ຂ່າວລາຍວັນ

ຊົມເຊີຍ ຫາຍດີສະສົມ 1.301 ຄົນ

ຄະນະສະເພາະກິດແຈ້ງສະພາບ “ວັນນີ້ 27 ພຶດສະພາ 2021, ມື້ຜ່ານມາກວດວິເຄາະທັງໝົດ 1,990 ຕົວຢ່າງ.”

(1). ຜົນພົບຜູ້ຕິດເຊື້ອ COVID-19 ຈຳນວນ + ( 12 ) ກໍລະນີ (ໃໝ່) ລວມທັງໝົດ ( 1,895 ) ກໍລະນີ:

1. ນະຄອນຫຼວງວຽງຈັນ (+ 04 ) ກໍລະນີ (ໃໝ່),
2. ແຂວງສະຫວັນນະເຂດ (+ 03 ) ກໍລະນີນຳເຂົ້າ (ໃໝ່),
3. ແຂວງຈຳປາສັກ (+ 05 ) ກໍລະນີນຳເຂົ້າ (ໃໝ່),

(2). ປິ່ນປົວຫາຍດີ – ( 20 ) ໃໝ່, ໂດຍລວມສະຖິຕິທັງໝົດ – ( 1,301 ) ກໍລະນີ;
(3). ຍັງຮັບການປິ່ນປົວ ( 612 ) ກໍລະນີ;
(4). ເສັຍຊີວິດ (02) ກໍລະນີ.

ກ່ຽວກັບກໍລະນີຕິດເຊື້ອໃໝ່ 12 ຄົນ, ກໍລະນີຢັ້ງຢືນທີ (1884) – (1895):

(ກ). ຈາກການກວດກໍລະນີຜູ້ຕ້ອງສົງໄສ ຫຼື ຜູ້ໄກ້ສິດກັບຜູ້ປ່ວຍຕິດເຊື້ອ COVID-19 ພາຍໃນນະຄອນຫຼວງວຽງຈັນ ຈຳນວນ ( 834 ) ຕົວຢ່າງ ແລະ ພົບຜູ້ຕິດເຊື້ອຈຳນວນ (04 ) ແມ່ນເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າທີ່ຕິດເຊື້ອໃນຊຸມຊົນ, ຄືດັ່ງນີ້:

1. ບ້ານ ຈອມມະນີ,

2. ບ້ານ ຮ່ອງໄກ່ແກ້ວ,

3. ບ້ານ ວັງຊາຍ,

4. ກະຊວງໂຍທາທິການ ແລະ ຂົນສົ່ງ.

(ຈຳນວນບ້ານສີແດງທັງໝົດທົ່ວນະຄອນຫຼວງວຽງຈັນ 29 ບ້ານ ພາຍໃນ 06 ຕົວເມືອງ).

(ຂ). ຄົນເຈັບ (08) ຄົນໃໝ່, ຢູ່ແຂວງສະຫວັນນະເຂດ (+03) ແລະ ແຂວງຈຳປາສັກ (+05) ນັ້ນ, ແມ່ນກໍລະນີນຳເຂົ້າ ເຊິ່ງກວດພົບເຊື້ອໃນແຮງງານລາວທີ່ກັບຄືນປະເທດຖືກກົດໝາຍ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button

You cannot copy content of this page

Don`t copy text!
error: Alert: Content is protected !!