ຂ່າວລາຍວັນ

ກາຍເປັນປະເດັນຮ້ອນ ລ່າສຸດເທີຢູນາອອກມາຂໍໂທດ ຕ່າງຄົນ ຕ່າງມຸມມອງ

ກາຍເປັນປະເດັນຮ້ອນຈາກເຟສບຸກ ເທີຢູນາ ໄດ້ໂພສວ່າ

ເຮັດໃຫ້ຫຼາຍຄົນມາສະແດງຄວາມຄິດເຫັນຕ່າງຄົນ ຕ່າງມຸມມອງ ແລະ ຈາກເຟສບຸກ Bobbi Ptn ໄດ້ໂພສຄວາມຄິດເຫັນເລື່ອງນີ້ວ່າ:

ອາທິດກ່ອນມີບາງຄົນສົ່ງມາຖາມວ່າຄິດຈັ່ງໃດກັບເລື່ອງດຣາມາ ກ່ຽວກັບ Sexual Harrassment ຫລື SH ບໍ່ເວົ້າຫຍັງແນ່ບໍ?. ເຮົາກໍບອກວ່າຄືຊິບໍ່ກ້າເວົ້າຫຍັງຫລາຍ ເພາະບໍ່ມີຄວາມຮູ້ດ້ານນີ້ ແລະ ຫລາຍຄົນທີ່ຮູ້ດ້ານນີ້ກໍອອກມາເວົ້າແລ້ວ. ແຕ່ຄິດວ່າ ບໍ່ຕ້ອງຮອດກົດຫມາຍ ກໍຮູ້ໄດ້ວ່າອິຫຍັງຄວນບໍ່ຄວນ. ມື້ນີ້ເຫັນເລື່ອງງຽບແລ້ວ ເລີຍເຂົ້າໄປຊອມເບິ່ງ ວ່າເລື່ອງຈົບຈັ່ງໃດ ແຕ່ພັດເຫັນໂພສນີ້ ເລີຍຢາກຂໍສະແດງຄວາມຄິດເຫັນ.ເອົາຈິງ ບໍ່ໂອເຄເລີຍທີ່ຄົນທີ່ມີໄມ, ເມື່ອເວົ້າແລ້ວສຽງດັງກວ່າຄົນອື່ນຢູ່ບ້ານເຮົາໂພສຫຍັງແບບນີ້ ແລະ ບໍ່ໂອເຄທີ່ເຮົາຈະເຫັນດີເຫັນງາມ ແລະ ພາກັນ normalize ຫລື ເວົ້າເລື່ອງແບບນີ້ເປັນປົກກະຕິໃນທີ່ສາທາລະນະ ໂດຍສະເພາະການເວົ້າ ຫລື ການກະທຳທີ່ບໍ່ໃຫ້ກຽດຄົນອື່ນ. ບາງຄົນບອກວ່າມັນເປັນຄວາມຈິງ ເປັນຫຍັງຊິເວົ້າບໍ່ໄດ້. ຖ້າແບບນັ້ນ ເປັນຫຍັງເຮົາຄືບໍ່ປະ Hum ອອກນອກບ້ານຫມົດທຸກຄົນລະ? ເຮົາໃສ່ສະລິບ ຫລື ນຸ່ງເຄື່ອງອອກນອກບ້ານເຮັດຫຍັງ?

ໃນໂພສຂອງລາວເຮົາກໍບໍ່ເຂົ້າໃຈວ່າລາວຕ້ອງການສື່ຫຍັງ? ອ່ານແລ້ວອົມຍິ້ມ ຫມາຍເຖິງຫຍັງ? ເຮົາຄືບໍ່ອົມຍິ້ມຕາມ ເຮົາອ່ານແລ້ວພັດຮູ້ສຶກວ່າ ເປັນການເວົ້າທີ່ບໍ່ໃຫ້ກຽດຜູ້ຍິງເລີຍ. ແລ້ວ Hxx ທີ່ລອຍມາໃຫ້ລາວເລືອກ ມັນຫມາຍເຖິງຂອງຄົນໃກ້ຊິດລາວນຳບໍ, ຖ້າມື້ນຶ່ງລາວມີລູກສາວ Hxx ທີ່ລອຍໄປໃຫ້ຄົນອື່ນເລືອກຫມາຍເຖິງ Hxx ຂອງລູກສາວລາວນຳບໍ?

ລາວກຳລັງຢາກສື່ເຖິງຫຍັງ ຢາກບອກໃຫ້ຄົນຕັ້ງໃຈເຮັດວຽກ? ໃຫ້ຄົນໃນສັງຄົມຕັ້ງໃຈເຮັດວຽກບູຊາເງິນ ບູຊາ Hxx ເບາະ? ຄືບໍ່ປ່ຽນເປັນບອກຄົນໃຫ້ຕັ້ງໃຈເຮັດວຽກ ໃຫ້ພໍ່ແມ່ສະບາຍ ໃຫ້ຄົນໃນອະນາຄົດຂອງເຮົາສະບາຍ ສ້າງທຸລະກິດທີ່ແກ້ບັນຫາຂອງຄົນໃນສັງຄົມ, ແກ້ໄຂໄພວ່າງງານ ຊ່ວຍເຫລືອທຸລະກິດຂະຫນາດນ້ອຍ ຄົນທີ່ບໍ່ມີໂອກາດຫລາຍເທົ່າເຮົາ, ຖ້າທ່ານຢູ່ໃນວົງການບັນເທີງເຮັດໃຫ້ວຽກໃນວົງການບັນເທີງເປັນອາຊີບທີ່ຫມັ້ນຄົງໄດ້ອາຊີບຫນຶ່ງ ຄືກັນກັບຫລາຍໆອາຊີບ, ເພື່ອເດັກນ້ອຍທີ່ມີຝັນຄືເຮົາ ໆລໆ ຫລື ການຄິດແບບນີ້ມັນບໍ່ມີພະລັງເທົ່າກັບການເຮັດວຽກເພື່ອ Hxx ບໍ

