ຂ່າວລາຍວັນ

ດ່ວນ ເກີດແຜ່ນດິນໄຫວ ແຂວງຫລວງນໍ້າທາ

ອີງຕາມສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໃນຂອບເຂດທົ່ວປະເທດ ຂອງວັນທີ 12 ມີຖຸນາ 2021 ເວລາ 17:52 ໂມງ

ໄດ້ພົບສັນຍານການເກີດແຜ່ນດິນໄຫວ ພາຍໃນປະເທດລາວ ຈໍານວນ 1 ຄັ້ງ ໃນບໍລິເວນ ແຂວງຫລວງນໍ້າທາ ຈດສູນກາງເສັ້ນຂະໜານທີ 20.88 ອົງສາເໜືອ ແລະ ເສັ້ນແວງທີ 100.95 ອົງສາຕາເວັນອອກ

ດ້ວຍຄວາມແຮງສັ່ນສະເທືອນວັດແທກໄດ້ 2.4 ຣີກເຕີ ມີຄວາມເລິກຫ່າງຈາກເທິງໜ້າດິນປະມານ 3 ກິໂລແມັດ ທີ່ບ້ານຝິ່ນຫລໍ່ ເມືອງລອງ ແຂວງຫລວງນໍ້າທາ ຫ່າງຈາກເທສະບານ ເມືອງລອງ ປະມານ 18 ກິໂລແມັດ ແລະ ໃນເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button