ຂ່າວລາຍວັນ
ຂ່າວດ່ວນ! ເກີດເຫດລົດປິ້ນລົງຂ້າງທາງດ່ວນ ເຕືອນນັກຂັບຂີ່
ຂ່າວດ່ວນ! ເກີດເຫດລົດປິ້ນລົງຂ້າງທາງດ່ວນ ເຕືອນນັກຂັບຂີ່ ລະວັງຫຼາຍຂຶ້ນໃນຍາມຝົນ

ໃນຕອນແລງຂອງວັນທີ 10 ມີຖຸນາ 2021 ເວລາປະມານ 15:15ໂມງ. ໄດ້ມີລົດຄັນໜຶ່ງໄດ້ປິ້ນລົງທາງດ່ວນ, ໂຊກດີທີ່ບໍ່ມີຄົນໄດ້ຮັບບາດເຈັບ

ຈາກອຸປະຕິເຫດຄັ້ງນີ້ເຮັດໃຫ້ໄດ້ຮຽນຮູ້ວ່າ:
1, ໃນຊ່ວງລະດູຝົນນີ້ ທາງດ່ວນຂໍຄວາມຮ່ວມມືມານໍາຜູ້ຂັບຂີ່ໃຫ້ກວດສອບສະພາບຍານພາຫະນະກ່ອນທີ່ຈະອອກເດີນທາງ, ໂດຍສະເພາະເຊັ່ນ: ລະບົບເບກ, ລະບົບໄຟຕາ, ໄມ້ປັດນໍ້າຝົນ ແລະ ລໍ້ລົດ.

2, ເມື່ອເກີດມີຝົນຕົກໃນຂະນະທີ່ຂັບຂີ່, ຜູ້ຂັບຂີ່ຕ້ອງມີສະຕິຕື່ນຕົວໃນການຫຼຸດຜ່ອນຄວາມໄວຂອງພາຫະນະ ແລະ ຂັບຊ້າລົງ.
3, ເມື່ອເກີດມີຝົນຕົກໃນຂະນະທີ່ຂັບຂີ່ແມ່ນໃຫ້ເປີດໄຟຕາຂອງຍານພາຫະນະ.

ຂໍ້ມູນ: ບໍລິສັດທາງດ່ວນລາວ-ຈີນ