ຂ່າວລາຍວັນ

ວັນ​​ເດັກ​ນ້ອຍສາກົນ ວັນທີ 01 ມິຖຸນາ ປີນີ້

ບົດປາໄສຂອງທ່ານ ນາຍົກລັດຖະມົນຕີ ເນື່ອງໃນໂອກາດ ວັນເດັກນ້ອຍສາກົນ 01 ມິຖຸນາ 2021

– ພີ່ນ້ອງຮ່ວມຊາດ ທີ່ນັບຖື ແລະ ຮັກແພງ !
– ລູກຫຼານລາວ​ບັນ​ດາເຜົ່າ ທີ່ຮັກແພງທັງຫລາຍ !

ເນື່ອງໃນ​ໂອ​ກາດ​ວັນ​ເດັກນ້ອຍສາ​ກົນ ວັນ​ທີ 01 ມິ​ຖຸ​ນາ ໄດ້​ໝູນ​ວຽນ​ມາ​ບັນ​ຈົບ​ຄົບ​ຮອບ​ອີກວາ​ລະ​ໜຶ່ງ, ​ຂ້າ​ພະ​ເຈົ້າ​ຕາງ​ໜ້າ​ໃຫ້​ການ​ນຳ​ ພັກ-ລັດ ຂໍ​ຝາກ​ຄວາມ​ຮັກ​ແພງ ແລະ ຄວາມ​ຢ້ຽມ​ຢາມ​ຖາມ​ຂ່າວ​ອັນ​ອົບ​ອຸ່ນ ​ມາ​ຍັງ​ ລູກໆ ຫຼານໆ ເດັກ​ນ້ອຍ​ລາວ​ບັນ​ດາ​ເຜົ່າ ທຸກຖ້ວນໜ້າ ​ໃນ​ທົ່ວ​ປະ​ເທດ.

ການ​ສະ​ເຫຼີມ​ສະ​ຫຼອງວັນ​ເດັກ​ນ້ອຍ​ສາ​ກົນ ໃນ​ທຸກໆປີຜ່ານມາ ແມ່ນ​ປາງບຸນ​ໃຫຍ່​ຂອງ​ເດັກ​ນ້ອຍ​ໃນ​ທົ່ວໂລກ ກໍ່​ຄື​ເດັກ​ນ້ອຍ​ລາວ. ແຕ່​ເປັນໜ້າເສຍດາຍທີ່ວ່າ ການ​ສະ​ເຫຼີມ​ສະ​ຫຼອງຢູ່ປະເທດເຮົາໃນ​ປີນີ້ ແມ່ນ​ ບໍ່ສາມາດຈັດພິທີ​​ສະ​ຫຼອງ​ໃຫຍ່ ແລະ ບໍ່ສາມາດເຕົ້າ​ໂຮມ​ລູກຫຼານ ເພື່ອ​ສະ​ແດງ​ອອກເຖິງຄວາມຮູ້ຄວາມສາມາດໃນ ລາຍການສິລະປະວັນນະຄະດີ ແລະ ການ​ແຂ່​ງ​ຂັນ​ຕ່າງໆ ຕິດ​ພັນ​ກັບ​ຂະບວນການ​ປູກ​ຕົ້ນ​ໄມ້​ແຫ່ງ​ຊາດ ຢ່າງກວ້າງຂວາງໄດ້, ເນື່ອງ​ຈາກມີ​ການ​ແຜ່​ລະ​ບາດ​ຂອງ​ເຊື້ອ​ພະ​ຍາດ COVID-19 ເປັນວົງກວ້າງຢູ່ຫຼາຍບໍລິເວນ ຊຶ່ງເປັນໄພອັນຕະລາຍຕໍ່ ຄວາມປອດໄພດ້ານສຸຂະພາບ ແລະ ຊີວິດຂອງປະຊາຊົນເຮົາ ກໍ່ຄື ເດັກນ້ອຍເຮົາ.

ພີ່ນ້ອງຮ່ວມຊາດ ທີ່ນັບຖື ແລະ ຮັກແພງ !

