ຂ່າວລາຍວັນ

ໂຮງຮຽນທະຫານຊາຍແດນ 712 ຈັດຕັ້ງເປີດບັ້ນສອບເສັ່ງລະດັບຊາດໃຫ້ນັກຮຽນນາຍສິບຊຸດທີ III

ໂຮງຮຽນທະຫານຊາຍແດນ 712 ຈັດຕັ້ງເປີດບັ້ນສອບເສັ່ງລະດັບຊາດໃຫ້ນັກຮຽນນາຍສິບຊຸດທີ III

ໃນວັນທີ 8 ມິຖຸນາ 2021ນີ້ ໂຮງຮຽນທະຫານຊາຍແດນ 712 ຈັດຕັ້ງເປີດບັ້ນສອບເສັ່ງລະດັບຊາດໃຫ້ນັກຮຽນນາຍສິບຊຸດທີ III ສົກປີ 2020-2021ຂື້ນ, ໂດຍໃຫ້ກຽດເປັນປະທານຂອງສະຫາຍ ພັທ ສັກສົມບັດ ແກ້ວສິດທິວົງສາ ຫົວໜ້າການທະຫານ ໂຮງຮຽນທະຫານຊາຍແດນ 712, ມີຄະນະພັກ-ຄະນະບັນຊາ, ມີຕາງໜ້າຈາກກົມທະຫານຊາຍແດນເຂົ້າຮ່ວມ, ມີຄູ-ອາຈານ,

ອານຸກໍາມະການແຕ່ລະພາກສ່ວນທີ່ໄດ້ຮັບການແຕ່ງຕັ້ງ ແລະ ນັກຮຽນເຂົ້າຮ່ວມ. ສະຫາຍ ພັທ ປອ ຈັນພອນ ທອງສອນ ຫົວໜ້າພະແນກອົບຮົມ ໄດ້ຂື້ນຜ່ານແຜນ, ຂໍ້ຕົກລົງແຕ່ງຕັ້ງອານຸກໍາມະກນສອບເສັ່ງ ແລະ ຂໍ້ກໍານົດກົດລະບຽບໃນການສອບເສັ່ງຈົບຊັ້ນ ຂອງນັກຮຽນນາຍສິບ ຊຸດທີ III ສົກປີ 2020-2021 ໃຫ້ຮູ້ວ່າ ການເປີດບັ້ນສອບເສັ່ງໃນຄັ້ງນີ້ ແມ່ນ ກໍານົດເອົາ 4 ວັນ ເລີ່ມ ແຕ່ວັນທີ 09-12 ມິຖຸນາ 2021 ຈິງຈະສໍາເລັດ, ສ່ວນວິຊາຮຽນທີນໍາມາສອບເສັ່ງໃນຄັ້ງນີ້ມີ 4 ວິຊາຫຼັກຄື: ວິຊາການເມືອງ, ວິຊາສືບຂ່າວຊາຍແດນ, ວິຊາຍຸດທະວິທີຊາຍແດນ ແລະ ວິຊາຄຸ້ມຄອງປ້ອງກັນຊາຍແດນ ເຊີ່ງມີຈໍານວນນັກຮຽນມີໜ້າເຂົ້າຮ່ວມສອບເສັ່ງທັງໝົດ 202 ສະຫາຍ, ການສອບເສັ່ງແຕ່ລະວິຊາແມ່ນໃຫ້ແບ່ງອອກເປັນ 02 ຈຸດສອບເສັ່ງ ແຕ່ລະຈຸດສອບເສັ່ງຍັງໄດ້ ແບ່ງອອກເປັນ 03 ຈຸ ສອບເສັ່ງນໍາອີກ.

ໃນຕອນທ້າຍພິທີ ສະຫາຍ ພັທ ສັກສົມບັດ ແກ້ວສິດທິວົງສາ ປະທານພິທີ ກໍ່ໄດ້ໂອລົມຕໍ່ພິທີວ່າ ການສອບເສັ່ງໃນນີ້ ແມ່ນຢູ່ໃນທ່າມກາງທີ່ທົ່ວພັກ ທົ່ວລັດ ແລະ ປວງຊົນທັງຊາດ ພວມເຝົ້າລະວັງ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ສະນັ້ນ ຮຽກຮ້ອງໃຫ້ທຸກພາກສ່ວນທີ່ເຂົ້າຮ່ວມຂະບວນການ ໃນການສອບເສັ່ງໃນຄັ້ງນີ້ ຈົ່ງພ້ອມກັນປະຕິບັດບັນມາດຕະການໃນການປ້ອງກັນພະຍາດດັ່ງກ່າວຢ່າງເຂັມງວດ ໂດຍສະເພາະ ໃຫ້ຮັກສາໄລຍະຫ່າງ ໃສ່ຜ້າປິດປາກທຸກຄັ້ງໃນການປະຕິບັດໜ້າທີ່ໃນຄັ້ງນີ້,

ພ້ອມນີ້ສະຫາຍຍັງໄດ້ເນັ້ນໜັກໃຫ້ຄູ-ຈານ ມີຄວາມຕັດສີນໃຈສູງ ເຮັດສໍາເລັດໜ້າທີ່ ຂອງຕົນເອງໃນການຈັດຕັ້ງສອບເສັ່ງ ໃຫ້ນັກຮຽນ ແລະ ຍັງໄດ້ເນັ້ນໜັກໃຫ້ນັກຮຽນທຸກສະຫາຍຈົ່ງເອົາໃຈໃສ່ປະຕິບັດຂໍ້ກໍານົດກົດລະບຽບໃນການສອບເສັ່ງທີ່ໂຮງຮຽນວາງອອກ, ດຸໝັ່ນຄົ້ນຄົ້ວບົດຮຽນ, ອຸ່ນອ່ຽງ, ທຸ່ນທ່ຽງ, ເຊື່ອໝັ່ນຕົນເອງ, ຕອບບົດຮຽນດ້ວຍຄວາມຊັດເຈນ, ຍາດແຍ່ງໃຫ້ໄດ້ຄະແນນດີ ຄະແນນເກັ່ງ, ຕ້ານຄະແນນຄາດໝາຍ ແລະ ຫຼຸດຄາດໝາຍ ດ້ວຍຕົນເອງ.

ໂດຍ ສົມພອນ ດວງສີລາ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button

You cannot copy content of this page

Don`t copy text!
error: Alert: Content is protected !!