ຫລາຍອາທິດກ່ອນ ປະເດັນເລື່ອງ SH ໄດ້ເກີດຂຶ້ນເປັນທີ່ຖົກຖຽງກັນຢ່າງຫລວງຫລາຍ ແຕ່ສຸດທ້າຍບາງຄົນກໍບໍ່ໄດ້ຮຽນຮູ້ຫຍັງເລີຍ. ແລະ ຫລາຍອາທິດກ່ອນເຊັ່ນດຽວກັນ ໄດ້ຍິນຂ່າວປະເທດເພື່ອນບ້ານມີ unicorn ເປັນລາຍທຳອິດຂອງປະເທດ. ມີການສຳພາດເຈົ້າຂອງທຸລະກິດ ລາວກໍສະແດງໃຫ້ເຫັນ mindset ໃນການພາທຸລະກິດຂົນສົ່ງຂອງລາວ ຂຶ້ນເປັນອັນດັບຫນຶ່ງຂອງປະເທດ ແລະ ຈະນຳບໍລິສັດໄປສູ່ສາກົນ ຊ່ວຍເຫລືອທຸລະກິດຂະຫນາດນ້ອຍ, ແລະ ສ້າງວຽກໃຫ້ຄົນມີວຽກເຮັດງານທຳເປັນຈຳນວນຫລາຍ. ກັບມາ mindset ຂອງທ່ານເດ?

ເຮົາເຄີຍເສບຜົນງານຂອງທັງສອງ ຮູ້ໄດ້ວ່າທັງສອງທ່ານເປັນຄົນເກັ່ງ ແລະ ມີຄວາມສາມາດຫລາຍ. ພຽງແຕ່ບໍ່ໂອເຄ ແລະ ບໍ່ຢາກສະຫນັບສະຫນຸນໃຫ້ທ່ານເຮັດ content ແບບນີ້ເລີຍ ທີ່ເປັນການຊັກຈູງສັງຄົມສູ່ວັດຖຸນິຍົມ ບູຊາເງິນ ເອົາເງິນເປັນໃຫຍ່ ຈົນລືມຄ່າຂອງຄົນ ຈົນລືມໃຫ້ກຽດຄວາມເປັນຄົນນຳກັນ. ທີ່ມັນຫນ້າເສົ້າກະຄື ເຂົາອາດຈະບໍ່ໄດ້ເສຍໃຈ ຫລື ຮູ້ສຶກຫຍັງກັບຄຳເວົ້າຂອງເຂົາ ກະເປົ໋າເຂົາຫນາ ເງິນເຂົາມີແລ້ວ. ແລະ ຄົນທີ່ເບິ່ງຄືເດືອດຮ້ອນກັບເລື່ອງນີ້ຄືພວກເຮົາ ຜູ້ກະເປົ໋າບາງທັງຫລາຍ. ສຸດທ້າຍກໍບອກວ່າຈົບ ແຍກຍ້າຍ ກັບໄປເຮັດວຽກ ແລ້ວທຸກຢ່າງກໍກັບເປັນແບບເກົ່າ.

ທີ່ພວກເຮົາທຸກຄົນເວົ້າກໍເພາະຮັກສັງຄົມລາວ ຮັກວົງການບັນເທີງລາວ, ວົງການສື່ ສື່ທີ່ເປັນກະບອກສຽງຂອງຄົນລາວ. ຫລາຍຢ່າງເຮົາກໍເຮັດໄດ້ດີກວ່າປະເທດອື່ນ ຢ່າເວົ້າວ່າຄົນອື່ນກະເປັນ ເພາະເຮົາບົດຮຽນມີໃຫ້ເຫັນ ເຮົາເລືອກທີ່ຈະເຮັດໃຫ້ດີກວ່າເຂົາໄດ້. ປ.ລ ຖ້າລາວບໍ່ປ່ຽນກະຄືຊິເຊົາຕິດຕາມແລ້ວ.

ລ່າສຸດເທີ ຢູ່ນາ ໄດ້ໂພສຂໍໂທດແລ້ວ: ເວົ້າເລື່ອງ Hxx…ຕ່າງຄົນ ຕ່າງມຸມມອງ ເອົາເປັນວ່າຂໍຕີລັງກາສາມຕະຫຼົບນົບສາມກາບຂໍໂທດໂທດອອກຕົນຍາດໂຍມຕາມນັ້ນລະ

ຊົມຄຼິບ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button

You cannot copy content of this page

Don`t copy text!
error: Alert: Content is protected !!