ດວງແຂງ 3 ອັນດັບວັນເກີດ ການງານ-ການເງິນພຸ່ງແຮງ ໄດ້ຈັບເງິນກ້ອນໃຫ່ຍ
ດວງແຂງ 4 ອັນດັບວັນເກີດ ການງານ-ການເງິນພຸ່ງແຮງ ໄດ້ຈັບເງິນກ້ອນໃຫ່ຍ

+ ອັນດັບທີ 3 ວັນອາທິດ : ດວງຊະຕາຂອງທ່ານແຕ່ທ້າຍເດືອນນີ້ເປັນຕົ້ນໄປ ກຳລັງຈະໂຊກດີຂຶ້ນຈາກການດຸຫມັ່ນເຮັດວຽກຂອງທ່ານຜ່ານມານັ້ນເອງ ການອົດທົນມີນ້ຳໃຈໃນການເຮັດວຽກ ມັນຈະເຮັດໃຫ້ທ່ານເປັນໃຫ່ຍຄົນໃຫ່ຍໂຕໃນວັນຂ້າງຫນ້າ ໃຫ້ທ່ານດຸຫມັ່ນເຮັດບຸນທຳທານ ເຫັນຜູ້ຍາກໄຮ້ ກໍ່ໃຫ້ຊ່ວຍເຫລືອ ເພື່ອສະສົມບຸນ ເພາະບຸນກຸສົນນັ້ນຈະເຮັດໃຫ້ທ່ານ ກາຍເປັນຄົນທີ່ມີຊື່ສຽງ ແລະ ໂຊກດີຂອງທ່ານຈະເຂົ້າມາຫາທ່ານ ຖ້າທ່ານເປັນຄົນດີ ແລະ ຊ່ວຍເຫລືອສັງຄົມ ເງິນຄຳຂອງທ່ານຈະໄຫລມາເທມາເອງ ສິ່ງທີ່ທ່ານຄວນຈະລະວັງທີ່ສຸດໃນຕອນນີ້ຄື ເລື່ອງຂອງການເຮັດຫຍັງຕ້ອງມີສະຕິລະວັງຕົວໃຫ້ດີ ເພາະເລື່ອງນ້ອຍໆທີ່ທ່ານບໍ່ຄິດວ່າມັນຈະເກີດເປັນເລື່ອງໃຫ່ຍ ແລະ ເຮັດໃຫ້ທ່ານຕ້ອງເສຍເງິນຈຳນວນຫລາຍ ໄປກັບມັນກໍ່ເປັນໄດ້.

+ ອັນດັບທີ 2 ວັນອັງຄານ : ຊະຕາຂອງທ່ານ ຕົ້ນເດືອນໜ້າເປັນຕົ້ນໄປ ເຖິງຄາວທີ່ຈະຜິກພັນຈາກຮ້າຍຈະກາຍເປັນດີ ຈາກທີ່ດີຢູ່ແລ້ວ ຈະດີຍິ່ງໆຂຶ້ນໄປ ຊີວິດຂອງທ່ານຈະໂຊກດີຂຶ້ນຫາກທ່ານດຸຫມັ່ນໃນການເຮັດບຸນ ແລະ ໃຫ້ເຮັດມັນໃນທຸກເຊົ້າ ມັນຈະເປັນຕົວບົ່ງບອກເຖິງຄວາມສັດທາໃຈຈິ່ງຂອງທ່ານ ຖ້າເຮັດຢູ່ແລ້ວໃຫ້ສຶບຕໍ່ເຮັດຕໍ່ໄປ ເພາະໃນອີກບໍ່ດົນນີ້ ມັນຈະເປັນຕົວສົ່ງສິ່ງດີໆມາໃຫ້ທ່ານ ຫລາກຫລາຍ ເງິນຄຳຂອງທ່ານຈະໄຫລເຂົ້າມາໃນຊີວິດ ມີກິນມີໃຊ້ ມີຈ່າຍບໍ່ຂາດມື ຈາກທຸກກໍ່ຈະຮັ່ງມີ ຈາກລວຍຢູ່ແລ້ວກໍ່ຈະກາຍເປັນເສດຖີ ໃຫ້ທ່ານລະວັງເລື່ອງຂອງການໃຊ້ອຳນາດ ເພາະມັນອາດຈະເຮັດໃຫ້ຊີວິດຂອງທ່ານນັ້ນປ່ຽນໄປໄດ້.

+ ອັນດັບທີ 1 ຄົນເກີດວັນສຸກ : ດວງຂອງທ່ານແຕ່ກາງເດືອນໜ້າເປັນຕົ້ນໄປ ແມ່ນພຸ່ງແຮງທີ່ສຸດໃນຊ່ວງນີ້ ຈະມີໂອກາດໄດ້ຮັບໂບນັດ ເລື່ອນຊັ້ນ ຕຳແຫນ່ງງານຂອງທ່ານກຳລັງຈະກ້າວຫນ້າ ມີສິດໄດ້ຮັບເງິນກ້ອນໃຫ່ຍທີ່ມາຈາກຄວາມພະຍາຍາມເຮັດໃນທຸລະກິດສ່ວນຕົວຂອງທ່ານຢ່າງຕັ້ງຫນ້າ ແລະ ເພື່ອເສີມສ້າງໃຫ້ບຸນບາລະມີຂອງທ່ານນັ້ນແຂງແກຣ່ງຂຶ້ນ ໃຫ້ທ່ານດຸຫມັ່ນໃນການເຮັດບຸນ ເພາະມັນຈະເປັນຕົວບອກເຖິງຄວາມດີຂອງທ່ານ ທີ່ຈະມີຜົນຢ່າງຫລາຍໃນການດຳລົງຊີວິດຂອງທ່ານ ສິ່ງທີ່ທ່ານຄວນລະວັງບໍ່ແມ່ນສິ່ງອື່ນໃດໄກຕົວເລີຍ ນັ້ນກໍ່ຄື ການປາກເວົ້າ ແລະ ມາລະຍາດເວລາຢູ່ນຳຄົນໃຫ່ຍໂຕ ເພາະເຂົາອາດຈະເປັນຄົນຊ່ວຍໃຫ້ທ່ານໂຊກດີຍິ່ງຂຶ້ນກໍ່ເປັນໄປໄດ້.