ໃນປະຈຸບັນນີ້ ​ທົ່ວ​ພັກ, ທົ່ວ​ລັດ ​ແລະ ທົ່ວ​ປວງ​ຊົນ​ລາວ​ທັງ​ຊາດ ກຳລັງ​ສຸມ​ໃສ່ຈັດຕັ້ງ​ຜັນ​ຂະ ຫຍາຍມະຕິ​ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ XI ຂອງ ​ພັກ​ປະຊາຊົນ​ປະຕິວັດລາວ ​ແລະ ແຜນ​ພັດທະນາ​ເສດ ຖະກິດ​-ສັງຄົມ 5 ປີ ຄັ້ງ​ທີ IX (2021-2025) ຊຶ່ງໃນປະຈຸບັນ ກໍ່ຄືໄລຍະຜ່ານມາ ພັກ-ລັດຖະບານເຮົາ ແມ່ນໄດ້ເອົາໃຈໃສ່ຢ່າງສະເໝີຕົ້ນສະເໝີປາຍຕໍ່ກັບ ວຽກງານການສົ່ງເສີມ, ການປົກປ້ອງເດັກ, ການຕ້ານສະກັດກັ້ນ ແລະ ແກ້ໄຂການໃຊ້ຄວາມຮຸນແຮງຕໍ່ເດັກນ້ອຍ. ໃນໂອກາດວັນຄົບຮອບ 30 ປີ ຂອງ ສົນທິສັນຍາວ່າດ້ວຍ ສິດທິເດັກ ແລະ ວັນຖະແຫຼງການວ່າດ້ວຍ ສິດທິເດັກ ຄົບຮອບ 60 ປີ, ພວກເຮົາໄດ້ມີການສະຫຼຸບຕີລາຄາຄືນ ໝາກຜົນການຈັດຕັ້ງປະຕິບັດສົນທິສັນຍາສິດທິເດັກ ຕະຫຼອດໄລຍະ 30 ປີທີ່ຜ່ານມາ ແລະ ໄດ້ກໍານົດທິດທາງການພັດທະນາເດັກນ້ອຍ​ລາວບັນ​ດາ​ເຜົ່າ ຮອດປີ 2030. ນອກນັ້ນ, ການຈັດຕັ້ງ ພັກ-ລັດ ທຸກພາກສ່ວນ ແມ່ນໄດ້ໃຫ້ຄວາມໝາຍໝັ້ນ ໃນການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍ ສິດທິເດັກ ໂດຍການນຳ​ໃຊ້ກາລະໂອກາດ ພັດທະນາທ່າແຮງ ຂອງເດັກນ້ອຍ​ລາວບັນ​ດາ​ເຜົ່າ ແຕ່ນີ້ຮອດປີ 2030 ແລະ ການບັນລຸເປົ້າຫມາຍການ​ພັດ​ທະ​ນາ​ແບບ​ຍືນ​ຍົງ.

ໃນໂອກາດນີ້ ຂ້າພະເຈົ້າ ຕາງໜ້າໃຫ້ ພັກ ແລະ ລັດຖະບານ, ຂໍສະແດງຄວາມຍ້ອງຍໍຊົມເຊີຍ ແລະ ສະແດງຄວາມຂອບໃຈ ຕໍ່ຄະນະກໍາມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ຄະນະກຳມາທິການເພື່ອ ແມ່ ແລະ ເດັກ ທຸກຂັ້ນ, ອົງການຈັດຕັັ້ງພັກ-ລັດ ຂັັ້ນສູນກາງ ແລະ ທ້ອງຖິ່ນ, ອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສາກົນ, ພາກສ່ວນທຸລະກິດຂອງລັດ, ຂອງເອກະຊົນ ຕະຫຼອດຮອດພໍ່ແມ່ປະຊາຊົນລາວ ລວມທັງເດັກນ້ອຍລາວ ໃນທົ່ວປະເທດ ທີ່ໄດ້ສະໜັບສະໜູນ ແລະ ປະກອບສ່ວນຢ່າງຕັ້ງໜ້າ ເຮັດໃຫ້ວຽກ ແມ່ ແລະ ເດັກ ໄດ້ຮັບການປັບປຸງດີຂຶ້ນ ແລະ ມີຜົນສໍາເລັດເປັນກ້າວໆມາ.

ບັນດາທ່ານທີ່ຮັກແພງທັງຫຼາຍ !

