ຂ່າວລາຍວັນ

ສຸດເສົ້າສາມອ້າຍນ້ອງເສຍຊີວິດເຫດເຮືອນສອງຊັ້ນຖະຫຼົ່ມທັບ

ລາຍງານຈາກປະຊາຊົນໃຫ້ຮູ້ວ່າ ເກີດເຫດສະຫຼົດໃຈ ເຮືອນສອງຊັ້ນ ຖະຫຼົ່ມ ທັບຄົນເສຍຊີວິດ 3 ຄົນ.

ຈຸດເກີດເຫດ ແມ່ນບ້ານໂພນໂຮມ ກໍນ້ອຍ ເມືອງໄຊ ແຂວງອຸດົມໄຊ. ວັນທີ 28 ພຶດສະພາ 2021

ຈາກຂໍ້ມູນໃຫ້ຮູ້ວ່າ ຄົນເສຍຊີວິດ ທັງສາມ ແມ່ນ 3 ອ້າຍນ້ອງ ພໍ່ແມ່ດຽວກັນ. ທັງສາມແມ່ນກໍາລັງແປງເຮືອນ ແລ້ວ ເຮືອນໄດ້ຖະຫຼົ່ມ ທັບຈົນເສຍຊີວິດ.

ປະຊາຊົນຕ້ອງໄດ້ໃຊ້ລົດກົນຈັກມາຊ່ວຍກູ້ເອົາທັງສາມ ຈາກຊາກເຮືອນ. ສ່ວນສາເຫດຂອງເຮືອນຖະຫຼົ່ມ ເຈົ້າໜ້າທີ່ຍັງກວດສອບ.

ສະແດງຄວາມເສຍໃຈກັບເຫດການຄັ້ງນີ້.

ຊົມຄຼິບ

ທີ່ມາ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button

You cannot copy content of this page

Don`t copy text!
error: Alert: Content is protected !!