ບຸນຍິ່ງໃຫ່ຍທີ່ສຸດແລ້ວ ມອບເງິນໃຫ້ແມ່ທຸກເດືອນຊີວິດມີແຕ່ຈະເລີນໆ
ຫນ້າຫລັກ ຂ່າວທົ່ວໄປບຸນຍິ່ງໃຫ່ຍທີ່ສຸດແລ້ວ ມອບເງິນໃຫ້ແມ່ທຸກເດືອນຊີວິດມີແຕ່ຈະເລີນໆ026ມື້ນີ້ມີເລື່ອງທີ່ດີຢາກໃຫ້ໄດ້ອ່ານກັນ ແຖມມີຂໍ້ຄິດດີດີຈາກເລື່ອງນີ້ບໍ່ຫລາຍກໍ່ໜ້ອຍ

ສຳລັບຜູ້ທີ່ລ້ຽງດູພໍ່ແມ່ແຕ່ບໍ່ໄດ້ໃຫ້ເງິນພໍ່ແມ່ໄວ້ໃຊ້ເລີຍອາດຈະຄິດວ່າເຮົາກໍລ້ຽງດູທ່ານຢູ່ທຸກໆມື້ຢູ່ແລ້ວ ທຸກສິ່ງຢ່າງກໍ່ກຽມໄວ້ໃຫ້ພ້ອມລອງອ່ານເລື່ອງນີ້ເບິ່ງຄວາມຄິດທ່ານອາດປ່ຽນໄປເລີຍກໍ່ໄດ້ ອາຈານຂອງຂ້ອຍທ່ານໃຫ້ເງິນເດືອນພໍ່ແມ່ເດືອນລະພັນບາດ(ຕົກເປັນເງິນກີບປະມານ 270,000 ກີບ )ເປັນປະຈຳທຸກເດືອນ ຂ້ອຍສົງໃສ?

ເປັນຫຍັງຕ້ອງໃຫ້ເງິນພໍ່ແມ່ ເດືອນລະພັນ? ໃນເມື່ອແມ່ກໍ່ຢູ່ບ້ານຫລັງດຽວ ກັບອາຈານຢູ່ແລ້ວ ຄ່າໃຊ້ຈ່າຍສຳຫລັບທ່ານອາຈານກໍ່ຈັດການທັງໝົດ ຢູ່ແລ້ວ ມື້ໜຶ່ງມີໂອກາດເໜາະ ຂ້ອຍຈຶ່ງຕັດສິນໃຈຖາມອາຈານວ່າ“ອາຈານກຳລັງເຮັດຫຍັງຢູ່?”
ອາຈານຕອບວ່າ “ອາຈານກຳລັງຕັດລາຍຈ່າຍຢູ່?ຂ້ອຍຕ້ອງຈ່າຍຄ່າແມ່ຄົວ ຄົນຂັບລົດ ຄົນສວນ ຄ່າໃຊ້ຈ່າຍໃນບ້ານ ແລະໃຫ້ແມ່ອີກເດືອນລະພັນບາດ?ຕອນນີ້ລາຍໄດ້ກັບລາຍຈ່າຍມັນ ບໍ່ຄ່ອຍສຳພັນກັນ ຕ້ອງຕັດລາຍຈ່າຍລົງແດ່”ຂ້ອຍເລີຍບອກວ່າ “ເິງນເດືອນທີ່ໃຫ້ແມ່ພັນໜຶ່ງ ຕັດໄດ້ຢູ່ເດ?