ຄຽງຄູ່ກັບຜົນສຳເລັດນັ້ນ, ພວກເຮົາ ຍັງປະເຊີນໜ້າກັບສິ່ງທ້າທາຍຫຼາຍດ້ານ ເປັນຕົ້ນແມ່ນ ບັນຫາທາງດ້ານໂພຊະນາການ-ພາວະເດັກຂາດສານອາຫານ, ອັດຕາການເຂົ້າຮຽນໃນພາກການສຶກສາ ກ່ອນໄວຮຽນ ແລະ ການສຶກສາພາກບັງຄັບ, ການນໍາໃຊ້ສື່ສັງຄົມອອນລາຍຂອງເດັກ, ບັນຫາຢາເສບຕິດ ແລະ ບັນຫາອື່ນໆ ທີ່ຍັງເປັນໄພຄຸກຄາມ ແລະ ຈໍາກັດການພັດທະນາຂອງເດັກ. ນອກຈາກນັັ້ນ, ຄວາມຮັບຮູ້ ແລະ ຄວາມເຂົ້າໃຈໃນສັງຄົມ ແລະ ຮີດຄອງປະເພນີຂອງບາງທອງຖິ່ນໃນເຂດທຸກຍາກ, ເຂດຫ່າງໄກສອກຫຼີກ ຍັງຍຶດຖືທັດສະນະຄະຕິແບບງົມງາຍຄອງເດີມ ແລະ ປັບປຸງປ່ຽນແປງໄດ້ຊ້າ ຊຶ່ງບັນຫາເຫຼົ່ານີ້ ການຈັດຕັ້ງພັກ-ລັດ, ອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນທຸກຂັ້ນ ຕະ ຫຼອດຮອດປະຊາຊົນລາວບັນດາເຜົ່າທຸກຊັ້ນຄົນ ຈະຕ້ອງຮ່ວມແຮງຮ່ວມໃຈກັນ ແກ້ໄຂບັນຫາດັ່ງກ່າວນີ້ ໃຫ້ນັບມື້ນັບຫຼຸດລົງເປັນກ້າວໆ.

ພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫຼາຍ!

ໃນ​ໂອກາດສະ​ເຫລີ​ມສະຫລອງວັນ​​ເດັກນ້ອຍ​ສາກົນ 01 ມິຖຸນາ ນີ້, ໃນນາມລັດຖະບານ, ຂ້າພະ​ເຈົ້າ ຂໍ​ຮຽກຮ້ອງ​ມາ​ຍັງ ບັນດາ​ອົງການການຈັດຕັ້ງຂອງ ພັກ-ລັດ, ​ແນວ​ລາວ​ສ້າງ​ຊາດ, ອົງການຈັດ ຕັ້ງມະຫາຊົນ ແລະ ​ຫົວໜ່ວຍ​ທຸລະ​ກິດ​ທັງ​ພາກ​ລັດ​ ແລະ ​ເອກະ​ຊົນ ຕະຫລອດ​ເຖິງປະຊາຊົນ​ ແລະ ເດັກນ້ອຍລາວ​ບັນດາ​ເຜົ່າ ໃນຂອບເຂດທົ່ວປະເທດ​ ຈົ່ງສືບຕໍ່​ຍົກ​ສູງ​ຄວາມ​ຮັບຜິດຊອບ​ຂອງ​ຕົນ​ຕໍ່ການປະຕິບັດວຽກງານ​​​ແມ່ ແລະ ເດັກ, ແກ້ໄຂບັນຫາທີ່ຍັງຄົງຄ້າງໃນໄລຍະຜ່ານມາ, ສ້າງເງື່ອນໄຂ ແລະ ໂອກາດໃຫ້​​ລູກຫຼານພວກເຮົາໄດ້ຮັບການພັດທະນາ ແລະ ມີອະນາຄົດທີ່ສົດ​ໃສ, ມີຄວາມຈະເລີນກ້າວໜ້າຢ່າງ​ມີຄຸນນະພາບ​, ​ເປັນ​ກຳລັງຊັບພະຍາກອນມະນຸດ ທີ່ມີຄວາມເຂັ້ມແຂງ​ຂອງ​ຊາດ ເພື່ອສືບຕໍ່ພາລະກິດປົກປັກຮັກສາ ແລະ ​ສ້າງສາພັດທະນາ​ປະ​ເທດຊາດ ໃຫ້ຈະເລີນຮຸ່ງເຮືອງ ຕາມທິດທີ່ພັກເຮົາໄດ້ວາງໄວ້.

