ່ໄດ້ຮັບ ຫລື ກຸ່ມບູລິມະສິດແທ້ໆ ໄດ້ມີໂອກາດສັກໄປກ່ອນໃຫ້ໄດ້ຫລາຍທີ່ສຸດ
ໃນອະນາຄົດ ໃນມື້ທີ່ເຮົາມີວັກຊີນໃຊ້ຢ່າງຫລວງຫລາຍ ມື້ນັ້ນອາດຈະມີການປ່ຽນແປງ
ທີ່ມາ