ອາຫານ 3 ມື້ ອາຈານ ກໍ່ຈັດໃຫ້ທ່ານຮຽບຮ້ອຍເສື້ອຜ້າກໍຊື້ໃຫ້ໃໝ່ປີລະ 3 ຊຸດ ບໍ່ສະບາຍ ອາຈານກໍພາຫມໍມາຫາ ມາປິ່ປົວ ມາຊັກຢາໃຫ້ ແມ່ຕາບອດບໍ່ໄດ້ໄປໃສສະນັ້ນເງິນເດືອນພັນ ນີ້ຕັດໄດ້ຢູ່ຕີ ອາຈານ” ອາຈານບອກວ່າ “ຕັດບໍ່ໄດ້ເດັດຂາດພັນບາດນີ້ສຳຄັນທີ່ສຸດ ເພາະເປັນເງິນ ສຳລັບລ້ຽງຫົວໃຈແມ່!”ຂ້ອຍຟັງແລ້ວຕື້ນຕັນໃຈຫລາຍ! “ເງິນລ້ຽງຫົວໃຈແມ່?”ພວກເຮົາເຄີຍໄດ້ຍິນບໍ່? ອາຈານບອກຕໍ່ວ່າ ຫົວໃຈຕ້ອງການອາຫານ.
ທີ່ມາຫລໍ່ລ້ຽງໃຫ້ເຕັມອີ່ມ ເບີກບານ ເປັນສຸກ ? ທ່ານລອງນຶກເບິ່ງ. ຄົນທີ່ບໍ່ມີເງິນຢູ່ໃນຕົວເລີຍນີ້ເປັນແບບໃດ? ຫົວໃຈມັນແຟບ ຫົວໃຈມັນຈະເສົ້າ ຄືດັ່ງດອກໄມ້ຍາມເຢັນ.
ໃຜທີ່ເປັນມະນຸດເງິນເດືອນຈະຮູ້ດີເລີຍ ວນັທີ່ 25 ໄປແລ້ວນີ້ ມັນເສົ້າໆແບບຜິດປົກກະຕິ ບໍ່ມີເງິນຄ່າລົດ ຄ່າອາຫານຊື້ເຂົ້າສານມັນເສົ້າໄປຈົນຮອດສິ້ນເດືອນ ແມ່ຢູ່ກັບເຮົາກໍ່ແມ່ນຢູ່ ແຕ່ຖ້າແມ່ບໍ່ມີເງິນຢູ່ໃນມືນີ້ ຫົວໃຈທ່ານເສົ້າໆ ພໍເຖິງວັນເງິນເດືອນອອກທຸກຄົນໜ້າບານຄືດັ່ງດອກໄມ້ຍາມເຊົ້າ ຈິດໃຈສົດຊື່ນເບີກບານ ມີຄວາມສຸກ.
ຮັບເງິນເດືອນມາໃໝ່ໆ ໜ້າສົດໃສ ສັ່ງກາແຟຍັງສຽງດັງຟັງຊັດ!ທຸກສິ້ນເດືອນພໍເງິນເດືອນອອກຂ້ອຍເຂົ້າໄປສະບາຍດີແມ່ ບອກແມ່ວ່າ ມື້ນີ້ເງິນເດືອນອອກແລ້ວ ຂ້ອຍເອົາເງິນໃສ່ມື້ແມ່ 1000 ບາດແມ່ໃຫ້ພອນ ແລ້ວກໍ່ເກັບເງິນໄວ້ໃຕ້ ໝອນໄວ້ຢ່າງມີຄວາມສຸກ 1000 ບາດ ລ້ຽງຫົວໃຈແມ່ແບບໃດ? ມື້ໜຶ່ງນ້ອງຂອງອາຈານພາເມຍໄປເກີດລູກ ແມ່ກໍ່ຊື້ທອງໃຫ້ .ຫລາຍດ້ວຍເງິນ 1000 ບາດ ທີ່ເກັບສະສົມໄວ້ ທ່ານກອດຫລາຍສາວ ສວມສ້ອຍໃຫ້ພ້ອມໃຫ້ພອນ ພໍເດັກຄົນນີ້ໃຫ່ຍພໍເວົ້າໄດ້ມີຄົນຖາມວ່າສາຍສ້ອຍນີ້ໃຜຊື້ໃຫ້ .
ເດັກກໍ່ຈະຕອບວ່າ “ຍ່າຊື້ໃຫ້” . ຊີ້ມື້ໄປທີ່ຄົນຕາບອດ . ຄົນທີໃຫ່ຍທີ່ສຸດໃນບ້ານຄື ຍ່າບໍ່ແມ່ນພໍ່ແມ່ ເພາະເງິນພັນບາດນີ້ເຮັດໃຫ້ . ຄົນຕາບອດ ເບິ່ງນ່ານັບຖື . ຖ້າຍ່າບໍ່ມີເງິນ ຈະຮັບຂວັນຫລານໄດ້ ແບບໃດ?ເຫັນບໍ່ວ່າເງິນເດືອນພັນບາດທີ່ເຮົາໃຫ້ເປັນຂັ້ນໄດພາແມ່ໄປສະຫວັນ? ນີ້ຖ້າແມ່ບໍ່ມີເງິນໃນມືແມ່ຈະໄດ້ເຮັດບຸນບໍ?
ນາຍບ້ານຮັບເງິນສຳເລັດກໍ່ເດີນຜ່ານໄປບ້ານຖັດໄປ ລຸງແກ່ໆ ບ້ານນັ້ນກຳລັງ ເກັບຜ້າຢູ່ໃນບ້ານ ນາຍບ້ານຕະໂກນ ຂ້າມຮົ້ວ ເຮັດບຸນສ້າງສວນບໍ່ລຸງ?ລຸງຂ້າງບ້ານຕອບ “ລຸງບໍ່ມີເງິນດອກ ລຸງອາໄສລູກສາວເຂົາຢູ່.ດຽວເພື່ອລູກສາວເຂົາກັບມາ ທັນຈະຂໍເງິນເຂົາເຮັດບຸນ” ເພາະລູກເຂົາບໍ່ໄດ້ໃຫ້ເງິນເດືອນລຸງ .
ລຸງຄົນນີ້ເປັນພຽງແຄ່ຄົນເກັບຜ້າຂອງລູກໆລຸງຄົນນີ້ບໍ່ມີເງິນ ເພາະລູກເອົາມາລ້ຽງເອົາໄວ້ຄອຍເກັບຜ້າ! ເປັນແບບໃດບາດນີ້ ເຫັນອິດທິລິດຂອງເງິນພັນບາດບໍ?ນີ້ແຫລະ ຈຶ່ງເປັນທີ່ມາເປັນຫຍັງຈຶ່ງເອີ້ນວ່າ:“ເງິນລ້ຽງຫົວໃຈແມ່”.
ມາຮອດນີ້ ກໍຈົບລົງແລ້ວ ຖ້າທ່ານຄິດວ່າບົດຄວາມນີ້ມີຂໍ້ດີ ກະລຸນາແຊຕໍ່ໃຫ້ຄົນທີ່ທ່ານຮັກ ໄດ້ອ່ານ ຂໍຂອບໃຈ