ອີກປະການໜຶ່ງ, ໃນໄລຍະນີ້ເປັນໄລຍະເວລາແຫ່ງການປ່ຽນແປງການດຳລົງຊີວິດ ໃຫ້ໄປຕາມວິຖີຊີວິດປົກກະຕິແບບໃໝ່ ເພື່ອປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ ໂຄວິດ-19. ພ້ອມກັນນີ້ ພວກເຮົາກໍ່ມີຄວາມຈຳເປັນຕ້ອງໄດ້ ກະກຽມຈັດຕັ້ງການຮຽນ-ການສອນຄືນໃໝ່ ເພື່ອໃຫ້ລູກຫຼານຂອງພວກເຮົາໄດ້ສືບຕໍ່ສຶກສາຮໍ່າຮຽນ, ຂ້າພະ​ເຈົ້າ ຈຶ່ງຂໍ​ຮຽກຮ້ອງ​ມາ​ຍັງກະຊວງສຶກສາທິການ ແລະ ກິລາ, ຄູ-ອາຈານ ແລະ ພາກສ່ວນທີ່ກ່ຽວຂ້ອງ ກໍ່ຄືໂຮງຮຽນ, ສະຖາບັນການສຶກສາຊັ້ນຕ່າງໆ ຕະຫຼອດຮອດຄະນະພັກ-ອຳນາດການປົກຄອງທຸກຂັ້ນ ຈົ່ງໄດ້ເອົາໃຈໃສ່ຮັບປະກັນຄວາມປອດໄພຢູ່ໃນ ໂຮງຮຽນ ແລະ ສະຖານທີການສຶກສາ ທັງຮັບປະກັນຄຸນນະພາບຂອງການສຶກສາໃນທຸກຊັ້ນຮຽນ ແລະ ກ້າວສູ່ການຈັດການຂອງ ໃຫ້ທັນຕາມກຳນົດເວລາຂອງການເປີດສົກຮຽນໃໝ່. ສໍາລັບການຈັດຕັ້ງການປູກຕົ້ນໄມ້ແຫ່ງຊາດ ໃນທົ່ວປະເທດ ກໍ່ໃຫ້ປະຕິບັດຕາມເງື່ອນໄຂທີ່ສອດຄ່ອງ ຊຶ່ງບໍ່ຈຳເປັນຈັດພິທີແບບຮູບການ ດັ່ງທີ່ເຄີຍປະຕິບັດຜ່ານມາ, ສຳຄັນແມ່ນປູກຢ່າງມີແຜນການ ປູກແລ້ວຕ້ອງປົກປັກຮັກສາໃຫ້ຈະເລີນເຕີບໂຕໄດ້ດີ.

ໃນໂອກາດທ້າຍສຸດນີ້, ຂ້າພະເຈົ້າ ຂໍຮຽກຮ້ອງຍັງພໍ່ແມ່ປະຊາຊົນ, ພະນັກງານ, ທະຫານ, ຕຳຫຼວດ, ຄູ-ອາຈານ, ນັກຮຽນ-ນັກສຶກສາ ກໍ່ຄືທຸກພາກສ່ວນໃນສັງຄົມ ຈົ່ງເອົາໃຈໃສ່ດຳລົງຊີວິດປົກກະຕິແບບໃໝ່, ຍົກສູງສະຕິການປ້ອງກັນຕົນເອງໃຫ້ດີ, ມີຄວາມຮັບຜິດຊອບສູງຕໍ່ຕົນເອງ, ຄອບຄົວ, ສັງຄົມ ແລະ ປະເທດຊາດ, ພ້ອມກັນຕື່ນຕົວປະຕິບັດບັນດາມາດຕະການປ້ອງກັນພະຍາດ COVID-19 ທີ່ ພັກ-ລັດ ແຕ່ລະຂັ້ນວາງອອກ ຢ່າງເຂັ້ມງວດ.

ວັນ​​ເດັກ​ນ້ອຍສາກົນ ວັນທີ 01 ມິຖຸນາ ປີນີ້, ຂໍ​ໃຫ້ເດັກນ້ອຍລາວທຸກຖ້ວນໜ້າ ໃນຂອບເຂດທົ່ວປະເທດ ຈົ່ງມີສຸຂະພາບແຂງແຮງ, ເປັນ​ເດັກ​ຄຳ​ຮູ້ ຂອງ​ພໍ່​ແມ່, ເປັນ​ນັກ​ຮຽນ​​ດີ ນັກຮຽນເກັ່ງ​ຂອງ​​ ຄູ-ອາ ຈານ ແລະ ເປັນລູກຫຼານທີ່ດີຂອງປະເທດຊາດ ອັນແສນຮັກຂອງພວກເຮົາ.

ຂໍຂອບໃຈ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button

You cannot copy content of this page

Don`t copy text!
error: Alert: Content is protected !!