ຂ່າວລາຍວັນ

ແຊ ສະຕິເຕືອນໃຈທີ່ດີຮູ້ໄວ້ໄດ້ ປະໂຫຍກ

ເມື່ອຕອນທີ່ນົກຍັງມີຊີດຢ่ູມັນຈະກິນມົດເປັນອາຫານແຕ່ເມື່ອມັນຕາຍ ມັນກໍຈະຖືກມົດກິນເປັນອາຫານເຊັ່ນກັນ.​ ຕົ້ນໄມ້ໜຶ່ງຕົ້ນ ສາມາດເຮັດເປັນໄມ້ຂີດໄຟໄດ້ເປັນລ້ານໆ ກ້ານແຕ່ໄມ້ຂີດໄຟພຽງໜຶ່ງກ້ານ

ກໍສາມາດເຜົາຕົ້ນໄມ້ໄດ້ເປັນລ້ານໆ ຕົ້ນເຊັ່ນກັນ.​ ຈົ່ງຢ່າເບິ່ງຂ້າມຄົນ ທີ່ດ້ອຍກວ່າເພາະເຫັນຕົວເອງວ່າຍິ່ງໃຫຍ່ຢ່າເບິ່ງຂ້າມລູກຄ້າລາຍນ້ອຍບໍ່ເຫັນຄຸນຄ່າຂອງພວກເຂົາເພາະຈັກມື້ໜຶ່ງເຂົາອາດຈະເປັນລູກຄ້າລາຍໃຫຍ່ຂອງເຮົາກໍເປັນໄດ້

ຢ່າຄິດວ່າເຮົາແຂງແຮງບໍ່ມີວັນປ່ວຍເພາະອາຍຸຍັງນ້ອຍ ໂລງສົບບໍ່ໄດ້ມີໄວ້ໃສ່ຄົນແກ່ແຕ່ມີໄວ້ໃສ່ຄົນຕາຍ ຢ່າຄິດວ່າຂ້ອຍລວຍໃຊ້ເງິນຢ່າງຟຸ່ມເຟືອຍຈັກມື້ເງິນພຽງ 1 ພັນອາດມີຄ່າລາກຫຼາຍໃນວັນຕົກອັບກໍໄດ້

ບໍ່ມີຫຍັງແນ່ນອນໃນຊີວິດໃຫຍ່ໄດ້ກໍນ້ອຍໄດ້ ລວຍໄດ້ກໍທຸກໄດ້ແຂງແຮງໄດ້ກໍປ່ວຍໄດ້ ເກີດໄດ້ກໍຕ້ອງຕາຍໄດ້.​ ທຸກຄົນບໍ່ມີໃຜຢູ່ຄໍ້າຟ້າ ທ່ອງຈຳໃຫ້ຂຶ້ນໃຈ

“ຢ່າຫຼົງຕົວເອງ” ແລະ ທີ່ສຳຄັນ “ຂ້ອຍຈະບໍ່ປະໝາດ” ກັບຊີວິດອີກຕໍ່ໄປຈະບໍ່ວ່າງພຽງໃດກໍຕ້ອງເບິ່ງແຍງດູແລຕົວເອງໃຫ້ດີແມ້ວ່າບາງຄັ້ງຕິດຕໍ່ເພື່ອນໄດ້ຢາກແຕ່ກໍໃຫ້ຄິດເຖິງສະເໝີ ຕອນເວັນດື່ມນໍ້າໃຫ້ຫຼາຍກາງຄືນດື່ມນໍ້າໃຫ້ໜ້ອຍມື້ໜຶ່ງດື່ມກາເຟບໍ່ຄວນເກີນ 2 ຈອກ

ເລື່ອງທີ່ຄວນລືມ 3 ເລື່ອງ

1. ລືມອາຍຸ

2. ລືມເລື່ອງທີ່ຜ່ານມາ

3. ລືມເລື່ອງທີ່ຈະກ່າວໂທດຄົນອື່ນ

ສິ່ງທີ່ຄວນມີໄວ້ 4 ຢ່າງ

1. ມີຄົນທີ່ຮັກເຈົ້າດ້ວຍຄວາມຈິງໃຈ

2. ມີເພື່ອນທີ່ຮູ້ໃຈ

3. ມີວຽກເຮັດງານທຳ

4. ມີເຮືອນ

ສິ່ງທີ່ບໍ່ຄວນເຮັດ 4 ຢ່າງ

1. ຢາກແລ້ວບໍ່ຍອມກິນ

2. ຢາກນໍ້າບໍ່ຍອມດື່ມ

3. ຢາກນອນແລ້ວບໍ່ຍອມນອນ

4. ເມື່ອຍແລ້ວບໍ່ຍອມພັກ

5. ບໍ່ສະບາຍບໍ່ຍອມຮັກສາ

6. ເຖົ້າແລ້ວຄ່ອຍຄິດເສຍໃຈຄວາມຄຽດເຮັດໃຫ້ຫົວໃຈ “ເຮັກວຽກໜັກ”ຄວາມຮັກເຮັດໃຫ້ຫົວໃຈ “ເຮັດວຽກດີ”ຄວາມດີເຮັດໃຫ້ຫົວໃຈນັ້ນ “ພ່ອງໂຕ”ຄວາມໂງ່ຈະເຮັດໃຫ້ “ເສຍຫາຍ”

ສິ່ງທີ່ສູງກວ່າເງິນ 7 ຢ່າງ

1. ການໄດ້ເກີດມາເປັນຄົນ

2. ການໄດ້ຍົດວາດສະໜາ

3. ການມີກັນລະຍາມິດ

4. ຫານມີຄວາມສຸດຈະລິດເປັນນິໄສ

5. ການມີໃຈປາສາຈາກກິລິຍາ

6. ການມີເວລາໃຫ້ບຸກຄົນອັນເປັນທີ່ຮັກ

7. ການຮູ້ຈັກຄຳວ່າ “ພໍ”

ຂອງມີຄ່າ 2 ຢ່າງ

1. ສຸຂະພາບຈິດ

2. ສຸຂະພາບກາຍ

ທຸກມີ 4 ທຸກ

1. ເບິ່ງບໍ່ທະລຸ

2. ສະລະບໍ່ລົງ

3. ແພ້ບໍ່ເປັນ

4. ປ່ອຍວາງບໍ່ເປັນ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button

You cannot copy content of this page

Don`t copy text!
error: Alert: Content is protected !!