ຂ່າວລາຍວັນ

ເລື່ອງ: ການຄັດເລືອກ ແລະ ນໍາສະເຫນີຂໍເອົາລູກຫຼານ ເຂົ້າທະຫານໃຫມ່ ປະຈໍາປີ 2021.

ແຈ້ງການ ເຖີງ: ພະແນກການ, ກົມກອງ, ພະນັກງານອາວຸໂສບໍານານ, ຕະຫຼອດຮອດຜູ້ທີ່ຈະສະຫມັກເຂົ້າທະຫານໃຫມ່ປະຈໍາປີ 2021 ຢູ່ທີ່ກອງພັນໃຫຍ່ທະຫານຮາບຍານເກາະທີ 11.ເລື່ອງ: ການຄັດເລືອກ ແລະ ນໍາສະເຫນີຂໍເອົາລູກຫຼານ ເຂົ້າທະຫານໃຫມ່ ປະຈໍາປີ 2021.

– ອີງຕາມ ກົດຫມາຍພັນທະປ້ອງກັນຊາດ ແລະ ຄໍາສັ່ງແນະນໍາການຈັດຕັ້ງປະຕິບັດ ກົດຫມາຍພັນທະປ້ອງກັນຊາດ ຂອງກະຊວງປ້ອງກັນປະເທດ ສະບັບເລກທີ 4205/ກປທ, ລົງວັນທີ 22 ພະຈິກ 2013.ອີງຕາມ ການຕົກລົງເຫັນດີຂອງອະນຸກໍາມະການຮັບຜິດຊອບທະຫານໃຫມ່ ແລະ ການຕົກລົງເຫັນດີຂອງ ຄະນະພັກ

– ຄະນະບັນຊາກອງພັນໃຫຍ່ທະຫານຮາບຍານເກາະທີ.1.ກອງພັນໃຫຍ່ທະຫານຮາບຍານເກາະທີ 1 ຂໍຖືເປັນກຽດແຈ້ງມາຍັງພະແນກການ, ກົມກອງ, ພະນັກງານອາວຸໂສບໍານານ, ຕະຫຼອດຮອດຜູ້ທີ່ຈະສະຫມັກເຂົ້າທະຫານໃຫມ່ ປະຈໍາປີ 2021 ຢູ່ທີ່ກອງພັນໃຫຍ່!ທະຫານຮາບຍານເກາະທີ 11 ຕ້ອງປະຕິບັດດັ່ງນີ້:

I. ມາດຖານເງື່ອນໄຂ ຜູ້ທີ່ຈະສະຫມັກເຂົ້າທະຫານໃຫມ່.

1. ເປັນຄົນລາວ ຖືສັນຊາດລາວໂດຍກໍາເນີດ ມີອາຍຸແຕ່ 18 ປີ ເຖີງ 30 ປີ.

2. ລະດັບການສຶກສາ ຈົບມັດທະຍົມຕອນປາຍ ຂື້ນໄປ (ບໍ່ຈົບວິຊາສະເພາະກໍ່ໄດ້).

3. ຖ້າຈົບວິຊາສະເພາະ ແມ່ນວິຊາສະເພາະທີ່ກອງທັບຕ້ອງການຄື: ປຸງແຕ່ງ, ກະສິກໍາ, ວິໄຈເຄມີ, ແພດ, ເຕັກນິກກົນຈັກ ແລະ ເຄຫາ (ໃບປະກາດຕ້ອງລະບຸຂຶ້ນຈະແຈ້ງ, ຄະແນນເສັງຈົບຕ້ອງ ເກດ A, ເກດ B ຖ້າມີ 03 ວິຊາຂື້ນໄປ ແລະ ເກດ C ວິຊາໃດຫນຶ່ງຈະບໍ່ພິຈາລະນາຮັບເອົາ; ຖ້າຄະແນນເປັນຕົວເລກ ແມ່ນ 8 ຂື້ນໄປ ຈຶ່ງພິຈາລະນາຮັບເອົາ; ອາຍຸຕ້ອງສົມຄູ່ກັບວຸດທິການສຶກສາ ຊັ້ນກາງບໍ່ເກີນ 24 ປີ, ຊັ້ນສູງບໍ່ເກີນ 26 ປີ, ປະລິນຍາຕີບໍ່ເກີນ 28 ປີ, ປະລິນຍາໂທ, ປະລິນຍາເອກບໍ່ເກີນ 30 ປີ).

4. ມີສຸຂະພາບສົມບູນແຂງແຮງດີ, ບໍ່ສັກເມິກ – ສັກລາຍ; ເພດຊາຍບໍ່ປອງຫູ, ເພດຍິງບໍ່ປອງຫຼາຍຮູ. ບໍ່ປອງດັງ ແລະ ເຮັດສາຍະກໍາຕ່າງໆ; ລວງສູງເພດຊາຍ 1,60 ແມັດ, ເພດຍິງ 1,55 ແມັດ ຂື້ນໄປ, ນໍ້າຫນັກ ບໍ່ໃຫ້ຫຼຸດ ຫຼື ເກີນ ບວກ – ລົບ 10 Kg ສອງຕົວເລກທ້າຍຂອງລວງສູງຜູ້ກ່ຽວ, ມີຄວາມເປັນເພດຈະແຈ້ງ (ເປັນຊາຍແທ້ ຫຼື ຍິງແທ້) ຍົກເວັ້ນເຂົ້າສັງກັດຂະແຫນງສິລະປະ ແລະ ກີລາ ທີ່ເປັນອາຊີບ.

5. ຕ້ອງເປັນໂສດ (ບໍ່ມີຜົວ ຫຼື ເມຍ)

6. ບໍ່ເຄີຍເປັນທະຫານ ຫຼື ຕໍາຫຼວດມາກ່ອນ.

7. ມີປະຫວັດເຄື່ອນໄຫວຈະແຈ້ງ

8. ບໍ່ເຄິຍຕ້ອງໂທດ, ບໍ່ມີສານເສບຕິດໃນຮ່າງກາຍ,

9. ຕ້ອງປະຕິບັດຕາມການຊັບຊ້ອນຂອງການຈັດຕັ້ງ.

II. ການປະກອບເອກະສານຮັບສະຫມັກເຂົ້າເປັນທະຫານໃຫມ່ ມີດັ່ງນີ້:

1 ໃບຄໍາຮ້ອງ (ຂຽນດ້ວຍຕົນເອງ)01 ສະບັບ,

2. ໃບຢັ້ງຢືນທີ່ຢູ່01 ສະບັບ.

3. ຮ່າງຊີວະປະຫວັດ01 ສະບັບ.4. ສໍາເນົາໃບປະກາດ ແລະ ໃບຄະແນນ ຈົບມໍ7 _ 01 ຊຸດ.

5. ສໍາເນົາໃບປະກາດ ແລະ ໃບຄະແນນ ຈົບວິຊາສະເພາະ 01 ຊຸດ.II. ກໍານົດເວລາ ເປີດ – ປິດ ຮັບຄໍາຮ້ອງ.

– ນັບແຕ່ວັນທີ 01/07/2021 – 31/08/2021 (ຖ້າບໍ່ມາຕາມກໍານົດເວລາ ແມ່ນຈະບໍ່ຮັບພິຈາລະນາ ເດັດຂາດ),ຫມາຍເຫດ: ເອກະສານທຸກສະບັບທີ່ປະກອບມາ ແມ່ນບໍ່ມີສິດຖອນຄືນ.ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານບັນດາສະຫາຍ ຮັບຊາບ ແລະ ຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນດີ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button